ນັກທຸລະກິດລາວປ່ຽນຜືນດິນ-ປ່າໄມ້ ເປັນອັນຍະມະນີສີຂຽວ

06/06/2024 09:37
Email Print 1932
ຂປລ ນັກທຸລະກິດໜຸ່ມຊາວລາວເບິ່ງກວ້າງແນມໄກ ລົງທຶນມະຫາສານເພື່ອພິກແຜ່ນດິນ ແລະ ປີ້ນໜ່ວຍພູຄືນຄວາມອຸດົມສົບບູນໃຫ້ກາຍເປັນອັນຍະມະນີສີຂຽວທີ່ກິນບໍ່ບົກແຫ້ງເປັນຈັກເທື່ອ ດ້ວຍ 4 ວິໄສທັດຄື: ອະນຸລັກຮັກສາ, ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ.

    *ນັກທຸລະກິດໜຸ່ມຊາວລາວເບິ່ງກວ້າງແນມໄກ ລົງທຶນມະຫາສານເພື່ອພິກແຜ່ນດິນ ແລະ ປີ້ນໜ່ວຍພູຄືນຄວາມອຸດົມສົບບູນໃຫ້ກາຍເປັນອັນຍະມະນີສີຂຽວທີ່ກິນບໍ່ບົກແຫ້ງເປັນຈັກເທື່ອ ດ້ວຍ 4 ວິໄສທັດຄື: ອະນຸລັກຮັກສາ, ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ; ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ ໃຫ້ມີຄວາມຫລາກຫລາຍ ແລະ ໄດ້ມາດຕະຖານລະດັບສາກົນ; ສ້າງອາຊີບ ສ້າງວຽກເຮັດງານທໍາສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານຄື: ພັດທະນາສີຂຽວຍືນຍົງ.

    ພາຍຫລັງກອງປະຊຸມເວທີສາກົນ ເພ່ືອໂຄສະນາການທ່ອງທ່ຽວລາວ ໄດ້ດໍາເນີນມາເປັນເວລາໜຶ່ງວັນ ໃນວັນທີ 29 ພຶດສະພາ 2024 ທີ່ແຂວງ ອຸດົມໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວ (ຖວທ), ມີ ບັນດາທ່ານຫົວໜ້າກົມ, ຮອງກົມ, ຄະນະພະແນກ, ສື່ມວນຊົນລາວ ແລະ ມື້ຕໍ່ມາເປັນວັນທີ 30 ພຶດສະພາ 2024 ບັນດາສື່ມວນຊົນລາວ ແລະ ຕ່າງປະເທດກໍໄດ້ຍາດໂອກາດສໍາຄັນເດີນທາງ ໄປຢ້ຽມຢາມແຫລ່ງທ່ອງທ່ຽວທໍາມະຊາດນໍ້າກັດຢໍລາປາ, ຫ່າງຈາກເທສະບານເມືອງໄຊພຽງ 15 ກິໂລແມັດ.

    ດັ່ງທີ່ຮູ້ນໍາກັນ, ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດແຟເຊັດ ພັດທະນາແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລາປາ ທັງເປັນນັກທຸລະກິດໜຸ່ມຜູ້ ທີ່ມີແນວຄິດຈະຫັນປ່ຽນແຜນດິນປອກໂລ້ນແຫ້ງແລ້ງ, ປ່າຊຸດໂຊມໃຫ້ກາຍເປັນອັນຍະມະນີສີຂຽວຍືນຍົງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການຮັກຊາດຮັກບ້ານເກີດເມືອງນອນ ແລະ ຜືນແຜ່ນດິນເຮົາກໍຕ້ອງສຸມສະຕິປັນຍາມັນສະໝອງ ແລະ ເຫ່ືອແຮງເຂົ້າໃນພາລະກິດປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງໜັກແໜັນ ໂດຍສະເພາະການປະຕິບັດຕາມແນວທາງນະໂຍບາຍ ແລະ ຍຸດທະສາດການພັດທະນາ ຍືນຍົງສີຂຽວຂອງພັກ-ລັດ ໃຫ້ເກີດດອກອອກຜົນຢ່າງແທ້ຈິງແມ່ນໜ້າທີ່ຂອງໝົດທຸກຄົນຕ້ອງເຮັດ ແລະ ເອົາໃຈໃສ່.ດ້ວຍເຫດນ້ັນ “ການພັດທະນາການທ່ອງທ່ຽວແບບຍືນຍົງ” ແມ່ນມີຄວາມສໍາຄັນທີ່ສຸດເຊິ່ງໃນໄລຍະຜ່ານຕົນເອງຈຶ່ງໄດ້ສົມທົບແໜ້ນກັບຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ດໍາເນີນການສຶກສາ, ສໍາຫລວດຄວາມເປັນໄປໄດ້ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໃສ່ຊື່ໂຄງການວ່າ: “ສະຖານທີ່ທ່ອງທ່ຽວທໍາມະຊາດນ້ໍາ ກັດຢໍລາປາ” ຈຸດປະສົງເປົ້າໝາຍຂອງໂຄງການແມ່ນເລັ່ງໃສ່ 3 ເປົ້າ ໝາຍຕົ້ນຕໍ ຄື: 1.ເພື່ອອະນຸລັກຮັກສາ ແລະ ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບການອະນຸລັກວິຖີຊິວິດຂອງປະຊາຊົນບັນດາ ເຜົ່າໃນທ້ອງຖິ່ນຕາມທິດພັດທະນາສີຂຽວ ແລະ ຍຶນຍົງ; 2. ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວໃໝ່ໃຫ້ມີຄວາມຫລາກຫລາຍ ແລະ ໄດ້ມາດຕະຖານລະດັບສາກົນ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວປະເທດລາວເຮົາໃຫ້ຫລາຍຂຶ້ນ ແລະ 3. ສ້າງອາຊີບ ສ້າງ ວຽກເຮັດງານທໍາສ້າງລາຍໄດ້ໃຫ້ປະ ຊາຊົນໃນທ້ອງຖິ່ນເພື່ອປະກອບສ່ວນຊ່ວຍລົບລ້າງຄວາມທຸກຍາກໃຫ້ປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ.

    ການຈັດຕັ້ງປະຕິບັດໂຄງການ ແຫລ່ງທ່ອງທ່ຽວຂອງພວກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການຮ່ວມມືປະສານສົມທົບແໜ້ນຈາກ 3 ພາກສ່ວນ ຄື: ລັດ, ຜູ້ລົງທຶນ ແລະ ປະຊາຊົນໃນ ທ້ອງຖິ່ນ  ໃນນັ້ນ ສຸມໃສ່ 4 ວຽກງານຈຸດສຸມຄື: ວຽກງານອະນຸລັກ-ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ; ວຽກງານສ້າງບຸກຄະລາກອນ ໂດຍເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ ແກ່ປະຊາຊົນໃນທ້ອງຖິ່ນເປັນຕົ້ນຕໍ; ວຽກງານການສ້າງພື້ນຖານໂຄງລ່າງ ແລະ ຜະລິດຕະພັນການທ່ອງທ່ຽວ ແລະ ວຽກງານພາກການຕະຫລາດ.ຜ່ານການຈັດຕ້ັງປະຕິບັດຕົວຈິງ, ມີຜົນສໍາເລັດ ອັນພົ້ນເດັ່ນແມ່ນສາມາດຫລຸດຜ່ອນການບຸກລຸກທໍາລາຍທໍາມະຊາດ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ສັດບົກ, ສັດນ້ໍາ ແລະ ຊີວະນາໆພັນ ກໍ່ມີຈໍານວນເພີ່ມຂຶ້ນເລື້ອຍໆ; ພ້ອມດຽວກັນນີ້ ກໍປະກອບສ່ວນໃນການອະນຸລັກວັດທະນະທໍາ, ວິຖີຊິວິດ, ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ໂດຍສະເພາະເຜົ່າກຶມມຸໃນເຂດໂຄງການດ້ວຍການສ້າງບ້ານຊົນເຜົ່າ, ຮັກສາການນຸ່ງຖື ແລະ ເຊື່ອມສານວິຖີການດໍາລົງຊີວິດໃຫ້ຕິດພັນກັບໂຄງການຢ່າງກົມກຽວ; ເຖິງແນວໃດກໍດີມາຮອດປັດຈຸບັນ ພວກເຮົາສາມາດຂະຫຍາຍສາທີ່ 2 ແລ້ວ ຕັ້ງຢູ່ເຂດປ່າສະຫງວນ ແຫ່ງຊາດພູເຂົາຄວາຍ, ອ່າງໂຕ່ງນ້ໍາປຽນ ເມືອງປາກງຶ່ມ ນະຄອນຫລວງວຽງຈັນ ຊຶ່ງໂຄງການມີຊື່ວ່າ “ນໍ້າປຽນຢໍລາປາ” ເຊິ່ງເຮັດໃຫ້ນັກທ່ອງທ່ຽວໄດ້ຮັບຄວາມນິຍົມເພີ່ມຂຶ້ນເລື້ອຍໆ.

   ທ່ານປະທານບໍລິສັດແຟເຊັດ ພັດທະນາແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລາປາ ຍັງກ່າວວ່າ: ຕະຫລອດຫລາຍຊຸມປີຜ່ານມາທີ່ຕົນເອງໄດ້ເຂົ້າພັດທະນາ ແລະ ກີ້ງເກືອກລີເລືອໃນໂຄງການພັດທະນາແຫລ່ງທ່ອງທ່ຽວນໍ້າກັດຢໍລາປານີ້ ເຮັດໃຫ້ຕົນເອງຮູ້ສຶກຄື: ບ້ານ ແລະ ເຮືອນຫລັງໜ່ຶງທ່ີອົບອຸ່ນ ເພາະບໍ່ພຽງແຕ່ເນື້ອທີ່ປ່າສີຂຽວ ແລະ ແຫລ່ງນໍ້າທະມາຊາດເຕີບໃຫຍ່ຂຶ້ນໄປເລື້ອຍໆ ແຕ່ຍັງໄດ້ສ້າງວຽກເຮັດງານທໍາ ແລະ ຫລໍ່ຫລອມບຸກຄະລາກອນຢ່າງມີທັກສະຊໍານານງານດ້ານການບໍລິການທ່ອງທ່ຽວ. ນອກຈາກນັ້ນຍັງສາມາດ ຮັກສາເນື້ອທີ່ປ່າໄມ້, ຮັກສາແຫລ່ງນໍ້າ, ຮັກສາຊີວະນາໆໄດ້ຢ່າງໜ້າປະທັບໃຈມາຮອດປັດຈຸບັນສາມາດສຶກສາ ແລະ ອະນຸລັກຊີວະນາໆພັນໄດ້ຫລາຍກວ່າ 1.000 ລາຍການໂດຍແບ່ງອອກເປັນ 4 ພາກສ່ວນຄື: ແມງໄມ້ ແລະ ແມງກະ ເບື້ອ, ນົກ, ສັດເລືອຄານເຄິ່ງບົກເຄິ່ງນໍ້າ ແລະ ດອກໄມ້ພົ້ນເດັ່ນແມ່ນການຄົ້ນພົບສາຍພັນແມງໄມ້ 8 ສາຍພັນໃໝ່ ໃນພິພິທະພັນວາງສະແດງໄວ້ມີ 2 ສາຍພັນ ໂດຍຈະໄດ້ຕັ້ງຊື່ທີ່ເປັນເອກະລັກສະເພາະຂອງແຕ່ລະສາຍພັນໂດຍ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຕ່າງປະເທດເປັນຈໍານວນຫລາຍທີ່ໄດ້ເດີນທາງເຂົ້າມາຊົມ ແລະ ສຶກສາຄ້ົນຄວ້າ ແລະ ຄາດວ່າການສຶກສາດ້ານຊີວະນາໆພັນຈະເປັນອີກໜຶ່ງທ່າແຮງ ດ້ານການທ່ອງທ່ຽວຂອງລາວໃນອະ ນາຄົດ ເນື່ອງຈາກຊີວະນາໆພັນທີ່ໄດ້ ສຶກສາຄົ້ນຄວ້າແມ່ນພົບເຫັນໄດ້ໃນ ເຂດສະຫງວນຂອງນໍ້າກັດຢໍລາປາ.ພ້ອມດຽວກັນນີ້, ທ່ານ ນາງ ແຄລໍລາຍ ເບນນອຍ ນັກທ່ອງທ່ໜຽວ ຈາກປະເທດຝຣັ່ງທ່ີມາພັກແຮມຄືນຢູ່ ແຫລ່ງທ່ອງທ່ຽວນໍ້າກັດຢໍລາປາໄດ້ ໃຫ້ສໍາພາດວ່າ: ຂ້ອຍຮູ້ສຶກປະທັບໃຈຫລາຍທີ່ໄດ້ມີໂອກາດມາທ່ຽວປະເທດລາວ ທີ່ມີທຳມະຊາດສວຍງາມ ແລະ ແຫລ່ງນໍ້າ-ປ່າໄມ້ບໍ່ຖືທໍາລາຍຫລາຍ ໂດຍສະເພາະນໍ້າກັດຢໍລາປາ ຍັງມີທຳມະຊາດທີ່ອຸດົມສົມບູນຫລາຍ ແລະ ປະຊາຊົນສ່ວນໃຫຍ່ທີ່ດໍາລົງຊີວິດໃນບໍລິເວນສະຖານທີ່ທ່ອງທ່ຽວນີ້ຍັງຮັກສາ ໄດ້ມູນເຊື້ອວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.

   ຜ່ານມາ, ຂ້າພະເຈົ້າໄດ້ເດີນ ທາງໄປສະຖານທີ່ທ່ອງທ່ຽວສໍາຄັນຂອງແຂວງຫລວງພະບາງ ແລະ ນໍ້າກັດຢໍລາປາ ແຂວງອຸດົມໄຊ ເຊ່ິງໄດ້ສໍາຜັດ ແລະ ຮັບປະທານອາຫານທີ່ເປັນເອກະລັກຂອງລາວ ເປັນຕ້ົນແມ່ນລາບ, ມົກປາ, ນໍ້າຫວານໝາກກ້ວຍເຊື່ອມກ້ວຍ ແລະ ມັກອາຫານລາວຫລາຍເຊິ່ງເຮັດໃຫ້ຂ້ອຍຮູ້ສຶກໄດ້ເຖິງຈິດວິຍານຂອງທໍາມະຊາດ ແລະ ຄວາມເປັນທ້ອງຖິ່ນອັນວິເສດ.

ຂ່າວ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ປີ 2024 ນັກທ່ອງທ່ຽວເຂົ້າມາທ່ຽງຊົມ ແຂວງຄຳມ່ວນ 852,000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາທ່ຽງຊົມ ແຂວງຄຳມ່ວນ 852,000 ກວ່າຄົນ

      2/5/2025 10:05:56 AM

      ໃນປີທ່ອງທ່ຽວລາວ 2024 ຜ່ານມາ, ແຂວງຄໍາມ່ວນ ໄດ້ສຸມໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທຽ່ວຊົມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງໃຫ້ນັບມື້ຫລາຍຂຶ້ນ.

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

      1/28/2025 2:48:32 PM

      ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

    • ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດທ່ອງທ່ຽວ

      ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ

      1/27/2025 10:18:17 AM

      ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​.

ads
ads

Top