ເມືອງເຊບັ້ງໄຟ ມີກຸ່ມເປົ້າໝາຍສັກວັກຊິນ ກຳຈັດພະຍາດໝາກແດງ 2.375 ຄົນ

23/05/2024 19:49
Email Print 17360
ຂປລ ຂປລ. ໃນຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃນປີນີ້, ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຈະສູ້ຊົນໃຫ້ບັນລຸເປົ້າໝາຍ ຕາມການເກັບກຳຂໍ້ມູນເດັກໃນກຸ່ມເປົ້າໝາຍ ໃນເກນອາຍຸ 9-59 ເດືອນ ທັງໝົດ 2.375 ຄົນ, ໃນ 45 ບ້ານທົ່ວເມືອງ.



ຂປລ. ໃນຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃນປີນີ້, ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຈະສູ້ຊົນໃຫ້ບັນລຸເປົ້າໝາຍ ຕາມການເກັບກຳຂໍ້ມູນເດັກໃນກຸ່ມເປົ້າໝາຍ ໃນເກນອາຍຸ
9-59 ເດືອນ ທັງໝົດ 2.375 ຄົນ, ໃນ 45 ບ້ານທົ່ວເມືອງ.



ທ່ານ ລົດວິໄລ ຈັນທະນຸວົງ  ຮອງເຈົ້າເມືອງເຊບັ້ງໄຟ ໄດ້ໃຫ້ສຳພາບຕໍ່ສື່ມວນຊົນ ໃນພິທີເປີດຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ເມື່ອບໍ່ດົນນີ້ວ່າ: ເພື່ອປະຕິບັດຕາມ
8 ແຜນງານ ແລະ  11 ຕົວຊີ້ບອກຂອງກະຊວງ ສາທາລະນະສຸກວາງອອກ ເປັນວ່າ ໃນປີ 2011 ປະຕິບັດໄດ້ 80% (ບໍ່ບັນລຸ), ປີ 2022 ປະຕິບັດໄດ້ 87%(ບໍ່ບັນ ລຸ), ປີ 2023 ປະຕິບັດໄດ້ 95% (ບັນລຸຕາມຄາດໝາຍ) ແລະ ປີ 2024 ຈະສູ້ຊົນໃຫ້ບັນລຸ 95%.  ເພື່ອບັນບຸຕາມ ຄາດໝາຍສູ້ຊົນດັ່ງກ່າວ, ອົງການປົກຄອງເມືອງເຊບັ້ງໄຟ ໄດ້ປະສານສົມທົບກັບຫ້ອງ ການສາທາລະນະສຸກເມືອງເຊບັ້ງໄຟ ແລະ ພະແນກສາທາລະນະສຸກ ແຂວງຄຳມ່ວນ ເປີດຂະບວນການສັກຢາກັນພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃນວັນທີ 20-29 ພຶດສະພາ 2024 ທີ່ ເມືອງເຊບັ້ງໄຟ. ພ້ອມນີ້, ເມືອງເຊບັ້ງໄຟ ກໍມີເປົ້າໝາຍຈັດຕັ້ງປະຕິບັດຕາມແຜນງານການກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ ໃນຂະບວນການວັນສັກຢາແຫ່ງຊາດ (ວສຊ) ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໂດຍມອບໃຫ້ນາຍບ້ານ ໂຄສະນາເຜີຍແຜ່ຜ່ານທາງໂທລະໂຄ່ງ, ລົງເກັບກຳຂໍ້ມູນເດັກໃນກຸ່ມເປົ້າໝາຍໃນເກນອາຍຸ 9-59 ເດືອນ ລວມທັງໝົດ 2.375 ຄົນ ໃຫ້ໄດ້ຕາມຄາດໝາຍໃນ 45 ບ້ານທົ່ວເມືອງບັນລຸ 95 ສ່ວນຮ້ອຍ ແລະ ທົ່ວແຂວງຄຳມ່ວນ ມີເປົ້າໝາຍໃນການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ທັງໝົດ 31.985 ຄົນ.   

 
ໂອກາດນີ້
, ທ່ານ ລົດວິໄລ ຈັນທະນຸວົງ ຍັງໄດ້ຮຽກຮ້ອງມາຍັງຜູ້ປົກຄອງ ຈົ່ງໄດ້ນຳລູກຫລານຂອງຕົນເຂົ້າຮ່ວມ ໃນວັນສັກຢາປ້ອງກັນ ພະຍາດໝາກແດງນ້ອຍ-ໝາກແດງໃຫຍ່ ເພື່ອສ້າງພູມຄຸ້ມກັນ, ປ້ອງກັນບໍ່ໃຫ້ລູກຫລານ ເຈັບເປັນດ້ວຍພະຍາດດັ່ງກ່າວ ແລະ ເພື່ອປ້ອງກັນບໍ່ໃຫ້ເກີດ ມີການແພ່ລະບາດ. ພ້ອມນີ້, ຄະນະຮັບຜິດຊອບຂອງເມືອງເຊບັ້ງໄຟ ກໍໄດ້ລົງຕິດຕາມການສັກວັກຊິນ ຢູ່ໂຮງໝໍເມືອງ, ສຸກສາລາ ເພື່ອສັງຮວມລາຍງານຜົນການຈັດຕັ້ງປະຕິບັດ ປະຈຳແຕ່ລະວັນອີກດ້ວຍ.



ສະເພາະຈຸດໃຫ້ບໍລິການຮັບວັກຊິນ ເພື່ອກຳຈັດພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ພາຍໃນເມືອງເຊບັ້ງໄຟມີ: ຈຸດບໍລິການກັບທີ່
7 ຈຸດ (ໂຮງໝໍເມືອງ ແລະ ໂຮງໝໍນ້ອຍ) ແລະ ຈຸດບໍລິ ການເຄື່ອນທີ່ 10 ທີມ(ຈຸດ1 ບໍລິການຕໍ່ 1-2 ບ້ານນ້ອຍ).

ຂ່າວ-ພາບ:ວຽງສະຫວັນ

KPL

ຂ່າວອື່ນໆ

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

    • ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ ສາທາລະນະສຸກ

      ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

      8/26/2024 11:46:41 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

    • ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍສາທາລະນະສຸກ

      ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

      8/14/2024 7:41:56 PM

      ຂປລ. ວັນທີ 13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ

ads
ads

Top