ລາຍນາກຕິດພັນກັບວິຖີຊີວິດຂອງຄົນເຊື້ອຊາດລາວ ມາແຕ່ບູຮານ

08/06/2024 06:50
Email Print 1293
ຂປລ ລາຍນາກ ເປັນລາຍທີ່ມີຄວາມໂດດເດັ່ນ ແລະ ງົດງາມໃນແຜ່ນແພລາວ ທີ່ສ່ອງແສງເຖິງເອກະລັກຂອງຄົນລາວເປັນຢ່າງດີ.

    *ລາຍນາກ ເປັນລາຍທີ່ມີຄວາມໂດດເດັ່ນ ແລະ ງົດງາມໃນແຜ່ນແພລາວ ທີ່ສ່ອງແສງເຖິງເອກະລັກຂອງຄົນລາວເປັນຢ່າງດີ. ນັບແຕ່ສະໄໝບູຮານການດຳລົງຊີວິດຂອງຄົນລາວແມ່ນຕິດພັນກັບທຳມະຊາດ, ຮີດຄອງປະເພນີ, ຄວາມເຊື່ອ ແລະ ສາສະໜາ ວິຖີຊີວິດດັ່ງກ່າວມີການສືບທອດຈາກຮຸ່ນສູ່ຮຸ່ນ. ດັ່ງນັ້ນ, ຄົນລາວເຊື້ອຊາດລາວບໍ່ວ່າຈະຢູ່ແຫ່ງຫົນໃດກໍຍັງຮັກສາເອກະລັກຂອງຄວາມເປັນຊາດໄວ້ຢ່າງໝັ້ນຄົງ. ໃນສະໄໝບູຮານຄົນລາວ ມີຄວາມເຊື່ອວ່າພະຍານາກແມ່ນສິ່ງສັກສິດທີ່ຄອຍປົກປັກຮັກສາໃຫ້ຄວາມຢູ່ເຢັນເປັນສຸກປາສະຈາກສິ່ງບໍ່ດີ.


    ສະນັ້ນ, ຊາວຊ່າງຫັດຖະກຳລາວ ຈຶ່ງຄົ້ນຄິດລວດລາຍຈາກຈິດສຳນຶກຂອງຕົນຂຶ້ນມາແລ້ວ ບັນຈົງລົງໃນຜືນຜ້າໂດຍຜ່ານຂັ້ນຕອນ ແລະ ກຳມະວິທີອັນປານີດພິຖີພິຖັນຈຶ່ງໄດ້ລວດລາຍທີ່ງົດງາມສະດຸດຕາທ່ີພວກເຮົາເຫັນໃນທຸກວັນນີ້. ການຕໍ່າລາຍນາກ ກໍ່ບໍ່ແມ່ນເລື່ອງງ່າຍຕ້ອງໄດ້ໃຊ້ຄວາມປານິດ ແລະ ຄວາມອົດທົນພະຍາມຍາມເພາະການຕໍ່າ ມີຫລາຍຂັ້ນຕອນ ເລີ່ມຈາກການສາວເສັ້ນໄໝແລ້ວນໍາໄປຍ້ອມສີທໍາມະຊາດ ຈຶ່ງນໍາມາຕໍ່າເປັນລວດລາຍທີ່ສວຍງາມ ດັ່ງທີ່ເຮົາເຫັນຕາມຜືນຜ້ານັ້ນເອງ. ການຕໍ່າລາຍນາກຕາມປະເພນີແລ້ວ ໂຕນາກຈະໃຊ້ຝ້າຍຂາວ, ສ່ວນຫົວນາກຈະໃສ່ສີທີ່ມີຄວາມໂດດເດັ່ນ ເພື່ອສະແດງເຖິງພະລັງອໍານາດ. ສະນັ້ນ, ການຍ້ອມສີຕ້ອງໄດ້ກະກຽມສີຄື: ສີແດງ, ສີຂຽວ, ສີທອງ ແລະ ການຕໍ່າກໍ່ໄດ້ໃຊ້ຫລາຍວິທີເຊັ່ນ: ການຈົກ, ການຂິດ , ການມັດມ່ີ ແລະ ອ່ືນໆ ຫລາຍຂັ້ນຕອນກ່ອນຈະອອກມາເປັນຜ້າແພລວດລາຍຕ່າງໆ.

    ໃນປັດຈຸບັນ ເມື່ອສັງຄົມມີການພັດນາລວດລາຍໃນຜືນຜ້າກໍມີການປ່ຽນແປງໄປຕາມຍຸກສະໄໝ ແຕ່ກໍຍັງຄົງຮັກສາໄດ້ເອກະລັກ ແລະ ຄວາມເປັນຊາດລາວຈາກບັນພະບູລຸດ ແລະ ໄດ້ຮັບການສືບທອດຈາກຄົນຮຸ່ນໜຶ່ງໄປອີກຮຸ່ນໜຶ່ງຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຮັບການປະດິດສ້າງ ແລະ ປັບປຸງໃຫ້ແທດເໝາະກັບສະພາບແວດລ້ອມສັງຄົມໃໝ່, ຕິດພັນກັບທຳມະຊາດອ້ອມຂ້າງ ແລະ ຢູ່ບົນພື້ນຖານປະຫວັດສາດຂອງຊາດ. ແນວໃດກໍດີເຊື່ອວ່າການຮັບຮອງລາຍນາກ ໃຫ້ເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກ ແມ່ນມີຄວາມໝາຍ ແລະ ຄວາມສຳຄັນຕໍ່ການອະນຸລັກ, ປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມວຽກງານເສດຖະກິດຂອງຊາດ, ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນຫັດຖະກຳຂອງລາວ ໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫລາຍຂຶ້ນ.

    ດັ່ງໃນປັດຈຸບັນກໍມີຊ່າງຫັດຖະກໍາ ແລະ ຜູ້ປະກອບການດ້ານຫັດຖະກໍາຕໍ່າແຜ່ນຫລາຍທ່ານທີ່ຍຶດຖືອາຊີບນີ້ແລ້ວປະສົບຜົນສຳເລັດ, ສາມາດສ້າງລາຍຮັບເຂົ້າຄອບຄົວ, ປະກອບສ່ວນສົ່ງເສີມການຜະລິດໃຫ້ປະຊາຊົນໃນຊຸມຊົນ ແລະ ການສົ່ງອອກໄປຕ່າງປະເທດເພື່ອສ້າງວຽກເຮັດງານທໍາໃຫ້ແມ່ຍິງ, ຜູ້ດ້ອຍໂອກາດ, ທັງສາມາດຖ່າຍທອດຄວາມຮູ້ການຕ່ຳຫູກທໍໄໝ ໃຫ້ຄົນຮຸ່ນໃໝ່ໄດ້ສືບທອດໃຫ້ຄົງຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະຫລອດໄປ.

ໂດຍ: ໄໝຄຳ ຍ້ອມສິນ


KPL

ຂ່າວອື່ນໆ

    • ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນບົດ-ສາລະຄະດີ

      ຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດ ສົມບັດມິ່ງເມືອງລະດັບທ້ອງຖິ່ນ

      1/5/2026 10:34:19 AM

      ຂປລ. ພະທອງສາມສີ ພະມິ່ງຂວັນຄູ່ ຊາວເມືອງທຸລະຄົມ ແຂວງວຽງຈັນ ປະດິດສະຖານ ທີ່ວັດບ້ານລິ່ງຊັນ (ໃຕ້) ກົ່ງກັນຂ້າມ ກັບວັດນາຄອງ ທີ່ພະທາດມາຫລ້າ ປະດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາຫລາຍຮ້ອຍປີ ມີປະຫວັດຄວາມເປັນມາຍາວນານ ແລະ ເປັນແຫລ່ງທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ສຽງຂອງເມືອງທຸລະຄົມອີກດ້ວຍ.

    • ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາບົດ-ສາລະຄະດີ

      ເມືອງມູນລະປາໂມກ ເອົາໃຈໃສ່ໃນການແກ້ໄຂບ້ານທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ

      1/5/2026 10:23:53 AM

      ຂປລ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງ ເມືອງມູນລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນເມືອງຖືເປັນບຸລິມະສິດອັນດັບຕົ້ນຕໍ ໂດຍສະເພາະ ບ້ານຫ້ວຍຊາຍໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ກ້າວຂຶ້ນສູ່ບ້ານພັດທະນາ ປະຊາຊົນຢູ່ດີກິນດີ

    • ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າບົດ-ສາລະຄະດີ

      ສາລະວັນ ເນັ້ນຜະລິດກະສິກໍາສະອາດ-ກະສິກໍາອິນຊີເປັນສິນຄ້າ

      1/5/2026 10:18:06 AM

      ຂປລ. ແຂວງສາລະວັນເປັນໜຶ່ງໃນຫລາຍແຂວງທີ່ມີພື້ນທີ່ດິນອຸດົມສົມບູນ ມີແຫລ່ງນໍ້າທຳມະຊາດຫລາຍ ແລະ ປະຊາຊົນສ່ວນໃຫຍ່ມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການຢຶດຖືອາຊີບກະສິກໍາ ຊຶ່ງໃນຫລາຍປີຜ່ານມາການພັດ ທະນາກະສິກໍາ ໄດ້ມີການນໍາໃຊ້ສານເຄມີຈໍານວນຫລາຍ ອັນໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ຜະລິດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມໂດຍລວມ.

    • ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດບົດ-ສາລະຄະດີ

      ພັກປະຊາຊົນ ປະຕິວັດລາວ ນຳພາທຸກພາລະກິດປະຕິວັດສູ່ຜົນສໍາເລັດ

      1/5/2026 10:11:00 AM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງຍິ່ງຂອງພັກ, ລັດ ແລະ ປະຊາຊົນລາວ, ເປັນຂີດໝາຍສຳຄັນທີ່ສະທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ໄລຍະໃໝ່ແຫ່ງການພັດທະນາຂອງການປະຕິວັດລາວ.

    • ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດບົດ-ສາລະຄະດີ

      ຫາລືການປະມວນເອກະສານການເຄື່ອນໄຫວວຽກງານການຕ່າງປະເທດ

      12/30/2025 1:31:45 PM

      ກົມພົວພັນລັດຖະສະພາສອງຝ່າຍຮ່ວມກັບກົມພົວພັນລັດຖະສະພາຫລາຍຝ່າຍທີ່ເປັນເສນາທິການໃຫ້ແກ່ກຳມາທິການການຕ່າງປະເທດ ຈັດກອງປະຊຸມປຶກສາຫາລືການປະມວນບັນດາເອກກະສານທາງການໃນການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຊຸດທີ IX (2021- 2025) ໃນວັນທີ 26-27 ທັນວາ 2025 ຢູ່ເມືອງແກ້ວອຸດົມ ແຂວງ ວຽງຈັນ.

ads
ads

Top