5898

g-a ola opklextmko37'dkog0nj vow22h k oE8q d oEgou o 1 16j -P'0;k' c]t sq ;ra o lts]v';a ogvdt]kf ltst]a f vkg,]y dk 7q [Iv[ 248 xu [u 7;k ln [8+ lt|a [lt|6 odkozt]y f;y fu 3v lq j 'glu ,7;k,ltg\u rk[py '{-kp le]a [76 ltrkcsj '-kf ry 9k]tokIj k'dq f\kp -a [rtpkdvomuj gxa o1k lt[a [lh k'.\j [= ]y la fmk']q fw2 ]k;{9u o /b d-h v, czodkoIa [,n gsfdkol5 dglu o ll- l5 ,.lj xtdv[7egsa o8+ Ij k' dq f\kp-a [rtpkdvomu j gxa o1k -a [rtpkdvomu j gxa o1k 9t4n doe.-h c[[pn opq ' rkps]a ',u dq f\kp75 h ,7v' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 21.06.2024 ປີທີ 23 ສະບັບທີ 5.956 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 8  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 xtg,u odkoxt8y [a f ]a f4tme,to6 o lt[a [xu 2015 zq oleg]a fdkory 9k]tok ;Pd'ko0v']a f4t[ko -q ,g-u pdv'xt-5 ,ltw\lk,a ogmn j vmu 7 0v'ltrkcsj '-kf-5 fmu IX 1j k'l5 f.9K ຂປລ. ວັນທີ 19 ມິຖຸນາ 2024, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ ຖະແຫລງຜົນສໍາເລັດການພິຈາລະ ນາວຽກງານຂອງລັດຖະບານກ່ຽວ ບັບສ້າງໃໝ່ເພື່ອໃຫ້ສະມາຊິກສະ ພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ຕ່າງໆ ປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍດັ່ງກ່າວ, ຢ່າງກົງໄປ ກົງມາ ເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ສາມາດນຳໄປຈັດຕັ້ງປະ ຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທ່ານ ໄພວັນ ແກ້ວປະເສີດ ໄດ້ ໃຫ້ຮູ້ວ່າ: ການສ້າງກົດໝາຍວ່າ ດ້ວຍຊັບພະຍາກອນທີ່ເປັນຢາຂຶ້ນ ມາ ເນື່ອງຈາກວ່າການປົກປັກຮັກ ສາຊັບພະຍາກອນທີ່ເປັນຢາຍັງບໍ່ ທັນໄດ້ດີເທົ່າທີຄວນ ເນື່ອງຈາກປັດ ຈຸບັນມີການຂຸດຄົ້ນ, ເກັບກູ້ຊັບພະ ຍາກອນທີ່ເປັນຢາແບບຊະຊາຍ, ການຜະລິດປຸງແຕ່ງ ແລະ ການນຳ ເຂົ້າເຄມີເຂັ້ມຂຸ້ນ ເພື່ອໃຊ້ໃນການ ຂປລ. ຮ່າງກົດໝາຍວ່າດ້ວຍຊັບ ພະຍາກອນທີ່ເປັນຢາ ສະບັບສ້າງ ໃໝ່ ທີ່ສະເໜີໃນກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX, ຖ້າຖືກຮັບຮອງ ແລະປະກາດໃຊ້ຢ່າງເປັນທາງການ ຈະເຮັດໃຫ້ຊັບພະຍາກອນທີ່ເປັນ ຢາໄດ້ຮັບການຄຸ້ມຄອງ-ນຳໃຊ້ ແບບຢືນຍົງ ແລະ ເປັນປະໂຫຍດໃນ ດ້ານການແພດ ດ້ວຍການນຳໃຊ້ ຢາພື້ນເມືອງ ສົມທົບກັບຢາຫລວງ ເຂົ້າໃນຕາໜ່າງສາທາລະນະສຸກ ຢູ່ຂອບເຂດທົ່ວປະເທດ. ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ໄດ້ໃຫ້ຮູ້ໃນກອງປະຊຸມສະ ໄໝສາມັນ ເທື່ອທີ 7 ຂອງສະພາ ທ່ານ ໄພວັນ ແກ້ວປະເສີດ ແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 2024 ນີ້ວ່າ: ຮ່າງກົດໝາຍ ວ່າດ້ວຍຊັບພະຍາດກອນທີ່ເປັນ ຢາສະບັບສ້າງໃໝ່ ປະກອບມີ 9 ພາກ, 6 ໝວດ 73 ມາດຕາ, ພາຍ ຫລັງໄດ້ຖືກຮັບຮອງ ແລະ ປະກາດ ໃຊ້ຢ່າງເປັນທາງການ ຈະສາມາດ ຕິດຕາມຄຸ້ມຄອງ ແລະ ກວດກາ ວຽກງານຊັບພະຍາກອນທີ່ເປັນຢາ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບ ແນວທາງຍະໂຍບາຍ, ລັດຖະທຳມະ ນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍ, ເຮັດໃຫ້ຂອດການປະສານງານລະ ຫວ່າງ ຂະແໜງການສາທາລະ ນະສຸກ ແລະ ຂະແໜງການອື່ນໆທີ່ ກ່ຽວຂ້ອງມີຄວາມຊັດເຈນ ແລະ ຂປລ. ໃນກອງປະຊຸມສະໄໝສາ ມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 20 ມິຖຸນາ 2024 ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາ ແຫ່ງຊາດ,ທ່ານໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ໄດ້ສະເໜີຮ່າງກົດໝາຍວ່າ ດ້ວຍຊັບພະຍາກອນ ທີ່ເປັນຢາສະ ທ່ານ ສົມມາດ ພົນເສນາ ກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024, ການແກ້ໄຂຜົນການກວດ ສອບ ປະຈໍາປີ 2023 ຕາມມະຕິ ຂອງສະພາແຫ່ງຊາດ ເລກທີ 114/ ສພຊ, ລົງວັນທີ 21 ພະຈິກ 2023 ໃນກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນວາລະພິຈາລະນາວຽກ ງານຂອງລັດຖະບານກອງປະຊຸມ ໄດ້ຮັບຟັງການລາຍງານ ໂດຍສັງ ເຂບຂອງ ທ່ານ ສອນໄຊ ສີພັນດອນ ຂປລ. ຄະນະກໍາມະການລະດັບ ຊາດ ປັບປຸງລັດຖະທໍາມະນູນຈັດ ກອງປະຊຸມປະເມີນການຈັດຕັ້ງປະ ຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃນວັນທີ 20 ມິຖຸນາ 2024 ໂດຍການເປັນປະ ທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈຳສະ ຂປລ. ບໍລິສັດທາງລົດໄຟລາວຈີນ ຈຳກັດ ຝຶກຊ້ອມແຜນການຮັບ ມືເຫດການສຸກເສີນ ຢູ່ທີ່ສະຖານີລົດ ໄຟນະຄອນຫລວງວຽງຈັນ ໃນວັນ ທີ 19 ມິຖຸນາ 2024 ພາຍໃຕ້ການ ຊີ້ນຳຂອງສະຖານທູດທູດທະຫານ ສປ ຈີນ ປະຈຳ ສປປ ລາວ ແລະ ກົມ ຕຳຫລວດທາງລົດໄຟ, ກະຊວງ ປ້ອງກັນຄວາມສະຫງົບ. ທັງນີ້, ກໍ ເພື່ອເປັນການຮັບມືກັບເຫດການ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາດ ຊຸດທີ IX ວັນທີ 20 ມິຖຸນາ 2024 ນີ້, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ ໄດ້ສະເໜີ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະ ບານອົດສະຕຣາລີ ໂດຍຜ່ານແຜນ ງານປັບປຸງຄຸນນະພາບ ແລະ ຂະ ຫຍາຍໂອກາດເຂົ້າເຖິງການສຶກສາ ຂັ້ນພື້ນຖານ ໃນ ສປປ ລາວ (ແຜນ ງານບີຄວາ) ແລະ ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ (ສວສ) ຈັດຝຶກອົບຮົມ “ການຂຽນ ບົດເລື່ອງຂອງວິດີໂອສົ່ງເສິມບົດ ບາດຍິງ-ຊາຍ”ລະຫວ່າງວັນທີ18- 21 ມິຖຸນາ 2024 ໂດຍມີທ່ານນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ລາວ, ທ່ານ ອຸດົມ ສິງດາລາ ຮອງຜູ້ ອຳນວຍການສູນໂຄສະນາຂ່າວ ສານການສຶກສາ ແລະ ກິລາ ສວສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ມີຈຸດປະສົງຜະ ລິດວິດີໂອ ເພື່ອປູກຈິດສຳນຶກ ແລະ ຮ່າງກົດໝາຍວ່າດ້ວຍຊັບພະຍາ ກອນທີ່ເປັນຢາ ສະບັບສ້າງໃໝ່. ຂປລ. ຕອນຄ່ຳຂອງວັນທີ 18 ມິຖຸນາ 2024 ຢູ່ນະຄອນຫລວງ ວຽງຈັນ, ທ່ານ ນາງ ແຮັດເຕີ ວາເຣຍວາອາ(HeatherRoach Variava) ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈໍາ ສປປ ລາວ ຈັດງານລ້ຽງສະເຫລີມສະ ຫລອງວັນເອກະລາດ ຄົບຮອບ 248 ປີ ໂດຍມີທ່ານ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ, ມີ ບັນດາທູຕານຸທຸດ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ທ່ານ ນາງ ແຮັດເຕີ ວາເຣຍ ວາອາ ໄດ້ກ່າວວ່າ: ພວກເຮົາໄດ້ ຮ່ວມກັນສະຫລອງວັນເອກະລາດ ຄົບຮອບ 248 ປີ ໃນຮູບແບບ “ຮໍ ລີວູດ(Hollywood)” ເປັນສັນຍະ ລັກອັນສະຫງ່າງາມ ທີ່ເປັນຄວາມ ໃຫ້ຄຳແນະນຳແກ່ຄູກ່ຽວກັບວິທີຮັບ ປະກັນຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍໃນຫ້ອງຮຽນ ເພື່ອພັດທະ ນາຄວາມຮູ້ ແລະ ທັກສະກ່ຽວກັບ ການສົ່ງເສີມຄວາມສະເໝີພາບ ລະ ຫວ່າງ ຍິງ-ຊາຍ ແລະ ຫລີກເວັ້ນ ການມີຄວາມຄິດຍຶດຕິດດ້ານບົດ ບາດຍິງ-ຊາຍ ໃນເນື້ອຫາ ແລະ ຮູບພາບທີ່ສະແດງອອກໃນບັນດາ ສື່ການຮຽນ-ການສອນແບບ ດີຈິ ຕອນ ແລະ ສື່ທີ່ອອກຂ່າວຕ່າງໆ ເຊິ່ງສຳມະນາກອນຈະໄດ້ຮ່ວມກັນ ຂຽນວິດີໂອສົ່ງເສີມຄວາມສະເໝີ ພາບລະຫວ່າງຍິງ-ຊາຍ ທີ່ເປັນຄັ້ງ ທໍາອິດສໍາລັບຄູ ຜະລິດໂດຍກະຊວງ ສສກ ໂດຍ ມີຜູ້ຕາງໜ້າຈາກ ສວສ ພະແນກສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ແລະ ສະຖານທູດອົດສະຕຣາລີ ເຂົ້າຮ່ວມ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/06/2024 xtgmf]k; ສະຫລອງວັນ... ສສຊ ສຸມໃສ່ປະກອບຄຳເຫັນ... ບໍລິສັດທາງລົດໄຟ... ບີຄວາ ສືບຕໍ່... ສະພາແຫ່ງຊາດ ພິຈາລະນາ... ຊັບພະຍາກອນທີ່ເປັນຢາ... ປະເມີນການປະຕິບັດ... ພາແຫ່ງຊາດ, ປະທານຄະນະກຳ ມະການລະດັບຊາດ ປັບປຸງລັດຖະ ທຳມະນູນ ແຫ່ງ ສປປ ລາວ, ມີການ ນຳພັກ, ລັດ, ພະນັກງານຫລັກ ແຫລ່ງຈາກພາກສ່ວນຕ່າງໆໃນຂົງ ເຂດອົງການພັກ, ແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ ເຂົ້າຮ່ວມ ແລະ ຮັບຟັງບົດສະຫລຸບການຈັດຕັ້ງປະ ຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ໂດຍສະເພາະແມ່ນສະພາບ ລວມ, ຕີລາຄາຜົນສຳເລັດດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ບັນດາ ສາເຫດທີ່ພາໃຫ້ເກີດດ້ານອ່ອນ ແລະ ສາເຫດທີ່ພາໃຫ້ເກີດດ້ານດີ, ບົດຮຽນທີ່ຖອດຖອນໄດ້, ທິດທາງ ວຽກງານໃນຕໍ່ໜ້າ. ຈາກນັ້ນ, ກໍໄດ້ ປະກອບຄຳຄິດຄຳເຫັນລວມທັງຂໍ້ ສະເໜີຕໍ່ກັບການປັບປຸງເນື້ອໃນຂອງ ລັດຖະທຳມະນູນ ແນໃສ່ເຮັດໃຫ້ມີ ເນື້ອໃນຄົບຖວ້ນ, ສົມບູນສາມາດ ນຳໄປຈັດຕັ້ງປະຕິບັດຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ. ທ່ານ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນວ່າ: ອີງຕາມຄວາມ ຮຽກຮ້ອງຕ້ອງການໃນການຈັດຕັ້ງ ປະຕິບັດແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານທີ່ມີຫລັກການຂອງ ພັກ ແຕ່ນີ້ ຫາປີ 2055, ຄະນະບໍລິ ຫານງານສູນກາງພັກ ສະໄໝທີ XI ໄດ້ອອກມະຕິ ສະບັບ ເລກທີ 05/ ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກ ສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງແລະຮອບດ້ານ ໃນການນຳພາຂອງພັກ;ຕໍ່ມາກົມ ການເມືອງສູນກາງພັກ ກໍໄດ້ອອກ ມະຕິສະບັບເລກທີ 04/ກມສພ, ລົງວັນທີ11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ທັງ ສອງມະຕິດັ່ງກ່າວນີ້,ໄດ້ຮຽກຮ້ອງ ໃຫ້ລັດເຮົາ ຕ້ອງໄດ້ປັບປຸງລັດຖະ ທຳມະນູນ ແຫ່ງ ສປປ ລາວ ສະບັບ ປີ 2015 ໃຫ້ສອດຄ່ອງກັບໜ້າທີ່ ການເມືອງ ຂອງພັກ ແລະ ລັດເຮົາ ໃນໄລຍະໃໝ່. ສະນັ້ນ, ການປະເມີນ ການຈັດຕັ້ງປະຕິບັດລັດຖະທຳມະ ນູນ ໃນຄັ້ງນີ້, ເປັນການສະຫລຸບຕີ ລາຄາການຈັດຕັ້ງປະຕິບັດລັດຖະ ທຳມະນູນ ໃນໄລຍະເກືອບ 10 ປີ ທີ່ຜ່ານມາໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງ ຄ້າງ ພ້ອມທັງສາເຫດ, ບົດບັນຍັດ ທີ່ສອດຄ່ອງ ຫລື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອ ເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ,ປັບ ປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບ ຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາ ມາດປະຕິບັດໄດ້. ການປະເມີນການຈັດຕັ້ງປະຕິ ບັດລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2015 ນີ້, ຍັງຈະໄດ້ ຈັດກອງປະຊຸມປະເມີນຢູ່ 4 ຈຸດ ຕາມຂົງເຂດວຽກງານ ຄື: ຂົງເຂດ ອົງການຈັດຕັ້ງພັກ, ແນວລາວສ້າງ ຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ; ຂົງເຂດເສດຖະ ກິດ-ສັງຄົມ; ຂົງເຂດອຳນາດລັດ; ຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ. ສຳລັບຢູ່ຂັ້ນທ້ອງ ຖິ່ນຈະຈັດກອງປະຊຸມປະເມີນຢູ່18 ຈຸດ ຕາມແຂວງ-ນະຄອນຫລວງ. ນອກຈາກນີ້, ຈະໄດ້ດຳເນີນການ ປະເມີນການປະຕິບັດລັດຖະທຳມະ ນູນ ໃນຮູບແບບທາບທາມຄວາມ ເຫັນທົ່ວໄປລວມທັງຜ່ານພາຫະນະ ສື່ມ່ວນຊົນ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຮັດກຸມຂຶ້ນກວ່າເກົ່າ, ເຮັດໃຫ້ປະຊາ ຊົນບັນດາເຜົ່າ ແລະ ສາກົນ ເຫັນໄດ້ ນະໂຍບາຍຂອງພັກ, ລັດ ແລະ ການ ຄຸ້ມຄອງອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາ ກອນທີ່ເປັນຢາ ຢ່າງກວ້າງຂວາງ ແລະ ສົມເຫດສົມຜົນ. ທັງເຮັດໃຫ້ ທົ່ວສັງຄົມມີຄວາມຮັບຜິດຊອບ ຫລາຍຂຶ້ນ, ເປັນເຈົ້າການໃນການ ຮ່ວມມືຊ່ວຍອົງການຈັດຕັ້ງລັດ ໃນ ການປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນທີ່ເປັນຢາ. ນອກນັ້ນ, ຍັງເປັນທ່າແຮງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ສາ ມາດສ້າງສິ່ງແວດລ້ອມທີ່ດີ ໃຫ້ມີ ຄວາມຍືນຍົງຄູ່ກັບຊາດລາວ, ກາຍ ເປັນມໍລະດົກຕົກທອດຕະຫລອດ ໄປ. ຮ່າງກົດໝາຍວ່າດ້ວຍຊັບພະ ຍາກອນທີ່ເປັນຢາ ສະບັບສ້າງໃໝ່ ໄດ້ກຳນົດຫລັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມ ຄອງ, ຕິດຕາມກວດກາວຽກງານ ຊັບພະຍາກອນທີ່ເປັນຢາ ເພື່ອເຮັດ ໃຫ້ວຽກງານດັ່ງກ່າວ, ດຳເນີນໄປ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນ ແນໃສ່ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາ ກອນທີ່ເປັນຢາ ບໍ່ໃຫ້ບົກແຫ້ງ, ສູນ ພັນ, ໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ, ຮັບປະກັນການນໍາໃຊ້ຊັບ ພະຍາກອນທີ່ເປັນຢາ ເຂົ້າໃນການ ຮັກສາສຸຂະພາບຂອງຄົນ, ເຮັດໃຫ້ ພົນລະເມືອງທຸກຄົນມີສຸຂະພາບ ແຂງແຮງ, ສ້າງເປັນຜະລິດຕະພັນ ສົ່ງອອກ, ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ, ທັງປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຖອນຮີດເອົາທາດຢາອອກຈາກພືດ ຕົ້ນໄມ້ເປັນຢາບໍ່ທັນໄດ້ຮັບອະນຸ ຍາດແລະບໍ່ຖືກຕ້ອງຕາມຫລັກວິຊາ ການ, ການຈຳໜ່າຍ ແລະ ສົ່ງອອກ ເປັນວັດຖຸດິບ ກໍບໍ່ມີການປູກທົດ ແທນ ເຮັດໃຫ້ມີການທຳລາຍຊັບພະ ຍາກອນທີ່ເປັນຢາເຊິ່ງເປັນສາເຫດ ເຮັດໃຫ້ພືດ ແລະ ຕົ້ນໄມ້ ທີ່ເປັນ ຢາບົກແຫ້ງ, ບາງສະນິດກໍມີການ ສູນພັນ ແລະ ກ້າວໄປສູ່ການສູນພັນ ໃນອະນາຄົດ. ດັ່ງນັ້ນ, ຈຶ່ງມີຄວາມ ຈຳເປັນ ໃນການສ້າງກົດໝາຍສະ ບັບນີ້ຂຶ້ນມາ ເພື່ອໃຫ້ວຽກງານຄຸ້ມ ຄອງຊັບພະຍາກອນທີ່ເປັນຢາມີປະ ສິດທິພາບ,ປະສິດທິຜົນແລະມີການ ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ບໍ່ໃຫ້ບົກແຫ້ງ, ສູນພັນ, ໃຫ້ມີຄວາມອຸດົມສົມບູນຕາມທິດສີ ຂຽວ ແລະ ມີຄວາມຢືນຍົງປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຮ່າງກົດໝາຍສະບັບນີ້, ປະກອບ ມີ 9 ພາກ, 6 ໝວດ 73 ມາດຕາ, ພາຍຫລັງໄດ້ຖືກຮັບຮອງ ແລະ ປະ ກາດໃຊ້ ຢ່າງເປັນທາງການຈະສາ ມາດຕິດຕາມຄຸ້ມຄອງ ແລະ ກວດ ກາວຽກງານຊັບພະຍາກອນທີ່ເປັນ ຢາ ໃຫ້ມີຄວາມຖືກຕ້ອງສອດຄ່ອງ ກັບແນວທາງນະໂຍບາຍ,ລັດຖະ ທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດ ໝາຍ, ເຮັດໃຫ້ຂອດການປະສານ ງານລະຫວ່າງຂະແໜງການສາທາ ລະນະສຸກ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງມີຄວາມຊັດເຈນ ແລະ ຮັດກຸມຂຶ້ນກວ່າເກົ່າ, ເຮັດໃຫ້ຊັບພະ ຍາກອນທີ່ເປັນຢາ ໄດ້ຮັບການຄຸ້ມ ຄອງນຳໃຊ້ແບບຢືນຍົງ ແລະ ເປັນ ປະໂຫຍດໃນດ້ານການແພດດ້ວຍ ການນຳໃຊ້ຢາພື້ນເມືອງ ສົມທົບ ກັບຢາຫລວງ ເຂົ້າໃນຕາໜ່າງສາ ທາລະນະສຸກຢູ່ຂອບເຂດທົ່ວປະ ເທດ, ທັງເຮັດໃຫ້ປະຊາຊົນບັນດາ ເຜົ່າ ແລະ ສາກົນເຫັນໄດ້ນະໂຍບາຍ ຂອງພັກ, ລັດ ແລະ ການຄຸ້ມຄອງ ອະນຸ ລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ຊັບພະຍາກອນທີ່ເປັນ ຢາຢ່າງກວ້າງຂວາງ ແລະ ສົມເຫດ ສົມຜົນ. ພ້ອມນີ້, ຍັງເຮັດໃຫ້ທົ່ວ ສັງຄົມມີຄວາມຮັບຜິດຊອບຫລາຍ ຂຶ້ນ, ເປັນເຈົ້າການໃນການຮ່ວມມື ຊ່ວຍອົງການຈັດຕັ້ງລັດໃນການ ປົກປັກຮັກສາແລະພັດທະນາຊັບພະ ຍາກອນທີ່ເປັນຢາ. ນອກນັ້ນ, ຍັງ ເປັນທ່າແຮງດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ, ສາມາດ ສ້າງສິ່ງແວດລ້ອມທີ່ດີ ໃຫ້ມີຄວາມ ຍືນຍົງຄູ່ກັບຊາດລາວ, ກາຍເປັນ ມໍລະດົກຕົກທອດຮອດຮຸ່ນລູກຮຸ່ນ ຫລານ ຕະຫລອດໄປ ແລະ ກ້າວໄປ ສູ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ. ໃນໄລຍະຜ່ານມາ, ລັດຖະບານ ໄດ້ອອກດຳລັດ ວ່າດ້ວຍຊັບພະຍາ ກອນທຳມະຊາດທີ່ເປັນຢາ ໂດຍ ມອບໃຫ້ກະຊວງສາທາລະນະສຸກ ປະສານສົມທົບກັບຂະແໜງການ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນແຕ່ລະຂັ້ນເພື່ອຄຸ້ມຄອງຊັບ ພະຍາກອນທໍາມະຊາດທີ່ເປັນຢາ. ຂ່າວ: ທະນູທອງ,ພາບ: ເກດສະໜາ ເພື່ອຮ່ວມກັນຂຽນບົດເລື່ອງວິດີໂອ. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວວ່າ: ຄຳໝັ້ນສັນຍາຂອງລັດ ຖະບານອົດສະຕຣາລີຕໍ່ການສົ່ງເສີມ ຄວາມສະເໝີພາບລະຫວ່າງ ຍິງຊາຍ ໃນລາວ ແມ່ນພາກສ່ວນໜຶ່ງທີ່ ສຳຄັນໃນການສະໜັບສະໜູນການ ສຶກສາຂອງພວກເຮົາ ຜ່ານແຜນ ງານບີຄວາ ລວມມີການສົ່ງເສີມ ການປະຕິບັດທີ່ຄຳນຶງເຖິງບົດບາດ ຍິງ-ຊາຍ ແລະ ຄວາມພິການ ໂດຍ ຜ່ານການປັບປຸງຫລັກສູດຊັ້ນປະຖົມ ສຶກສາ ແລະ ສືບຕໍ່ການສະໜັບສະ ໜູນການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງ, ສິ່ງເຫລົ່ານີ້ ຈະຮັບປະ ກັນຄວາມເຂົ້າໃຈການສຶກສາຮຽນ ຮ່ວມທີ່ໃຫ້ຜົນປະໂຫຍດແກ່ນັກຮຽນ ທຸກຄົນ ໂດຍບໍ່ຈໍາແນກເພດ, ຊົນເຜົ່າ ຫລື ຄວາມສາມາດ. ທ່ານ ອຸດົມ ສິງດາລາ ໄດ້ໃຫ້ຮູ້ ວ່າ: ໃນຂະແໜງການສຶກສາຄູສອນ ມີບົດບາດສຳຄັນໃນການສ້າງສະ ພາບແວດລ້ອມທີ່ປອດໄພ ແລະ ຄຳ ນຶ່ງເຖິງບົດບາດຍິງ-ຊາຍ ໃຫ້ແກ່ ນັກຮຽນຂອງເຂົາເຈົ້າເປົ້າໝາຍ ຂອງພວກເຮົາໃນວິດີໂອນີ້ ເພື່ອປູກ ຈິດສຳນຶກເຖິງຄວາມສຳຄັນຂອງ ບົດບາດຂອງຄູ ໃນການຮັບປະກັນ ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ໃຫ້ຄູຮູ້ຍຸດທະສາດຕົວຈິງ ເພື່ອຮັບປະກັນໃຫ້ເດັກຍິງ ແລະ ເດັກ ຊາຍມີສ່ວນຮ່ວມໃນການຮຽນຮູ້ ເທົ່າທຽມກັນ ກຸ່ມຜູ້ຊົມເປົ້າໝາຍ ຂອງພວກເຮົາແມ່ນຄູສອນຊັ້ນປະ ຖົມສຶກສາ ແລະ ຜູ້ອຳນວຍການໂຮງ ຮຽນວິດີໂອດັ່ງກ່າວ, ຍັງຈະຊ່ວຍ ສ້າງຄວາມຮັບຮູ້ກ່ຽວກັບຄວາມສະ ເໝີພາບລະຫວ່າງ ຍິງ-ຊາຍ ໃນຂະ ແໜງການສຶກສາໃຫ້ກວ້າງຂຶ້ນ, ພວກເຮົາຈະນໍາໃຊ້ຊ່ອງໂທລະພາບ ສຶກສາ ແລະ ກິລາ ຊ່ອງ Lao ETV ແລະ ແພຣັດຟອມ ຄັງປັນຍາລາວ ຊ່ອງທາງYouTubeວິດີໂອສຳລັບ ການພັດທະນາຄູ ແລະ ສື່ສັງຄົມ ອອນລາຍ ເພື່ອຮັບປະກັນການໂຄ ສະນາວິດີໂອນີ້ ໃຫ້ເຂົ້າເຖິງຜູ້ຊົມ ເປົ້າໝາຍ. ຈາກນັ້ນ, ສະມາຊິກສະພາແຫ່ງ ຊາດ (ສສຊ) ປະຈຳເຂດເລືອກຕັ້ງ ຕ່າງໆ ໄດ້ສຸມໃສ່ປະກອບຄຳຄິດ ຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ຢ່າງກົງໄປກົງມາ ເຊິ່ງໂດຍລວມ ແລ້ວ ແມ່ນເຫັນດີເປັນເອກະພາບຕໍ່ ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງ ກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ຕັດ ອອກ, ຕື່ມໃສ່ບາງເນື້ອໃນຢູ່ບາງ ໝວດ, ບາງມາດຕາ ເພື່ອເຮັດໃຫ້ ກົດໝາຍສະບັບນີ້ ມີເນື້ອໃນຄົບ ຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງຕາມແນວທາງນະ ໂຍບາຍຂອງພັກ, ລັດວາງອອກ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນພາຍຫລັງໄດ້ຖືກຮັບຮອງຢ່າງ ເປັນທາງການ. ທ່ານ ນາງ ຂັນທອງ ພັນທະຈັກ ສສຊ ເຂດເລືອກຕັ້ງທີ 11 ແຂວງ ບໍລິຄຳໄຊ ໄດ້ສະແດງຄວາມສະໜັບ ສະໜູນຕໍ່ເຫດຜົນ ແລະ ຄວາມຈຳ ເປັນໃນການສ້າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ ແລະ ສະ ແດງຄວາມຊົມເຊີຍຕໍ່ຄະນະຮັບຜິດ ຊອບ ກໍຄື ຂະແໜງການທີ່ກຽວຂ້ອງ ທີ່ໄດ້ມີຄວາມພະຍາຍາມຄົ້ນຄວ້າ ສ້າງຮ່າງກົດໝາຍສະບັບນີ້ຂຶ້ນມາ ເພື່ອຄຸ້ມຄອງຊັບພະຍາກອນທີ່ເປັນ ຢາ ໃຫ້ສາມາດຊົມໃຊ້ໄດ້ຢ່າງມີ ຄວາມຢືນຍົງ ແລະ ນຳໃຊ້ສົມທົບ ກັບການປິ່ນປົວທີ່ທັນສະໄໝ ເຊິ່ງ ປັດຈຸບັນ ຢູ່ເຂດທ້ອງຖິ່ນ ໂດຍສະ ເພາະ ຢູ່ເຂດຫ່າງໄກສອກຫລີກການ ເຂົ້າເຖິງການບໍລິການດ້ານສາທາ ລະນະສຸກ ມີຄວາມຫຍຸ້ງຍາກ, ຍັງ ໄດ້ນຳໃຊ້ພູມປັນຍາທ້ອງຖິ່ນ ກໍຄືນຳ ໃຊ້ຢາພື້ນເມືອງ ເຂົ້າໃນການປິ່ນປົວ ໃນຂັ້ນພື້ນຖານ ກ່ອນທີ່ຈະສົ່ງໄປປິ່ນ ປົວຢູ່ສະຖານທີ່ບໍລິການຂອງແພດ ໝໍ, ສະນັ້ນ ເພື່ອຮັບປະກັນໃຫ້ກົດ ໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ມີຜົນສັກສິດ ໃນການຈັດຕັ້ງປະຕິ ບັດສະເໜີໃຫ້ພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ໂດຍສະເພາະມາດ ຕາທີ 3 ການອະທິບາຍຄຳສັບຕ້ອງ ອະທິບາຍ ໃຫ້ມີຄວາມຊັດເຈນ, ເຂົ້າ ໃນງ່າຍ ແລະ ສອດຄ່ອງ. ພ້ອມນີ້, ທ່ານຍັງສະເໜີໃຫ້ຕັດອອກ, ຕື່ມ ໃສ່ບາງຄຳສັບ, ບາງເນື້ອໃນ ທີ່ເຫັນ ວ່າ ຍັງບໍ່ທັນສອດຄ່ອງ ຢູ່ມາດຕາທີ 9 ປະເພດຊັບພະຍາກອນທີເປັນ ຢາ, ມາດຕາທີ 13 ການຄຸ້ມຄອງ ຊັບພະຍາກອນທີ່ເປັນຢາ, ມາດຕາ ທີ 39 ການປູກພືດ, ຕົ້ນໄມ້ທີ່ເປັນ ຢາ ແລະ ມາດຕາທີ 53 ການຖອນ ໃບອະນຸຍາດດຳເນີນທຸລະກິດ ເພື່ອ ໃຫ້ມັນຮັດກຸມ, ສອດຄ່ອງ ແລະ ເຂົ້າໃຈງ່າຍ ສາມາດນຳໄປຈັດຕັ້ງ ປະຕິບັດໄດ້. ພ້ອມນີ້, ສສຊ ຫລາຍທ່ານຍັງ ໄດ້ສຸມໃສ່ມີຄຳເຫັນ ໃນມາດຕາທີ 18 ການຂຸດຄົ້ນ, ເກັບກູ້ບຸກຄົນ, ນິ ຕິບຸກຄົນ ແລະ ການຈັດຕັ້ງທີ່ມີຈຸດ ປະສົງດໍາເນີນການຂຸດຄົ້ນ, ເກັບກູ້ ຊັບພະຍາກອນທີ່ເປັນຢາຕ້ອງສະ ເໜີແຜນຕໍ່ຂະແໜງການສາທາລະ ນະສຸກ ແລະ ຂະແໜງການອື່ນທີ່ ກ່ຽວຂ້ອງແລ້ວຂໍອະນຸຍາດຂຸດຄົ້ນ, ເກັບກູ້ນຳຂະແໜງການກະສິກຳ ແລະ ປ່າໄມ້ ໂດຍໃຫ້ປະຕິບັດການ ຂຸດຄົ້ນ, ເກັບກູ້ ໃນເຂດທີ່ໄດ້ຮັບອະ ນຸຍາດ, ຕາມແຜນທີ່ໄດ້ຮັບອະນຸ ຍາດ, ຕາມຊະນິດ, ຈຳນວນ ແລະ ປະລິມານ ຊັບພະຍາກອນທີ່ເປັນຢາ ທີ່ໄດ້ຮັບອະນຸຍາດ, ນຳໃຊ້ວິທີການ, ເຕັກນິກທີ່ເໝາະສົມ, ຖືກຕາມລະດູ ການ ແລະ ວິທີການອື່ນ ທີ່ມີຜົນກະ ທົບໜ້ອຍທີ່ສຸດຕໍ່ການຂະຫຍາຍພັນ ຂອງຊັບພະຍາກອນທີ່ເປັນຢາ. ຕໍ່ກັບມາດຕາທີ 61 ສິດ ແລະ ໜ້າທີ່ຂອງຂະແໜງການກະສິກຳ ແລະ ປ່າໄມ້ ໃນການຄຸ້ມຄອງວຽກ ງານຊັບພະຍາກອນທີ່ເປັນຢາ ຂະ ແໜງການກະສິກຳ ແລະ ປ່າໄມ້ ມີ ສິດ ແລະ ໜ້າທີ່ ປະສານສົມທົບກັບ ຂະແໜງການສາທາລະນະສຸກ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ເພື່ອສຶກສາຄົ້ນຄວ້າ ການປູກ, ການລ້ຽງ, ນະໂຍບາຍໃນ ການອະນຸລັກ, ປົກປັກຮັກສາ, ພັດ ທະນາ, ນຳໃຊ້ຕົ້ນໄມ້ ແລະ ສັດ ທີ່ ເປັນຢາ ລວມທັງການອະນຸຍາດຂຸດ ຄົ້ນ, ເກັບກູ້ຊັບພະຍາກອນທີ່ເປັນ ຢາບົນພື້ນຖານແຜນການຂຸດຄົ້ນ, ເກັບກູ້ຂອງຂະແໜງການສາທາ ລະນະສຸກ, ນຳໃຊ້ສິດ ແລະ ປະຕິບັດ ໜ້າທີ່ອື່ນ ຕາມພາລະບົດບາດຂອງ ຕົນ ໂດຍ ສສຊ ສະເໜີໃຫ້ເພີ່ມສິດ ແລະ ໜ້າທີ່ຂອງຂະແໜງການກະສິ ກຳ ແລະ ປ່າໄມ້ ໃນການຕິດຕາມ ກວດກາການຈັດຕັ້ງປະຕິບັດ ກໍຄື ການປູກ, ການລ້ຽງ ພືດທີ່ເປັນຢາ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມຫລັກ ວິຊາການປູກພືດທີ່ເປັນຢາແທ້ໆ ບໍ່ໃຫ້ປູກພືດແຊກຊ້ອນ ທີ່ຜິດຕໍ່ລະ ບຽບກົດໝາຍ. ນອກຈາກມີການ ຕິດຕາມກວດກາແລ້ວ, ຕ້ອງມີການ ຄົ້ນຄວ້າໂຈະ ຫລື ຍົກເລີກການຂຸດ ຄົ້ນ, ເກັບກູ້ຊັບພະຍາກອນທີ່ເປັນຢາ ທີ່ເກັບກູ້ເກີນຂອບເຂດທີ່ໄດ້ກຳນົດ ໄວ້ ແນໃສ່ຫລີກລ່ຽງຜົນກະທົບທີ່ ອາດຈະເກີດຂຶ້ນກັບປະຊາຊົນທີ່ຜິດ ຕໍ່ລະບຽບກົດໝາຍ. ຂ່າວ: ທະນູທອງ, ພາບ: ເກດສະໜາ ສຸກເສີນທີ່ອາດຈະເກີດຂຶ້ນຢ່າງບໍ່ ຄາດຄິດ ໃນສະຖານີ ຫລື ສະຖານ ທີ່ຄົນ ຈຳນວນຫລາຍໃຫ້ມີປະສິດທິ ຜົນ, ວ່ອງໄວ ແລະ ຮັບການຊ່ວຍ ເຫລືອໄດ້ທັນເວລາ. ການຝຶກຊ້ອມຄັ້ງນີ້, ທ່ານ ຫລິວ ຫົງ ຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດໄດ້ມີ ຄໍາເຫັນວ່າ: ການຝຶກຊ້ອມຮັບມືສຸກ ເສີນຄັ້ງນີ້,ໄດ້ສະແດງໃຫ້ເຫັນເຖິງ ການສ້າງສະພາບແວດລ້ອມທີ່ ປອດໄພ ຂອງທາງລົດໄຟລາວຈີນ ໃຫ້ແກ່ຜູ້ໂດຍສານທີ່ມາໃຊ້ບໍລິ ການ, ການຈຳລອງເຫດການສຸກ ເສີນແລະ ວິທີການຮັບມືໄດ້ຈໍາລອງ ເຫດການເຊັ່ນ: ເກີດມີການຂັດແຍ່ງ, ໂຕ້ຖຽງກັນ ແລະ ມີການໃຊ້ອາວຸດ ປືນ ແລະ ຂົ່ມຂູ່ ສົ່ງຜົນໃຫ້ເກີດມີ ການກໍ່ການຮ້າຍ (ຍິງປືນແກັບ) ເຮັດໃຫ້ຜູ້ໂດຍສານພາກັນແລ່ນ ແຕກຕື່ນດ້ວຍຄວາມຕົກໃຈ ແລະ ກໍ່ໃຫ້ເກີດມີຜູ້ບາດເຈັບ. ຈາກນັ້ນ, ພະນັກງານກວດປີ້, ພະນັກງານຮັກ ສາຄວາມປອດໄພ ກໍໄດ້ຝຶກຊ້ອມດໍາ ເນີນຕາມຂັ້ນຕອນຄວາມປອດໄພ ໂດຍໄດ້ໃຊ້ກົນໄກການສື່ສານລາຍ ງານຕໍ່ຫົວໜ້າສະຖານີ ແລະ ພາກ ສ່ວນທີ່ກ່ຽວຂ້ອງຕາມລຳດັບ; ຝຶກ ຊ້ອມທັງເຄື່ອນຍ້າຍຜູ້ໂດຍສານ ອອກຈາກບ່ອນເກີດເຫດຢ່າງຮີບ ດ່ວນ ແລະ ປອດໄພ; ໂທຫາຕຳ ຫລວດ ເພື່ອລາຍງານສະພາບໂດຍ ສະເພາະຫ້ອງຄວບຄຸມການເດີນ ລົດ, ຕິດຕໍ່ຫາໂຮງໝໍ; ເຄື່ອນຍ້າຍຜູ້ ໂດຍສານໄປບ່ອນທີ່ປອດໄພຢ່າງ ຮີບດ່ວນ ໂດຍດຳເນີນການຢ່າງຖືກ ວິທີອອກຈາກສະຖານີດ້ວຍປະຕູ ໜີ ໄພດ້ານຫລັງທັງສອງຂ້າງຂອງ ສະຖານີໄດ້ຢ່າງປອດໄພ ແລະ ໄດ້ ໃຊ້ຄວາມຮູ້ທີ່ໄດ້ຜ່ານການຝຶກຊ້ອມ ມາຊ່ວຍປະຖົມພະຍາບານເບື້ອງ ຕົ້ນ ໃຫ້ແກ່ຜູ້ໂດຍສານທີ່ຮັບບາດ ເຈັບແລະທາງສະຖານີກໍໄດ້ເປີດນໍາ ໃຊ້ສຽງແຈ້ງເຕືອນອັນຕະລາຍ ເພື່ອໃຫ້ຜູ້ໂດຍສານທ່ານອື່ນ ທີ່ຢູ່ ນອກສະຖານີຮັບຮູ້ ແລະ ຫລີກໜີ ຢ່າງທັນເວລາ. ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ໄດ້ນໍາໃຊ້ມາດຕະການທີ່ຮັດ ກຸມ, ຈັດຕັ້ງທີມຮັບມືສຸກເສີນຕໍ່ເຫດ ການທີ່ບໍ່ຄາດຄິດ, ເພີ່ມທະວີການ ປະສານງານທີ່ມີປະສິດທິພາບ ແລະ ວ່ອງໄວເຊັ່ນ: ແຈ້ງຢຸດຈອດ ລົດໄຟທີ່ຈະເຂົ້າ-ອອກສະຖານີຊົ່ວ ຄາວ, ຮັບປະກັນຄວາມປອດໄພໃນ ທຸກພາກສ່ວນທີ່ສຳຄັນ, ການສະກັດ ກັ້ນອັກຄີໄພ ແລະ ປ້ອງກັນການ ລັກລອບໃນສະຖານີ, ການປະສານ ງານກັບຕໍາຫລວດທາງລົດໄຟ ແລະ ບໍລິສັດຮັກສາຄວາມປອດໄພ, ການກະກຽມອຸປະກອນປ້ອງກັນ ຢ່າງຄົບຊຸດ, ເພີ່ມມາດຕະການ ກວດກາລາດຕະເວນ, ເກັບກໍາຂໍ້ມູນ ທີ່ລະອຽດ ເພື່ອລາຍງານຕໍ່ພາກ ສ່ວນທີ່ກ່ຽວຂ້ອງ, ທາງພາກສ່ວນ ຕໍາຫລວດກໍໄດ້ຈັດຕັ້ງທີມສະກັດ ກັ້ນຜູ້ກໍ່ການຮ້າຍ, ເພື່ອໃຫ້ການປະ ຕິບັດໜ້າທີ່ມີປະສິດທິພາບຂຶ້ນ ໄດ້ຈັດທີມທີ່ມີທັກສະໃນການຊ່ວຍ ເຫລືອຕົວປະກັນ, ການຕໍ້ສູ້ ແລະ ວິທີການເຈລະຈາກັບຜູ້ກໍ່ການຮ້າຍ ຈົນສຳເລັດການຊ່ວຍເຫລືອ. ນອກ ຈາກນີ້, ຍັງໄດ້ການຝຶກຊ້ອມການ ຈຳລອງເຫດການເກັບກູ້ລະເບີດ ທີ່ສົງໄສຢູ່ໃນສະຖານີຫ້ອງລໍຖ້າ ຂຶ້ນລົດ. ຂ່າວ: ກິດຕາ ໄຝ່ຝັນຂອງຄົນອາເມລິກາ ຈາກປະ ຫວັດສາດຂອງ ສ ອາເມລິກາ ແຕ່ ອະດີດຈົນເຖິງປັດຈຸບັນ, ສະຫະລັດ ໄດ້ຍຶດໝັ້ນໃນຄວາມເຊື່ອທີ່ວ່າດ້ວຍ ຄວາມມຸ່ງໝັ້ນ ແລະ ການເຮັດວຽກ ໜັກ, ທຸກຄົນສາມາດປະສົບຜົນ ສຳເລັດ ແລະ ຄວາມຈະເລີນຮຸ່ງ ເຮືອງໄດ້. ຮໍລີວູດ, ກັບເລື່ອງເລົ່າຕໍ່ ກັນມາ ຈາກທີ່ເປັນຄົນທຸກຍາກຈົນ ກາຍເປັນຜູ້ຮັ່ງມີ, ປະສົບຜົນສໍາເລັດ ແລະຄວາມສາມາດທີ່ຫລາກຫລາຍ ອັນເປັນຕົວຢ່າງສະແດງໃຫ້ເຫັນ ເຖິງເນື້ອໃນຈິດໃຈ ແລະ ເປັນສິ່ງ ເຕືອນໃຈວ່າຄວາມຝັນກັບກາຍມາ ເປັນຄວາມຈິງໄດ້. ຮໍລີວູດ ຍັງເປັນ ອີກໜຶ່ງຂໍ້ພິສູດເຖິງພະລັງຂອງ ການເປັນຜູ້ປະກອບການ, ຄວາມ ຄິດສ້າງສັນ ແລະ ນະວັດຕະກຳ;ນະ ວັດຕະກຳທາງເຕັກໂນໂລຊີຄວາມ ບັນເທີງ ໄດ້ກ້າວໄປສູ່ການປະຕິ ຮູບທາງດີຈິຕອນ, ຈາກ e-commerce ກ້າວໄປສູ່ປັນຍາປະດິດ. ສະຫະລັດ ໄດ້ແບ່ງປັນນະວັດ ຕະກຳ ແລະ ແນວຄວາມຄິດເຫລົ່າ ນີ້ ເພື່ອການໃຊ້ງານຢ່າງມີຄວາມ ຮັບຜິດຊອບກັບໂລກ. ໃນຂະນະທີ່ ສປປ ລາວ ເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ ທີ່ເລັງໃສ່ ເພີ່ມທະວີການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງ, ພວກເຮົາຈະ ສືບຕໍ່ຊອກຫາວິທີທາງເພື່ອແບ່ງ ປັນປະສົບການຂອງພວກເຮົາ ໃນ ການສົ່ງເສີມນະວັດຕະກຳທາງດີຈິ ຕອນ ແລະ ການຮັບປະກັນການນຳ ໃຊ້ເຕັກໂນໂລຊີໃໝ່ຢ່າງມີຄວາມ ຮັບຜິດຊອບ ກັບ ສປປ ລາວ, ອາ ຊຽນ ແລະ ພາກພື້ນ ອິນໂດປາ ຊີຟິກ. ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຜັນຂະຫຍາຍສາຍ ພົວພັນ, ຮັດແໜ້ນການແລກປ່ຽນ ທາງວັດທະນະທຳ, ໂຄງການສຶກ ສາ, ແລະ ການເປັນຄູ່ຮ່ວມມືທາງ ທຸລະກິດ ເພື່ອເສີມສ້າງຄວາມເຂົ້າ ໃຈອັນດີ ແລະ ຄວາມເຄົາລົບເຊິ່ງ ກັນ ແລະ ກັນ.

xtgmf]k; 3 21/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ g-nj v'j kp 9bj 'dkpgxa oz66h glpskp ໂດຍ: ຢ່າຕົ່ງ ແຫລ່ງຂໍ້ມູນຈາກ: ສູນກາງຊາວໜຸ່ມ |5 j ,]k;7Q o7;h kot;a f8tde.\j .lj .9ly j 'c;f]h v, ot7vos];' pa '8h v' ln [8+ cdh w00= h7q '7h k' ໂດຍ: ມາລີດາ * ໄລຍະນີ້ສັງເກດເຫັນເຈົ້າຂອງ ເຟສບຸກສ່ວນຕົວຈໍານວນໜຶ່ງແຈ້ງ ວ່າມີຄົນບໍ່ດີເອົາຊື່ຕົນເອງຫລືຂອງ ຄອບຄົວ-ລູກ-ເມຍ ຕັ້ງເປັນຂອງ ເຂົາໄປຕົວະໃຫ້ກຸ່ມໝູ່ຄູ່ ຜູ້ຖືກລັກ ເອົາຊື່ ໃນຮູບແບບການຕົວະໂອນ ເງິນໃຫ້ຍ້ອນມີເຫດຈຳເປັນຕ່າງໆ ຊຶ່ງເຫດການນີ້ໄດ້ມີຫລາຍຄົນຕົກ ເປັນເຫຍື່ອ ແລະ ສູນເສຍເງິນເປັນ ຈຳນວນຫລາຍ. ຕໍ່ກັບພຶດຕິກຳດັ່ງ ກ່າວແມ່ນເກີດຂຶ້ນມາດົນແລ້ວ ແຕ່ ໃນປັດຈຸບັນກຸ່ມຄົນບໍ່ດີຍິ່ງໃຊ້ວິທີທີ່ ແນບນຽນຂຶ້ນກວ່າເກົ່າ ເພາະມີທັງ ການປອມສຽງເຈົ້າຂອງບັນຊີເຟສ ບຸກ ຈຶ່ງເຮັດໃຫ້ຜູ້ຕົກເປັນເຫຍື່ອເຊື່ອ ແບບຕາຍໃຈວ່າແມ່ນຄົນທີ່ຕົນເອງ ຮູ້ຈັກຮັກແພງແທ້ຈຶ່ງໂອນເງິນໃຫ້. ໃນສະພາບທີ່ເສດຖະກິດມີຄວາມ ຫຍຸ້ງຍາກນີ້ ຍິ່ງພາໃຫ້ເກີດມີປາກົດ ການຫຍໍ້ທໍ້ໃນສັງຄົມທຸກຮູບແບບ ຊຶ່ງກຸ່ມຄົນບໍ່ດີກໍໃຊ້ທຸກວິທີທາງ, ທຸກຮູບແບບທີ່ແນບນຽນ ເພື່ອຕົວະ ໃຫ້ສັງຄົມເຊື່ອ ຊຶ່ງເຫດການແບບ ນີ້ທົ່ວສັງຄົມລາວ ຕ້ອງຍົກສູງສະຕິ ໃນການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ນັບມື້ສູງ. ຕ້ອງຄຳນຶງສະເໝີວ່າ ການໃຊ້ສັງຄົມອອນລາຍນັ້ນຕ້ອງ ລະມັດ ລະວັງໃນການຮັບ, ສະໜັບ ສະໜູນກໍ່ຄື Like, ສົ່ງຕໍ່ລວມເຖິງ ການສະແດງຄວາມຄິດເຫັນຕໍ່ບັນ ຫາທີ່ຖືກນໍາມາເຜີຍແຜ່ໃນໂລກອອນ ລາຍແມ່ນສໍາຄັນຫລາຍ. ຈະ Like, ໃຫ້ຄວາມເຫັນ (Comment) ຫລື ແຊ(Share)ຕ້ອງຄິດຫງໍາຫລາຍ ຫລົບຫລາຍຕ່າວ ເພື່ອບໍ່ໃຫ້ຕົກເປັນ ເຍື່ອຂອງກຸ່ມຄົນບໍ່ຫວັງດີ ນັ້ນເອງ. ສຳລັບວິທີປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ ດີໂຈລະກຳຂໍ້ມູນຜ່ານສື່ອອນລາຍ ໄດ້ງ່າຍໆນັ້ນຜູ້ໃຊ້ຕ້ອງມີສະຕິ, ໝັ່ນ ປ່ຽນລະຫັດບັນຊີ ແລະ ໃຊ້ລະຫັດທີ່ ເຂົ້າເຖິງຍາກ, ບໍ່ຄວນກົດລິ້ງທີ່ຖືກ ສົ່ງໃຫ້ຈາກຄົນທີ່ບໍ່ຮູ້ຈັກ ຫລື ຈາກ ແຫລ່ງທີ່ເຊື່ອຖືບໍ່ໄດ້. ໃນກໍລະນີທີ່ມີ ການໃຫ້ໂອນເງິນ ຕ້ອງກວດຄືນຫາ ເຈົ້າຂອງບັນຊີຢ່າງຄັກແນ່ວ່າແມ່ນ ຄົນທີ່ຕົນເອງຮູ້ຈັກບໍ່ທີ່ຕ້ອງການ ຄວາມຊ່ວຍເຫລືອ, ສັງເກດເລກບັນ ຊີທີ່ຈະໂອນໃຫ້ວ່າແມ່ນຄົນທີ່ຕົນ ເອງຮູ້ຈັກບໍ່. ສຳຄັນແມ່ນຕ້ອງມີສະ ຕິສູງ ແລະ ກວດກາຢ່າງລະອຽດ ທຸກຄັ້ງກ່ອນທີ່ຈະມີການເຄື່ອນໄຫວ ທາງການເງິນ. ໃນກໍລະນີການລັກເຂົ້າຫລື ໃຊ້ຊື່ ຜູ້ອື່ນ ໃນສັງຄົມສື່ອອນລາຍ ເພື່ອ ຈຸດປະສົງບໍ່ດີ ຖືວ່າຂັດກັບລະບຽບ ກົດ ໝາຍຂອງ ສປປ ລາວ ຊຶ່ງກໍມີ ຫລາຍກົດໝາຍທີ່ກ່ຽວຂ້ອງແລ້ວ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍເຕັກ ໂນໂລຊີການສື່ສານ ແລະ ຂໍ້ມູນ ຂ່າວສານ; ກົດໝາຍວ່າດ້ວຍການ ປົກປ້ອງຂໍ້ມູນເອເລັກໂຕຣນິກ; ກົດ ໝາຍວ່າດ້ວຍການຕ້ານແລະສະກັດ ກັ້ນອາຊະຍາກໍາທາງລະບົບຄອມ ພິມເຕີ ແລະ ອື່ນໆ. ໃນສັງຄົມເຮົາ, ການສະກັດກັ້ນ ຕໍ່ປາກົດອັນບໍ່ດີທີ່ ອາດຈະເກີດຂຶ້ນຈາກການໃຊ້ສື່ສັງ ຄົມອອນລາຍນີ້ຍັງຖືວ່າການໂຄສະ ນາສຶກສາອົບຮົມທາງດ້ານແນວ ຄິດມີຄວາມສໍາຄັນ ເຊິ່ງຕ້ອງການ ການມີສ່ວນຮ່ວມທົ່ວສັງຄົມນັບແຕ່ ຫົວໜ່ວຍຄອບຄົວ, ອໍານາດການ ປົກຄອງຮາກຖານ, ສະຖານສຶກສາ ແລະ ອື່ນໆ. ສ່ວນລັດແນ່ນອນແມ່ນ ເປັນກົກຢູ່ແລ້ວ ເຊິ່ງຈໍາເປັນຕ້ອງ ເພີ່ມທະວີບົດບາດການຄຸ້ມຄອງ, ຕິດຕາມ-ກວດກາ ແລະ ນໍາໃຊ້ບັນ ດາມາດຕະການທາງລະບຽບ-ກົດ ໝາຍໃຫ້ສອດຄ່ອງສະພາບເງື່ອນ ໄຂໃຫ້ເຂັ້ມງວດ ແລະ ທັນການ. * ນັບວ່າເປັນນະວັດຕຳກຳໃໝ່ ທີ່ຊາວໜຸ່ມລາວເຮົາສາມາດຄິດ ຄົ້ນເຄື່ອງຜະລິດພາຊະນະປະເພດ ຖ້ວຍ ແລະ ຈານ ຈາກໃບໄມ້ປະສົມ ກັບແປ້ງ ແລ້ວນໍາເຂົ້າເຄື່ອງບີບອັດ ຄວາມຮ້ອນໃຫ້ກາຍເປັນພາຊະນະ ຮູບຊົງຕ່າງໆອອກຮັບໃຊ້ສັງຄົມທັງ ຫວັງຜະລິດປ່ຽນແທນປລາສຕິກ ແລະ ໂຟມ ທີ່ເປັນຂີ້ເຫຍື້ອຈຳນວນ ມະຫາສານທຳລາຍສິ່ງແວດລ້ອມ ໂລກ. ເຄື່ອງຈັກດັ່ງກ່າວສ້າງຂຶ້ນໂດຍ ທ້າວ ສູນທອນ ອ່ອນຕາອິນດາ ພາບປະກອບ * ທ່ານ ບຸມທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສະ ມາຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງທີ1ແລະ ສະມາຊິກສະພາ ປະຊາຊົນນະຄອນຫລວງ ໄດ້ເອົາໃຈ ໃສ່ຈັດຕັ້ງປະຕິບັດພາລະບົດບາດ, ສິດແລະໜ້າທີ່ຂອງຕົນແລະຄໍາແນະ ນໍາຂອງຄະນະປະຈໍາສະພາ ແຫ່ງ ຊາດ ດ້ວຍຄວາມຮັບຜິດຊອບສູງ ພາຍຫລັງສໍາເລັດການດໍາເນີນກອງ ປະຊຸມ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫລວງ ໄດ້ມີການນໍາເອົາລັດຖະທໍາມະນູນ ກົດໝາຍ, ມະຕິຂອງສະພາແຫ່ງ ຊາດ,ມະຕິສະພາປະຊາຊົນນະຄອນ ຫລວງ ແລະ ບັນດານິຕິກໍາໃຕ້ກົດ ໝາຍລົງໂຄສະນາເຜີຍແຜ່ໃຫ້ຜູ້ມີ ສິດເລືອກຕັ້ງ ຢູ່ບັນດາອົງການຈັດ ຕັ້ງຂັ້ນສູນກາງ, ຂັ້ນນະຄອນຫລວງ, ຂັ້ນເມືອງ ແລະ ໄປຮອດໄປເຖິງຜູ້ມີ ສິດເລືອກຕັ້ງຢູ່ຂັ້ນບ້ານ ໃນຂອບ ເຂດ ນະຄອນຫລວງວຽງຈັນ ມາ ຮອດປັດຈຸບັນໄດ້ທັງໝົດ 6 ຄັ້ງ, ມີຜູ້ ເຂົ້າຮ່ວມທັງໝົດ 64.616 ຄົນ, ຍິງ 28.129ຄົນ ເຊິ່ງບັນຫາທີ່ປະ ຊາຊົນສະເໜີຫລາຍ ແຕ່ຍັງບໍ່ທັນໄດ້ ຮັບການແກ້ໄຂໄດ້ດີເທົ່າທີ່ຄວນໂດຍ ສະເພາະບັນຫາທີ່ຕິດພັນກັບໂຄງ ການລົງທຶນໃຫຍ່ຂອງລັດຖະບານທີ່ ຈັດຕັ້ງປະຕິບັດໃນນະຄອນຫລວງ ເປັນຕົ້ນ: ໂຄງການໂລຈິສຕິກ ທ່າ ບົກ-ທ່ານາແລ້ງ ແບບຄົບວົງຈອນ ນະຄອນຫລວງ; ໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ໄລຍະ 2 ແລະ ໂຄງການກໍ່ສ້າງສາຍສົ່ງໄຟ ຟ້າແຮງສູງ 230 ກິໂລໂວນ ແລະ 500 ກິໂລໂວນ ແຕ່ສະຖານນີ ເພຍ ລາດ-ສະຖານີໄຟຟ້າ ນາຊາຍທອງ ນະຄອນຫລວງ ຂອງລັດວິສາຫະ ກິດໄຟຟ້າລາວ ປັດຈຸບັນຍັງເປັນຂໍ້ ຄົງຄ້າງບໍ່ສາມາດແກ້ໄຂໄດ້ເຖິງ ວ່າສະພາປະຊາຊົນຂອງພວກເຮົາ ເອົາໃຈໃສ່ຊຸກຍູ້ ແລະ ມີສ່ວນຮ່ວມ ແຕ່ກໍ່ຍັງບໍ່ທັນໄດ້ຮັບການແກ້ໄຂໄດ້ ຢ່າງຂາດຕົວ ເຊິ່ງໃນຕໍ່ໜ້ານີ້ສິ່ງທີ່ ຮີບດ່ວນຄວນເລັ່ງໃສ່ປັບປຸງແກ້ໄຂ ກໍ່ຄື ບັນຫາເສດຖະກິດ-ການເງິນ ທີ່ ສປປ ລາວ ຂອງພວກເຮົາພວມຜະ ເຊີນຢູ່ ຊຶ່ງສົ່ງຜົນກະທົບຢ່າງໜັກ ໜ່ວງຕໍ່ການດໍາລົງຊີວິດ ຂອງປະ ຊາຊົນລາວບັນດາເຜົ່າ. ສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 1 ພວກເຮົາ ກໍ່ເອົາໃຈໃສ່ຕິດ ຕາມກວດກາເກັບກໍາຂໍ້ມູນ ແລ້ວນໍາ ມາປະກອບຄໍາເຫັນຕໍ່ກອງປະຊຸມ ໃນຄັ້ງນີ້ ໂດຍສະເພາະວາລະການ ເຄື່ອນໄຫວວຽກງານຂອງລັດຖະ ບານ ໃນການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດສັງຄົມແຫ່ງ ລັດ ເຊິ່ງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ກໍ່ໄດ້ປະ ກອບຄໍາເຫັນຫລາຍທ່ານຕໍ່ກັບການ ປະຕິບັດວຽກງານລັດຖະບານໃນ ໄລຍະຜ່ານມາ ແລະ ບາງວິທີແກ້ໄຂ ໃນຕໍ່ໜ້າ. ພາຍຫລັງກອງປະຊຸມສະພາ ຄັ້ງນີ້ຫວັງວ່າລັດຖະບານຈະນໍາເອົາ ຄໍາຄິດຄໍາເຫັນ ຂອງກອງປະຊຸມໄປ ຄົ້ນຄວ້າຜັນຂະຫຍາຍວິທີການແກ້ ໄຂວິກິດການທາງດ້ານເສດຖະ ກິດ-ການເງິນ ໃຫ້ມີສະຖຽນລະພາບ ຄົງທີ່ ບໍ່ໃຫ້ເສື່ອມຖອຍໄປກວ່ານີ້ ແລະ ກັບຄືນເຂົ້າສູ່ສະພາວະປົກກະ ຕິໃນຕໍ່ໜ້າ. ສຸດທ້າຍ ເພື່ອເຮັດໃຫ້ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ມີປະສິດພາບ ທຸກພາກສ່ວນຄວນ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາ ກົດໝາຍຕ່າງໆຢ່າງເຂັ້ມງວດ ຖ້າ ວ່າກົດໝາຍຍັງບໍ່ຈະແຈ້ງກໍ່ຈັດຕັ້ງ ຜັນຂະຫຍາຍກົດໝາຍ ອອກເປັນນິ ຕິກໍາໃຕ້ກົດໝາຍ ໃຫ້ລະອຽດສອດ ຄ່ອງກັບສະພາບຄວາມເປັນຈິງ ແລ້ວນໍາສະເໜີໃຫ້ສະພາຂັ້ນທ້ອງ ຖິ່ນພິຈາລະນາຮັບຮອງ ເພື່ອເປັນ ບ່ອນອີງໃນການຈັດຕັ້ງປະຕິບັດ ວຽກງານແກ່ທຸກພາກສ່ວນ. ອາຍຸ 21 ປີ ເປັນວິສະວະກອນ ແລະ ຜູ້ອຳນວຍການຂອງບໍລິສັດ NIKOLA Inventor Technology and Innovation Laos Co.,Ltd. ຈຸດພິເສດ ຂອງເຄື່ອງ ຈັກ ແມ່ນມີ 2 ແມ່ແບບໃນ 1 ເຄື່ອງ, ສາມາດຜະລິດຈານໄດ້ 40-50 ອັນຕໍ່ຊົ່ວໂມງ ສະແດງວ່າ ເຄື່ອງຈັກ 1 ເຄື່ອງ ສາມາດຜະລິດໄດ້ 80100 ໃບຕໍ່ຊົ່ວໂມງ. ສຳລັບວັດຖຸດິບ ທີ່ນຳມາອັດເປັນຈານໄດ້ ປະກອບມີ ກາບໝາກ, ກາບໄຜ່ ແລະ ໃບໄມ້ ປະເພດຕ່າງໆທີ່ບໍ່ມີຜົນຂ້າງຄຽງຕໍ່ ຮ່າງກາຍ. ທ້າວ ສູນທອນ ເລົ່ສູ່ຟັງ ວ່າ: ການສ້າງເຄື່ອງຈັກນີ້ຂຶ້ນມາ ກໍ່ ຍ້ອນວ່າເຫັນບັນຫາຂອງການນຳ ໃຊ້ພາຊະນະບັນຈຸອາຫານທີ່ເປັນ ປະເພດໂຟມ ແລະ ປລາສຕິກ ທີ່ ນັບມື້ນັບສ້າງຂີ້ເຫຍື້ອຂຶ້ນເລື້ອຍໆ ແລ້ວຂີ້ເຫຍື້ອປະເພດນີ້ ຍັງມີອາຍຸ ການຍ່ອຍສະຫລາຍ ຫລາຍກວ່າ 450 ປີ ແລະ ເຫັນວ່າວັດຖຸດິບທີ່ມາ ຈາກທຳມະຊາດ ແລະ ບໍ່ມີຜົນກະ ທົບຕໍ່ຮ່າງກາຍຢູ່ປະເທດເຮົາຍັງມີ ຫລາຍເຊັ່ນ: ກາບໝາກ, ກາບໄຜ່ ແລະ ໃບໄມ້ປະເພດຕ່າງໆ ຊຶ່ງເຄື່ອງ ຈັກລັກສະນະນີ້ຢູ່ຕ່າງປະເທດກໍມີ ແລ້ວ ແຕ່ການທີ່ຈະສັ່ງເອົາເຄື່ອງ ຈັກຈາກຕ່າງປະເທດເຂົ້າມາໃນ ປະເທດລາວເຮົາກໍຂ້ອນຂ້າງມີລາ ຄາສູງ ຈຶ່ງໄດ້ຄິດຄົ້ນເຄື່ອງຈັກຂຶ້ນ ເອງ ແລະ ນຳເອົາເຄື່ອງຈັກໄປນຳ ສະເໜີຕາມງານຕ່າງໆ ແລະ ເຂົ້າ ຮ່ວມແຂ່ງຂັນຈົນໄດ້ຮັບລາງວັນ ຄື: ໄດ້ຮັບລາງວັນຊະນະເລີດງານ Toyota lncubation Program, ລາງວັນ Lancang-Mekong Young Technopreneur Forum, ລາງວັນຊະນະເລີດງານ BIZ IDEA PITCHING 2023, ລາງວັນຊະນະເລີດຈາກງານນະ ວັດຕະກຳການຢຸດຕິມົນລະພິດ ປລາສຕິກ (EPPIC). ນອກຈາກ ນີ້, ຍັງໄດ້ຮັບການສະໜັບສະໜູນ ຈາກ Makerbox ຕື່ມອີກ. ໃນຕໍ່ໜ້າ ມີແຜນທີ່ຈະສ້າງເຄື່ອງ ຈັກອອກມາອີກຫລາຍໆເຄື່ອງ ເພື່ອ ຜະລິດຈານ ຈາກທຳມະຊາດຕອບ ສະໜອງໃຫ້ສັງຄົມຢ່າງທົ່ວເຖິງ ແລະ ຢາກເຫັນສັງຄົມລາວ ໃຫ້ ຄວາມສໍາຄັນຕໍ່ສິ່ງແວດລ້ອມໃຫ້ ຫລາຍຂຶ້ນ, ນຳໃຊ້ປລາສຕິກ ໃຫ້ ໜ້ອຍລົງ ແລະ ໃນອະນາຄົດໄວໆນີ້ ຖ້າຫາກມີຜູ້ໃຫ້ທຶນກໍຢາກຈະສ້າງ ເຄື່ອງຈັກນີ້ ກະຈາຍລົງແຕ່ລະຊຸມ ຊົນ ເພື່ອໃຫ້ມີອາຊີບ ພ້ອມທັງຮັກ ສາສິ່ງແວດລ້ອມໄປພ້ອມກັນ ທ້າວ ສູນທອນ ອ່ອນຕາອິນດາ ກ່າວ.

RkJQdWJsaXNoZXIy MTc3MTYxMQ==