ສປ ຈີນ ມີກຳລັງຜະລິດຕິດຕັ້ງໄຟຟ້າເພີ່ມຂຶ້ນ 14,1%

23/05/2024 22:30
Email Print 495
ຂປລ ສຳນັກງານ ບໍລິຫານ ພະລັງງານ ແຫ່ງຊາດຈີນ ເປີດເຜີຍວ່າ: ກຳລັງ ການຜະລິດ ຕິດຕັ້ງ ໄຟຟ້າ ທັງໝົດຂອງ ສປ ຈີນ ສູງປະມານ 3,01 ພັນລ້ານ ກິໂລວັດ ນັບເຖິງ ທ້າຍເດືອນມາສາ ທີ່ຜ່ານມາ ເພີ່ມຂຶ້ນ 14,1% ເມື່ອທຽບໃສ່ ປີຕໍ່ປີ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ສຳນັກງານ ບໍລິຫານ ພະລັງງານ ແຫ່ງຊາດຈີນ ເປີດເຜີຍວ່າ: ກຳລັງ ການຜະລິດ ຕິດຕັ້ງ ໄຟຟ້າ ທັງໝົດຂອງ ສປ ຈີນ ສູງປະມານ 3,01 ພັນລ້ານ ກິໂລວັດ ນັບເຖິງ ທ້າຍເດືອນມາສາ ທີ່ຜ່ານມາ ເພີ່ມຂຶ້ນ 14,1% ເມື່ອທຽບໃສ່ ປີຕໍ່ປີ.ຂະນະທີ່ ການຜະລິດໄຟຟ້າ ຈາກພະລັງງານລົມ ແລະ ພະລັງງານ ແສງຕາວັນຂອງ ສປ ຈີນ ປະມານ 460 ລ້ານກິໂລວັດ ແລະ 670 ລ້ານກິໂລວັດ ມາຮອດທ້າຍ ເດືອນເມສາ ເພີ່ມຂຶ້ນ 20,6% ແລະ 52,4% ເມື່ອທຽບໃສ່ ປີຕໍ່ປີ.ກຸ່ມຜູ້ປະກອບ ທຸລະກິດ ແຫ່ງໃຫຍ່ ຂອງ ສປ ຈີນ ດຳເນີນການລົງທຶນ ໂຄງການ ຈ່າຍໄຟຟ້າ ໃນ 4ເດືອນ ຕົ້ນປີນີ້ ຄິດເປັນມູນຄ່າ 1,91 ພັນຕື້ຢວນ ເພີ່ມຂຶ້ນ 5,2% ເມື່ອທຽບໃສ່ປີຕໍ່ປີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top