ລາວ ເປີດສາຍການບິນ ໃນພາກໃຕ້ລາວເຊື່ອມຈອດກັບຈີນ

22/05/2024 19:11
Email Print 611
ຂປລ ສປປ ລາວ ເປີດສາຍການບິນລະຫວ່າງປະເທດຈາກນະຄອນປາກເຊ ແຂວງຈໍາປາສັກ ໄປເຖິງກວາງໂຈ່ວ, ສປ ຈີນ ເພື່ອສົ່ງເສີມການທ່ອງທ່ຽວລາວ ແລະ ຍັງເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງດັ່ງກ່າວ ຈະສາມາດເຊື່ອມໂຍງເຊື່ອມຈອດພາກໃຕ້ຂອງ ສປປ ລາວ ກັບ ປະເທດ ກໍາປູເຈຍ, ໄທ, ຫວຽດນາມ.

    *ສປປ ລາວ ເປີດສາຍການບິນລະຫວ່າງປະເທດຈາກນະຄອນປາກເຊ ແຂວງຈໍາປາສັກ ໄປເຖິງກວາງໂຈ່ວ, ສປ ຈີນ ເພື່ອສົ່ງເສີມການທ່ອງທ່ຽວລາວ ແລະ ຍັງເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງດັ່ງກ່າວ ຈະສາມາດເຊື່ອມໂຍງເຊື່ອມຈອດພາກໃຕ້ຂອງ ສປປ ລາວ ກັບ ປະເທດ ກໍາປູເຈຍ, ໄທ, ຫວຽດນາມ. ບໍລິສັດ ການບິນລາວ  ຈະເລີ່ມຖ້ຽວບິນໂດຍກົງ  ລະຫວ່າງ ເມືອງປາກເຊ  ຫາ  ກວາງໂຈ່ວ ໃນວັນອາທິດ ມີ 19 ພຶດສະພາ 2024  ນີ້,  ເປັນການຕອບສະໜອງອີກທາງເລືອກໜຶ່ງ ໃນການເດີນທາງໃນໄລຍະປີທ່ອງທ່ຽວ ລາວ ປີ 2024.

 

    ເຮືອບິນ Airbus A320 ຈະໃຫ້ບໍລິການເສັ້ນທາງນີ້, ໂດຍມີຖ້ຽວບິນໜຶ່ງຖ້ຽວຕໍ່ອາທິດອອກເດີນທາງຈາກປາກເຊ ໃນວັນອາທິດ ເວລາ 23:15 ໂມງ ແລະ ຮອດກວາງໂຈ່ວ ໃນເວລາ 02:05 ໂມງ ເຊົ້າຂອງວັນຈັນ. ຖ້ຽວບິນຂາກັບອອກຈາກກວາງໂຈ່ວ ເວລາ 03:05 ໂມງເຊົ້າ ຂອງວັນຈັນ, ຮອດເມືອງປາກເຊ ເວລາ 04:05 ໂມງເຊົ້າ. ຫລຸດລາຄາພິເສດ 2.888.000 ກີບ ສຳລັບປີ້ໄປກັບໃນຖ້ຽວບິນປະຖົມມະເລີກເທົ່ານັ້ນ. ບໍລິສັດການບິນລາວຍັງໄດ້ກຳນົດເສັ້ນທາງການບິນໃໝ່ຈາກ ວຽງຈັນ ຫາ ພະນົມເປັນ ຂອງກຳປູເຈຍ ແລະ ກ່ອນໜ້ານີ້ໄດ້ເລີ່ມຖ້ຽວບິນລະຫວ່າງຫລວງພະບາງກັບ ເມືອງສາງຊາ ຂອງຈີນ ຄືນໃໝ່. ໃນຂະນະທີ່ VietJet ໄດ້ລິເລີ່ມຖ້ຽວບິນລະຫວ່າງ  ນະຄອນຫລວງວຽງຈັນ ແລະ ໂຮ່ຈີມິງ, ໃນຂະນະທີ່ AirAsia ໄດ້ເລີ່ມຖ້ຽວບິນ ລະຫວ່າງ ວຽງຈັນ ແລະ ມາເລເຊຍ. ໃນເດືອນແລ້ວນີ້, ສາຍການບິນຮົງກົງ ໄດ້ເລີ່ມຖ້ຽວບິນປະຈໍາອາທິດມາລາວເພື່ອຕອບສະໜອງຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນ ແລະ ສ້າງຄວາມເຂັ້ມແຂງ ເຄືອຂ່າຍການຂົນສົ່ງທາງອາກາດໃນພາກພື້ນ. ຖ້ຽວບິນໃໝ່ເຫລົ່ານີ້ , ຈະຊຸກຍູ້ຈຳນວນ ນັກທ່ອງທ່ຽວທີ່ມາລາວ ໂດຍະເພາະແມ່ນຈາກພາກໃຕ້ຂອງຈີນ. ຈຳນວນນັກທ່ອງທ່ຽວ ຈີນ  ທ່ີມາທ່ຽວ ລາວໄດ້ເພ່ີມຂ້ຶນຢ່າງຫລວງຫລາຍໃນປີນີ້. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ຮູ້ວ່າ: ໃນປີ 2022 ມີນັກທ່ອງທ່ຽວຈີນປະມານ 45.000 ຄົນເຂົ້າມາລາວ, ເພີ່ມຂຶ້ນເປັນ 641.314 ຄົນ  ໃນປີ 2023, ແລະ ໃນ 3 ເດືອນຕົ້ນປີ 2024 ນີ້, ນັກທ່ອງທ່ຽວຈີນເຂົ້າມາທ່ຽວຢູ່ລາວມີ 242.193 ຄົນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ ການເມືອງ

      ຄະນະປະຈຳສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນພື້ນຖານຂອງຊາດ

      9/5/2024 3:09:30 PM

      ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2024 ຈັດ​ຂຶ້ນ​ໃນວັນທີ 3-4 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາ ລັດຖະ ມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍການເມືອງ

      ຫົວໜ້າ ອອປສ ກ່າວປາໄສ ໃນເວທີປຶກສາຫາລື ເສດຖະກິດພາກຕາເວັນອອກ 2024 ທີ່ຣັດເຊຍ

      9/5/2024 3:04:36 PM

      ຂປລ. ໃນລະຫວ່າງວັນທີ 1-6 ກັນຍາ 2024 ນີ້, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ເຄື່ອນໄຫວເຮັດວຽກທາງການ ຢູ່ ສະຫະພັນຣັດເຊຍ ​ແລະ ໃນວັນທີ 5 ກັນຍາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວ​ທີປຶກສາຫາລື ເສດ​ຖະ​ກິດພາກ​ຕາ​ເວັນ​ອອກ (EEF) 2024 ທີ່ຈັດໂດຍອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ທີ່ນະຄອນວາລາດີວອສຕ໊ອກ

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານການນໍາແຂວງເຊກອງ

      9/5/2024 2:25:02 PM

      ຂ​ປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ ແຂວງເຊກອງ, ວັນທີ 4 ກັນຍາ 2024 ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ພົບປະໂອ້ລົມພະນັກງານການນໍາແຂວງເຊກອງ ໂດຍມີ ສະຫາຍ ເຫລັກ ໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະ ຫົວໜ້າພະແນກການອອມຂ້າງແຂວງ ໃຫ້ການຕ້ອນຮັບ.

    • ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າການເມືອງ

      ຫົວໜ້າຄະນະຈັດຕັ້ງສູນກາງພັກ ເນັ້ນໃຫ້ ອຄ ແຂວງສາລະວັນ ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ

      9/4/2024 5:07:11 PM

      ຂປລ. ໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 3 ກັນຍາ 2024 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພົບປະໂອ້ລົມພະ ນັກງານຫລັກແຫລ່ງ ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ) ແຂວງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ໃຫ້ຄົ້ນຄວ້າ ແລະ ຊອກເງື່ອນໄຂຢ່າງເລິກເຊິ່ງຕໍ່ການນຳເຂົ້າປະເພດສິນຄ້າຕ່າງໆ, ສິ່ງໃດຄວນຫລີກເວັ້ນ ແລະ ສິ່ງໃດຄວນຊຸກຍູ້ສົ່ງເສີມ

    • ແຈ້ງການກະຊວງການຕ່າງປະເທດການເມືອງ

      ແຈ້ງການກະຊວງການຕ່າງປະເທດ

      9/4/2024 5:01:31 PM

      ຂປລ. ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024

ads
ads

Top