ສິງກະໂປ ເປີດເຜີຍອັດຕາການຣີໄຊເຄີລຂີ້ເຫຍື້ອ ຫລຸດລົງ 10%

24/06/2024 16:35
Email Print 262
ຂປລ ສຳນັກງານ ສິ່ງແວດລ້ອມ ແຫ່ງຊາດ ສິງກະໂປ ເປີດເຜີຍວ່າ ອັດຕາ ຣີໄຊເຄິລ ຂີ້ເຫຍື້ອ ຂອງ ປະເທດນີ້ ຫລຸດລົງ ຈາກ 62% ໃນປີ 2013 ລົງເຫລືອ 52% ເມື່ອປີກາຍ ຜ່ານມາ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານ ຈາກ ປະເທດ ສິງກະໂປ ເມື່ອບໍ່ດົນມານີ້,  ສຳນັກງານ ສິ່ງແວດລ້ອມ ແຫ່ງຊາດ ສິງກະໂປ ເປີດເຜີຍວ່າ ອັດຕາ ຣີໄຊເຄິລ ຂີ້ເຫຍື້ອ ຂອງ ປະເທດນີ້ ຫລຸດລົງ ຈາກ 62% ໃນປີ 2013 ລົງເຫລືອ 52% ເມື່ອປີກາຍ ຜ່ານມາ.  ຍ້ອນວ່າ ປີກາຍນີ້, ສິງກະໂປ ຜະລິດຂີ້ເຫຍື້ອ ປະເພດຝຸ່ນ ລວມມີ ປະມານ ໂດຍສະເພາະ ຂີ້ເຫຍື້ອມູ່ນ ລວມມີ ປະມານ 6,86 ລ້ານໂຕນ ຫລຸດລົງ ເມື່ອທຽບໃສ່ປີ ຜ່ານມາ. ໂດຍ ປະລິມານ ການຜະລິດ ຂີ້ເຫຍື້ອຕໍ່ຄົນ ໄດ້ຫລຸດລົງ ຈາກ 1,08 ກິໂລກຣາມ ຕໍ່ວັນ ເຫລືອ 0,88 ກິໂລກຣາມ ໃນໄລຍະ ທົດສະວັດ ທີ່ຜ່ານມາ.

ທັງນີ້ ເມື່ອປຽບທຽບ ກັບ ປະລິມານຂີ້ເຫຍື້ອ ລາຍວັນ ທີ່ບໍ່ແມ່ນ ຂອງເສດ ຈາກ ເຂດຊຸມຊົນ ຕໍ່ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (ຈີດີພີ) , ໃນສະກຸນເງິນ ໂດລາ ສະຫະລັດ ພົບວ່າ ຫລຸດລົງຈາກ 40 ໂຕນ ໃນປີ 2023 ເຫລືອ  26 ໂຕນ. ນອກນັ້ນ ລັດຖະບານ ສິງກະໂປ ຍັງສືບຕໍ່  ໂຄສະນາ ແລະ ເລັ່ງໃຫ້ປະຊາຊົນ ຫລຸດຜ່ອນຂີ້ເຫຍື້ອ ຣີໄຊເຄີລ ແລະ ຣີໄຊເຄີລ ຢ່າງຖືກວິທີ ເພື່ອຕໍ່ສູ້ກັບ ການປ່ຽນແປງ ຂອງ ສະພາບ ພູມອາກາດ ແລະ ຮັບຮອງວ່າ ສິງກະໂປ ຈະຍັງຄົງເປັນ ປະເທດ ທີ່ ສະອາດ ເປັນມິດ ຕໍ່ສິງແວດລ້ອມ ແລະ ອື່ນໆ. /

KPL

ຂ່າວອື່ນໆ

ads
ads

Top