ປວງຊົນລາວຈົດຈຳ ວິລະກຳອອກຈາກຄຸກຄັ້ງມະຫັດສະຈັນຂອງຜູ້ນຳພັກ ແລະ ແນວລາວຮັກຊາດ ຕະຫລອດໄປ

24/05/2024 09:03
Email Print 561
ຂປລ *ເມື່ອຫວນຄືນອະດີດ 60 ກວ່າປີຄືນຫລັງ, ໄດ້ມີເຫດການປະຫວັດສາດ ທີ່ປວງຊົນລາວທັງຊາດ ບໍ່ອາດຫລົງລືມໄດ້ນັ້ນກໍ່ຄື: ວິລະກຳອອກຈາກຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ແລະ ພະ ນັກງານແນວ ລາວຮັກຊາດ ໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960.





*ເມື່ອຫວນຄືນອະດີດ 60 ກວ່າປີຄືນຫລັງ, ໄດ້ມີເຫດການປະຫວັດສາດ ທີ່ປວງຊົນລາວທັງຊາດບໍ່ອາດຫລົງລືມໄດ້ນັ້ນກໍ່ຄື: ວິລະກຳອອກຈາກຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ແລະ ພະນັກງານແນວ ລາວຮັກຊາດ ໃນຂ້ອນຄືນຂອງວັນທີ 23 ພຶດສະພາ 1960, ເວລາ 24 ໂມງ 30 ນາທີ ຫລື ເວລາ 0 ໂມງ 30 ນາທີ ຂອງວັນທີ 24 ພຶດສະພາ 1960. ພາຍຫລັງທີ່ບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດ ຖືກ ຈັບກຸມຄຸມຂັງໃນວັນທີ 28 ກໍລະກົດ 1959.

ບັນດາຜູ້ນຳ (ຜູ້ແທນແນວລາວຮັກຊາດ) ທີ່ຖືກຈັບ ລວມ ມີ 7 ສະຫາຍຄື: ສະຫາຍ ສຸພານຸວົງ, ສະຫາຍ ໝູຮັກ ພູມສະຫວັນ, ສະຫາຍ ພູມີ ວົງວິຈິດ, ສະຫາຍ ພູນ ສີປະເສີດ, ສະຫາຍ ສີຊະນະ ສີສານ, ສະ ຫາຍ ຄຳຜາຍ ບຸບຜາ ແລະ ສະຫາຍ ສີທົນ ກົມມະດຳ. ສ່ວນພະນັກງານ, ທະຫານແນວລາວຮັກຊາດ 9 ຄົນ ທີ່ເຂົ້າຮ່ວມເປັນຂ້າລາຊະການ ໃນກົງຈັກລັດຖະບານປະສົມ ກໍ່ຖືກຈັບເຊັ່ນດຽວກັນ ຊຶ່ງມີ: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ, ສະຫາຍ ມາ ໄຂຄຳພິທູນ, ສະຫາຍ ໝື່ນ ສົມວິຈິດ, ສະຫາຍ ເພົ້າ ພິມພະຈັນ, ສະຫາຍ ຄຳເພັດ ພົມມະວັນ, ສະຫາຍ ມະຫາ ສົມບູນ ວົງໜໍ່ບຸນທຳ, ສະຫາຍ ບົວສີ ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ.ໃນໄລຍະເກືອບ 10 ເດືອນທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາຕາກຳ ຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍ ບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງໃກ້ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ ໃນຈຳນວນບັນດາຜູ້ນຳບຸກຄົນສຳຄັນໆ ປະມານ 8-9 ຄົນຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ຖືກຕັດສິນຂັງຄຸກ ຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດ ອອກຕັດສິນບໍ່ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນ ໄດ້ຕົກລົງເປັນເອກະພາບກັນ.

ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກ ໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກ ບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນ ແມ່ນເປັນມື້ຕັດສິນການໂຕນຄຸກ. ສຳລັບບັນດາຜູ້ນຳ ເຖິງວ່າເພິ່ນຈະຖືກກັກຂັັງ ກໍຕາມ ແຕ່ບໍ່ໄດ້ລົດລະຄວາມພະຍາຍາມ ໃນການຫາວີທີ ແລະ ຊ່ອງທາງເພື່ອ ໃຫ້ຫລຸດພົ້ນ ອອກຈາກການກະທຳ ອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ ສາລະວັດຕຳຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງ ອັນຖືກຕ້ອງ ເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງ ໃຫ້ເຫັນເຖິງທາດແທ້ ຄວາມໂຫດຮ້າຍສາມານ ຂອງລັດທິຈັກກະພັດແບບໃໝ່ ຈົນໃນທີ່ສຸດສາລະວັດ ດັ່ງກ່າວກໍຍອມ ເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງ ຮັກຊາດ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນ ທາງລັບລະຫວ່າງ ນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ. ເມື່ອແຜນການເປັນໄປຕາມເປົ້າ ໝາຍ ທີ່ຖືກກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວລາວຮັກຊາດ ໄດ້ໂຕນໜີ ອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນ ຂອງການປະຕິວັດ ດ້ວຍຄວາມປອດໄພທຸກປະການ.

ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມທຸກທໍລະມານ ແລະ ແສນລຳບາກນາໆປະການ ເຖິງວ່າຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດອັນນີ້ ກໍຍ້ອນບັນດາຜູ້ ນຳເຮົາຖືປະເທດຊາດ ສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານ ໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນ ໄດ້ກາຍເປັນບາດລ້ຽວອັນສຳຄັນ ຂອງປະເທດຊາດ ແລະ ເປັນໝາກ ຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືເຮັດໃຫ້ບັນດາທ່ານຜູ້ນຳໜີ ອອກຈາກຄຸກໄດ້ເປັນຜົນສຳເລັດ. ນີ້ຄືວັນ ແຫ່ງໄຊຊະນະຂອງການປະຕິວັດ ທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ.

ຍ້ອນມີທ່ານຜູ້ນຳເສຍສະຫລະໃນວັນນັ້ນ ຈຶ່ງມີປະເທດຊາດໃນວັນນີ້ ! ປວງຊົນລາວທັງຊາດຂໍຈາລຶກບຸນຄຸນ !.








KPL

ຂ່າວອື່ນໆ

ads
ads

Top