ກະດຸກ-ກະດິກ-ກະດິກກະແດກ-ກະທົບກະແທກ-ກະທົບກະທັ່ງ ໃນພາສາລາວ

20/06/2024 11:34
Email Print 468
ຂປລ ສືບຕໍຈາກບົດຜ່ານໆມາ,ບົດນີ້ຮິບໂຮມເອົາ 4 ຄໍາ ເຊິ່ງອີງ ຕາມການນິຍາມຂອງສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ແມ່ນຄໍາພ້ອງຄວາມໝາຍ.

     *ສືບຕໍຈາກບົດຜ່ານໆມາ,ບົດນີ້ຮິບໂຮມເອົາ 4 ຄໍາ ເຊິ່ງອີງ ຕາມການນິຍາມຂອງສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ແມ່ນຄໍາພ້ອງຄວາມໝາຍ. ຄໍາທີ່ມີຄວາມໝາຍໃກ້ກັນມີຫລາຍຄໍາ ແລະ ມີຮູບຄໍາຕ່າງກັນ, ບາງຄຳໃຊ້ພະຍັນຊະນະຕົວດຽວກັນ ແຕ່ໃຊ້ສະຫລະສຽງສັ້ນ-ຍາວຕ່າງກັນ ຫລື ສະຫລະຄືກັນພຽງແຕ່ຕ່າງກັນດ້ານສຽງວັນນະຍຸດ, ບາງຄໍາມີຄວາມໝາຍຕ່າງທາງດ້ານໂຄງສ້າງຂອງຄໍາ...ຄໍາ: “ກະດຸກກະດິກ” ໝາຍເຖິງ ລັກສະນະຂອງອາການເໜັງໄປມາ ຄ້າຍກັບອາການເໜັງຂອງປາຊະນິດໂຕຍາວ ດັ່ງປາດຸກ, ປາຄໍ່. ຄໍານີ້ໃຊ້ກັບຄົນໃດຄົນໜຶ່ງທີ່ຢູ່ບໍ່ສະຫງົບ, ບໍ່ຢູ່ຢ່າງມີສະມາທິ, ເໜັງໄປມາເລື້ອຍເປັນນິດໄສພາໃຫ້ຜູ້ອື່ນ ທີ່ຢູ່ໃກ້ລໍາຄານທາງໃຈ, ມີຄວາມຕ້ອງຕິ. ຕົວຢ່າງ: ນາງ...ມີນິດໄສ ຂອງການເຮັດການໄປແບບກະດຸກກະດິກ ບໍ່ເປັນວາດເປັນຊົງຂອງສາວຜູ້ດີ.

     ສ່ວນຄໍາ: “ກະດິກກະແດກ” ໝາຍເຖິງລັກສະນະທາງນິດໄສ ຂອງຜູ້ຍິງສາວທີ່ສະແດງອອກຢ່າງເກີນຄວາມພໍດີພໍງາມ ເປັນອາການທາງນິດໄສສໍາລັບໃຫ້ຜູ້ອື່ນ ເກີດຄວາມສົນໃຈຕໍ່ຕົນເອງ ເຊິ່ງສະແດງສຽງຫົວຫລາຍ ແລະ ດັງ ຫລື ສະແດງຄວາມມ່ວນມີລັກສະນະແປກເປັນພິເສດ. ຄໍານີ້ໃຊ້ກັບການເວົ້າໃຫ້ນິດໄສ ຂອງຜູ້ຍິງສາວທີ່ສະແດງອອກ ເຊ່ັນວ່າ: ນິດໄສກະດິກກະແດກ, ຄົນກະດິກກະແດກ ເຊ່ັນ: ນາງ ໝີນ້ອຍ ໃຜກໍ່ວ່າເປັນຄົນກະດິກກະແດກຜູ້ຊາຍ ໃຜກໍ່ມັກຢອກຍ້ອນນິດໄສລາວເປັນຕາຢອກ.

    ຄໍາວ່າ: ກະທົບກະແທກ ແລະ ກະທົບກະທັ່ງ ເປັນກິລິຍາວະວີ ຫລື ກໍາມະວະລີ ມີຄວາມໝາຍໃກ້ກັນຄື: ເຮັດໃຫ້ສະເທືອນຕໍ່ຈິດໃຈ. ແຕ່ຄວາມແຕກຕ່າງຂອງຄໍາທັງສອງ ໄດ້ມີບາງຢ່າງຄື: ກະທົບກະທັ່ງ ໝາຍເຖິງອາການທີ່ບໍ່ກະທົບ ໂດຍກົງເປັນພຽງຜົນທີ່ສົ່ງມາສູ່ຈິດໃຈໃຫ້ເກີດການຮູ້ສຶກວ່າຖືກແຕະຕ້ອງຢ່າງແຮງຈາກການກະທໍາຂອງຜູ້ອື່ນ ໂດຍສະເພາະຄໍາເວົ້າຄໍາວ່າຂອງຜູ້ໃດຜູ້ໜຶ່ງເຊັ່ນ: ຄໍາເວົ້ານັ້ນໄດ້ກະທົບກະທັ່ງເຖິງຈິດໃຈຜູ້ຟັງ.

    ກະທົບກະແທກ ເປັນອາການກະທົບໂດຍກົງຈາກການກະທໍາ ໂດຍຕັ້ງໃຈດ້ວຍຄໍາເວົ້າ, ການເຮັດໂດຍມີເຈດຕະນາໃຫ້ເກີດການກະທົບ ຫລື ເກີດປະທະທີ່ຮຸນແຮງ ເຊັ່ນ: ເຂົາທັງສອງຄົນນັ້ນໃຊ້ຄໍາເວົ້າກະທົບກະແທກກັນຢູ່ເລື້ອຍໆ; ການເວ້ົາ ຫລື ການເຮັດຕາມໃຈໃຜຕາມໃຈມັນຈະມັກເກີດການກະທົບກະແທກກັນໄດ້ງ່າຍ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top