ສປ ຈີນ ສົ່ງອອກຫຸ່ນຍົນ ອຸດສາຫະກໍາ ສູ່ຕ່າງປະເທດ ຂະຫຍາຍຕົວໄວຂຶ້ນ

15/07/2026 14:51
ຂປລ ການຍົກລະດັບ ຫຸ່ນຍົນ ອຸດສາຫະກໍາ ຂອງ ສປ ຈີນ ໄດ້ເລັ່ງລັດໄວຂຶ້ນ​ ເຮັດໃຫ້ມີ ຄວາມສາມາດແຂ່ງຂັນສູງຂຶ້ນ ຢ່າງ ບໍ່ຢຸດຢັ້ງ ເຊິ່ງໄດ້ປະກອບສ່ວນ ເຂົ້າໃນການ ຫັນເປັນ ອຸດສາສາຫະກໍາການຜະລິດ ແບບອັດ​ສະ​ລິ​ຍະ​ຂອງໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ການຍົກລະດັບ ຫຸ່ນຍົນ ອຸດສາຫະກໍາ ຂອງ ສປ ຈີນ ໄດ້ເລັ່ງລັດໄວຂຶ້ນ​ ເຮັດໃຫ້ມີ ຄວາມສາມາດແຂ່ງຂັນສູງຂຶ້ນ ຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ປະກອບສ່ວນ ເຂົ້າໃນການ ຫັນເປັນ ອຸດສາສາຫະກໍາການຜະລິດ ແບບອັດ​ສະ​ລິ​ຍະ​ຂອງໂລກ. ອີງຕາມຕົວເລກ ຂໍ້ມູນຫລ້າສຸດ ທີ່ອົງການພາສີແຫ່ງຊາດຈີນ ລາຍງານໃຫ້ຮູ້ວ່າ: ປີ 2025 ຍອດມູນຄ່າ ການສົ່ງອອກຫຸ່ນຍົນອຸດ ສາຫະກໍາຂອງ ສປ ຈີນ ຫລາຍກວ່າ ການນໍາເຂົ້າ ເປັນເທື່ອທໍາອິດ ເຮັດໃຫ້ ສປ ຈີນ ກາຍເປັນປະເທດສົ່ງອອກຫຸ່ນຍົນ ອຸດສາຫະກໍາສຸດທິ. ໃນ 6 ເດືອນຕົ້ນປີນີ້, ມູນຄ່າການສົ່ງອອກຫຸ່ນຍົນ ອຸດສາຫະກໍາ ຂອງ ສປ ຈີນ ມີເຖິງ 6 ຕື້ກວ່າຢວນ,​ ເພີ່ມຂຶ້ນ 18,6% ເມື່ອທຽບໃສ່ປີກາຍ ໂດຍໄດ້ສົ່ງອອກຫຸ່ນຍົນ ອຸດສາຫະກໍາສູ່ 141 ປະເທດ ແລະ ເຂດແຄວ້ນທົ່ວໂລກ. ບຸກຄົນພາຍໃນວົງການ ອຸດສາຫະກໍານີ້ ເຫັນວ່າ: ຫຸ່ນຍົນອຸດສາຫະກໍາຂອງ ສປ ຈີນ ມີຕ່ອງໂສ້ອຸດສາຫະກໍາ ທີ່ສົມບູນຄົບຖ້ວນ, ທັງມີທ່າແຮງອັນພົ້ນເດັ່ນ ໃນດ້ານຕົ້ນທຶນ ແລະ ການຕອບສະໜອງ ຄວາມຕ້ອງການ ຂອງລູກຄ້າ ຫລັງການຈໍາ ໜ່າຍ ເຮັດໃຫ້ຫຸ່ນຍົນ ອຸດສາຫະກໍາຂອງ ສປ ຈີນສາມາດສອດຄ່ອງກັບ ຄວາມຕ້ອງການ ສ່ວນບຸກຄົນ ໂດຍສະເພາະ ຢູ່ຕະຫລາດ ຕ່າງປະເທດ ງ່າຍກວ່າກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງຂ່າວຕ່າງປະເທດ

      ຂະໜາດເສດຖະກິດຫວຽດນາມ ສືບຕໍ່ເປີດກວ້າງ

      7/15/2026 3:23:51 PM

      ຄະ​ນະຊີ້ນຳ ການ​ສຳຫລວດ​ ເສດ​ຖະ​ກິດ​ປີ 2026 ສູນ​ກາງ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ສະຫລຸບ​ ການ​ສຳຫລວດ ​ເສດ​ຖະ​ກິດ​ປີ 2026. ນີ້​ແມ່ນ 1 ໃນ 3 ການ​ສຳຫລວດ​ ສະ​ຖິ​ຕິ​ແຫ່ງ​ຊາດ ​ດ້ວຍຂະ​ໜາດ​ໃຫຍ່, ເຊິ່ງ​ມີ​ຄວາມ​ໝາຍ​ ຍຸດ​ທະ​ສາດ​ສຳ​ລັບ ​ການ​ປັບ​ປຸງ​ລະ​ບົບ ​ຂໍ້​ມູນ​ດ້ານ​ເສດ​ຖະ​ກິດ​ ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ.

    • ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງຂ່າວຕ່າງປະເທດ

      ການຂົນສົ່ງຂ້າມຊາຍແດນຜ່ານລົດໄຟຈີນ-ຫວຽດນາມ ຟື້ນຕົວດີຂຶ້ນຢ່າງໝັ້ນທ່ຽງ

      7/15/2026 3:09:16 PM

      ກຸ່ມ​ບໍ​ລິ​ສັດ ​ທາງ​ລົດ​ໄຟ​ ແຫ່ງ​ຊາດ​ຈີນ​ຈຳ​ກັດ​ ສາ​ຂາ​ໜານ​ໜິງ​ ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄຕ​ມາດ​ທີ 2 ຂອ​ງ​ປີ​ນີ້, ຂະ​ບວນ​ລົດ​ໄຟ​ຈີນ-ຫວຽດ​ນາມ ​ຈາກ​ເຂດກວາງ​ຊີ​ຈີນ ໄດ້​ຂົນ​ສົ່ງ​ສິນ​ຄ້າ​ 8.940 ຕູ້​ມາດ​ຕະ​ຖານ, ເພີ່ມ​ຂຶ້ນ 13,5% ເມື່ອ​ທຽບ​ໃສ່ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ ຂອງ​ຂະ​ບວນ​ລົດ​ໄຟຈີນ-ຫວຽດ​ນາມ ​ຟື້ນ​ຕົວ​ດີ​ຂຶ້ນ ​ຢ່າງ​ໝັ້ນ​ທ່ຽງ.

    • ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%ຂ່າວຕ່າງປະເທດ

      ສປ ຈີນ ມີຈີດີພີຂະຫຍາຍຕົວເພີ່ມຂຶ້ນ 4,7%

      7/15/2026 2:53:24 PM

      ໃນ 6 ເດືອນຕົ້ນປີນີ້, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງ ສປ ຈີນ ບັນລຸ ຫລາຍກວ່າ 69.000 ຕື້ຢວນ, ຂະຫຍາຍຕົວ ເພີ່ມຂຶ້ນ 4,7% ເມື່ອທຽບໃສ່ ປີກາຍ ຖ້າຄິດໄລ່ ດ້ວຍລາຄາ ທີ່ບໍ່ປ່ຽນແປງ.

    • ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກຂ່າວຕ່າງປະເທດ

      ສປ ຈີນ-ສສ ຫວຽດນາມ ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກໍາໃຫ້ກ້າວສູ່ລວງເລິກ

      7/15/2026 2:53:15 PM

      ທ່ານ ວາງຮູ້ນິງ ກໍາມະການປະຈໍາ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ປະທານສະພາ ປຶກສາການ ເມືອງ ປະຊາຊົນແຫ່ງຊາດຈີນ ໄດ້ພົບປະຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ທີ່ນໍາພາໂດຍ ທ່ານ ເລມິງຈີ ກໍາມະການ ກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງພາຍໃນ ສູນກາງພັກ ກອມມູນິດ ຫວຽດນາມ.

    • ສ.ອາເມລິກາ  ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍຂ່າວຕ່າງປະເທດ

      ສ.ອາເມລິກາ ຈະໃຊ້ສັນຍາການຄ້າ-ການລົງທຶນ ກັບບັນດາປະເທດອ່າວເປີເຊຍ

      7/15/2026 2:51:58 PM

      ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ ສ.ອາ​ເມ​ລິກາ ໄດ້​ລົງ​ບົດ​ຄວາມ​ ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ບົນ​ພື້ນ​ຖານ​ ການ​ສົນ​ທະ​ນາ ​ກັບ​ຜູ້​ນຳ​ປະ​ເທດ ​ຕາ​ເວັນ​ອອກ​ກາງ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕົນ​ໄດ້​ຕົກ​ລົງ​ ຈະ​ໃຊ້​ສັນ​ຍາ​ການ​ຄ້າ​ ແລະ ການ​ລົງ​ທຶນ ​​ທີ່​ບັນ​ດາ​ປະ​ເທດ ​ອ່າວ​ເປີ​ເຊຍ ເຊັນ​ກັບ ສ.​ອາ​ເມ​ລິກາ​ ມາປ່ຽນ​ແທນ​​ເກັບ ຄ່າ​ຂົນ​ສົ່ງ​ສິນ​ຄ້າ ​ຜ່ານ​ຊ່ອງ​ແຄບ​ ຮໍ​ມຸ​ສ​ ເປັນ 20%

ads
ads

Top