ສົ່ງເສີມການປູກຜັກປອດສານຜິດ

20/06/2024 11:29
Email Print 350
ຂປລ ສົ່ງເສີມການປູກຜັກປອດສານຜິດຄັນການປູກພືດຜັກ-ໝາກໄມ້... ໄຮ້ສານພິດ ຫລື ປອດສານພິດ (ປອດໄພບໍ່ມີສານພິດ) ເພາະທຸກຄົນລ້ວນຖືສໍາຄັນການຮັກສາສຸຂະພາບທີ່ດີ.

    *ສົ່ງເສີມການປູກຜັກປອດສານຜິດຄັນການປູກພືດຜັກ-ໝາກໄມ້... ໄຮ້ສານພິດ ຫລື ປອດສານພິດ (ປອດໄພບໍ່ມີສານພິດ) ເພາະທຸກຄົນລ້ວນຖືສໍາຄັນການຮັກສາສຸຂະພາບທີ່ດີ. ຜົນຜະລິດພວກທີ່ເອີ້ນວ່າ ປອດສານພິດ ລາຄາອ່າວແພງ, ແຕ່ທຸກຄົນກໍ່ຊື້ເພາະເຊື່ອຖືວ່າດີຕໍ່ສຸຂະພາບ, ເອົາໄວ້ໄດ້ຫລາຍມ້ື (ໄວ້ຕູ້ເຢັນກໍ່ນານແຫ່ວ, ບໍ່ເປື່ອຍງ່າຍຄືຜົນຜະລິດທີ່ປູກເລັ່ງຝຸ່ນເຄມີ...), ລົດຊາດແຊບ...ເວົ້າເຖິງການສົ່ງເສີມປູກພືດຜັກ-ໝາກໄມ້ ປອດໄພຈາກສານພິດ ຖືເປັນອີກນະໂຍບາຍໜຶ່ງສໍາຄັນທີ່ພັກ-ລັດເຮົາໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ຕະ ຫລອດໄລຍະຜ່ານມາ, ທັງໄດ້ຊຸກຍູ້ຢ່າງແຂງແຮງການປູກໃນລະດັບຄອບຄົວ, ສະຫະກອນ, ເປັນ ຟາມ ...ເພາະເຫັນວ່າທີ່ຕັ້ງພູມລໍາເນົາ ກໍ່ຄືດິນຂອງເຮົາມີຄວາມເໝາະສົມ, ຜົນຜະລິດປອດສານພິດເປັນຄວາມຕ້ອງການທັງຢູ່ພາຍໃນ ແລະ ເປັນເງື່ອນໄຂດີເພື່ອກ້າວສູ່ການສົ່ງອອກໄປຕ່າງປະເທດ.

    ຜ່ານມາກໍ່ເຫັນວ່າມີການສົ່ງອອກໄປແລ້ວຈໍານວນໜຶ່ງ ໂດຍມີການສົ່ງເສີມປູກຢ່າງແຂງແຮງ ເປັນຕົ້ນຢູ່ເຂດເມືອງຮອບນອກນະຄອນຫລວງວຽງຈັນແດ່ ແລະ ບັນດາແຂວງທີ່ມີທ່າແຮງ. ສະເພາະຢູ່ນະຄອນຫລວງວຽງຈັນ ສັງເກດເຫັນວ່າ ກຸ່ມປູກຜັກປອດສານພິດເຕີບໃຫຍ່ຂຶ້ນຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາແຕ່ລະໄລຍະ. ສໍາຄັນປູກແລ້ວແມ່ນມີຕະຫລາດຮອງຮັບໃນລະດັບພື້ນຖານແລ້ວ. ຂະບວນການຕະຫລາດນັດ ຜັກ-ໝາກໄມ້ປອດສານພິດຈຶ່ງເກີດຂຶ້ນຫລາຍບ່ອນ ເຊິ່ງໃນນະຄອນຫລວງວຽງຈັນ ບ່ອນທີ່ຫລາຍຄົນຮູ້ດີ ແລະ ໄປຊ້ືຫລາຍ ກໍ່ແມ່ນຢູ່ບໍລິເວນສູນການຄ້າ ລາວ-ໄອເຕັກ ເຊິ່ງເປັນຕະຫລາດ ນັດໃນວັນພຸດ ແລະ ວັນເສົາ.ຄວາມຈິງແລ້ວ ຈະວ່າແພງ ກວ່າຜັກ-ໝາກໄມ້ ທີ່ປູກໃສ່ຝຸ່ນເຄມີ ແບບເລັ່ງລັດເວລາກາບໍ່ແມ່ນຫ່າງ ກັນຫລາຍ, ຖ້າເບິ່ງໃສ່ການບົວລະ ບັດ, ເວລາການປູກ, ຜົນຜະລິດມີ ຄວາມປອດໄພ, ລົດຊາດແຊບ, ເກັບໄວ້ໄດ້ດົນ...ກໍ່ຖືວ່າບໍ່ແພງ ເພື່ອແລກກັບການກິນດີ-ປອດໄພຕໍ່ສຸຂະພາບ.

    ໃນຍາມຝົນ ຫລື ລະດູຝົນ, ພືດຜັກຫລາຍຊະນິດອາດຈະແພງໄລຍະຕົ້ນ, ແຕ່ດ້ວຍວິທີປູກນັບມື້ທັນສະໄໝ ໃຫ້ເໝາະສົມກັບລະດູການ, ພືກຜັກກໍ່ຄ່ອຍລາຄາສະຖຽນແລ້ວ. ຜູ້ຊື້ເຂົ້າໃຈໃນຄວາມລໍາບາກຂອງຜູ້ປູກ, ຜູ້ປູກເຂົ້າໃຈຄວາມຕ້ອງການຂອງຜູ້ຊື້ກໍ່ຈະພາໃຫ້ຕະຫລາດຜົນຜະລິດທີ່ປອດສານພິດເຕີບໃຫຍ່-ຍືນຍົງ. ຫລາຍມື້ກ່ອນ ໜັງສືພິມປະເທດລາວ ໄດ້ເຜີຍແຜ່ບົດໃນຄໍລໍາພັດທະນາອາຊີບ, ຫົວຂໍ້ “ປູກພືດຜັກປອດ ສານພິດຂາຍ ສາມາດສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ປີ”, ເວົ້າເຖິງຄອບຄົວ ນາງ ຄູນ ອົດສຸດິນຍົງ ຢູ່ບ້ານທົ່ງຂວາ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ. ອ່ານແລ້ວ ກໍ່ເປັນໜ້າພູມໃຈໃນໝາກຜົນແຫ່ງຄວາມອົດທົນ ແລະ ເຮັດຖືກກັບຄວາມຕ້ອງການຕະຫລາດ ໂດຍເລີ່ມປູກໃນເນື້ອທີ່ 2.000 ກວ່າຕາແມັດ ແລະ ມີແຮງງານຕົ້ນຕໍພຽງແຕ່ສອງຄົນແຕ່ປີ 2015, ແຕ່ກໍ່ສາມາດເຮັດໃຫ້ພື້ນດິນສ້າງມູນຄ່າເພີ່ມໄດ້ກຸ້ມຄ່າ ສະເລ່ຍ 50 ລ້ານຕໍ່ປີ, ທັງໝາກນອຍ, ໝາກເລັ່ນ, ໝາກນໍ້າ, ໝາກເຜັດ, ເຂືອ, ອຶ, ຖົ່ວ, ຜັກຊະນິດຕ່າງໆ...ເວົ້າກໍ່ຄືພວກຜັກທີ່ຄອບຄົວນີ້ປູກແມ່ນມີການບໍລິໂພກທຸກວັນ, ທຸກຄອບຄົວ, ນັ້ນມັນ ເປັນຄວາມຕ້ອງການທີ່ຂາດບໍ່ໄດ້ໃນຊີວິດປະຈໍາວັນ.

    ເວົ້າເຖິງການປູກພືດຜັກ... ຖືເປັນອາຊີບມູນເຊື້ອຂອງຄົນລາວ ໂດຍສະເພາະອາຊີບຊາວນາ ແມ່ນໄດ້ຮັບການຍ້ອງຍໍສັນລະເສີນມາແຕ່ບູຮານ, ສະນ້ັນ ຈ່ຶງມີນິທານຫລາຍເລື່ອງ ແລະ ບັນດາກະວີ (ລວມທັງການຂັບລໍາທ້ອງຖິ່ນ) ໃນລັກສະນະຈາລຶກບຸນຄຸນ ແລະ ເຫັນຄ່າຂອງຊາວນາຫລາຍ. ປັດຈຸບັນ ການເຮັດຜະລິດກະສິກໍາປູກຝັງ ໂດຍສະເພາະປູກພືດປອດສານພິດ ພວກຜັກ-ໝາກໄມ້...ລວມທັງເຂົ້າ ແມ່ນໄດ້ຮັບການສົ່ງເສີມທັງທາງດ້ານນະໂຍບາຍ, ເຕັກນິກ, ສິນເຊື່ອ, ຕະຫລາດ.... ການຊຸກຍູ້ສົ່ງເສີມໃຫ້ນັບມື້ແຂງແຮງແມ່ນຄວາມຕ້ອງການອັນພາວະວິໄສເພື່ອໃຫ້ຜົນຜະລິດກະສິກໍາປອດສານພິດເຕີບໃຫຍ່ຈາກຕະຫລາດພາຍໃນ ແລະ ຄ່ອຍກ້າວສູ່ການສົ່ງອອກນັບມື້ຫລາຍ, ອັນຈະເປັນການຜັນຂະຫຍາຍແນວຄິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ທີ່ເປັນຮູບປະທໍາ ແລະ ມີຄວາມໝັ້ນຄົງຍືນຍົງຕາມເປົ້າໝາຍທີ່ວາງໄວ້, ປະກອບສ່ວນສໍາຄັນເຮັດໃຫ້ເສດຖະກິດເຮົາເຂັ້ມແຂງຂຶ້ນ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top