ຟີລິບປິນ ພົບຜູ້ຕິດເຊື້ອ ເອສໄອວີ ເພີ່ມໃໝ່ 55 ກໍລະນີຕໍ່ວັນ

23/05/2024 22:45
Email Print 401
ຂປລ ທ່ານ ທີໂອໂດໂຣເຮີ ໂບຊາ,ລັດຖະມົນຕີ ກະຊວງ ສາທາລະນະສຸກ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນ ກວດພົບ ຜູ້ຕິດເຊື້ອ ເອສໄອວີ(HIV)ລາຍໃໝ່ ຢ່າງໜ້ອຍ 55 ກໍລະນີ ຕໍ່ວັນ ຊຶ່ງຖືເປັນສະຖິຕິ ສູງທີ່ສຸດ ໃນໂລກ

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ທ່ານ ທີໂອໂດໂຣເຮີ ໂບຊາ,ລັດຖະມົນຕີ ກະຊວງ ສາທາລະນະສຸກ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນ ກວດພົບ ຜູ້ຕິດເຊື້ອ ເອສໄອວີ(HIV)ລາຍໃໝ່ ຢ່າງໜ້ອຍ 55 ກໍລະນີ ຕໍ່ວັນ ຊຶ່ງຖືເປັນສະຖິຕິ ສູງທີ່ສຸດ ໃນໂລກ ໂດຍສະເພາະ ກຸ່ມໄວລຸ້ນ ມີຜູ້ຕິດເຊື້ອ ເພີ່ມຂຶ້ນຫລາຍ ແລະ ຜູ້ຕິດເຊື້ອ ອາຍຸນ້ອຍສຸດ ແມ່ນ 15ປີ ຂະນະທີ່ ຕົວເລກຜູ້ຕິດເຊື້ອ ດັ່ງກ່າວ ປະມານ 130.000ຄົນ ຂອງຈຳນວນ ປະຊາກອນ ປະມານ 110ລ້ານຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top