ຂປລ
ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໃນວັນທີ 22 ພຶດສະພາ 2024

ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ແລະ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໃນວັນທີ 22 ພຶດສະພາ 2024 ໂດຍການປາຖະກະຖາຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຊສ, ມີ ຄະ ນະປະຈຳພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ກຊສ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ບຸນຄໍາ ວໍລະຈິດ ໄດ້ຍົກໃຫ້ເຫັນເຫດການໃນອະດິດ ຕໍ່ກັບໄຊຊະນະດຽນບຽນຟູ ເຊິ່ງເປັນໄຊຊະນະ ທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດການຕໍ່ສູ້ຕ້ານ ການຮຸກຮານຂອງຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ໂດຍໄດ້ບັນທຶກເຂົ້າ ໃນປະຫວັດສາດຂອງຊາດ ແລະ ຂອງໂລກ ຢູ່ ໃນສັດຕະວັດທີ XX, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ປະທານ ໂຮ່ຈີ່ມິນ ທີ່ໄດ້ໝູນໃຊ້ກໍາລັງປະກອບອາວຸດທົ່ວປວງຊົນ ສາມາດຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານ ທີ່ມີພື້ນ ຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫລາຍເທົ່າ, ໄຊຊະນະດຽນບຽນຟູບໍ່ພຽງ ແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ; ໄຊຊະນະດັ່ງກ່າວ, ເປັນບ່ອນອີງ ທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂຸດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າຢູ່ຫລາຍບ່ອນໃນທົ່ວໂລກ. ພ້ອມນີ້, ສະຫາຍນາງ ບຸນຄໍາ ວໍລະຈິດ ຍັງໄດ້ຫວນຄືນມູນເຊື້ອຂອງ 2 ວັນປະຫວັດສາດຂອງລາວ ທີ່ໄດ້ສະແດງໃຫ້ເຫັນນໍ້າໃຈພິລະອາດຫານ ອົງອາດກ້າ ແກ່ນ, ເດັດດ່ຽວໜຽວແໜ້ນ ແລະ ມີໄຫວພິກອັນສະຫລາດສ່ອງໃສຂອງ ພະນັກງານ-ນັກຮົບກອງພັນທີ 2 ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ທີ່ບໍ່ຍອມຈຳນົນຕໍ່ພວກຈັກກະພັດຜູ້ຮຸກຮານ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫລວງ ຂອງກຳລັງປະກອບອາວຸດ ເຊິ່ງເປັນເຫດການປະຫວັດສາດອັນສໍາຄັນຂອງຊາດ ທີ່ສາມາດທັບມ້າງກົນອຸບາຍ ຂອງພວກຈັກກະພັດ ແລະ ລູກແຫລ່ງຕີນມື ຂອງພວກເຂົາ ທີ່ຫວັງດັບມ້າງກໍາລັງປະຕິວັດ.
ໂອກາດດຽວກັນ, ສະຫາຍ ນາງ ບຸນຄໍາ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນເຫດການວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຢ່າງປີຊາສາມາດ, ສາມາດຂົນຂວາຍ ສຶກສາອົບຮົມສາລະ ວັດທະຫານ ໃຫ້ມີນໍ້າໃຈຮັກຊາດອັນດູດ ດື່ມ, ມີຄວາມຕື່ນຕົວ ເຮັດໃຫ້ ສັດຕູກາຍເປັນມິດສະຫາຍ ຮ່ວມຕາຍນໍາກັນ ຈົນສາມາດໂຕນຄຸກໄດ້ຢ່າງມະຫັດສະຈັນ. ນີ້ແມ່ນເຫດການສໍາຄັນທີ່ສຸດໃນ ປະຫວັດສາດລາວ ທັງເປັນການສຶກສາອົບຮົມ ໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ເຊື່ອມຊຶມກຳແໜ້ນມູນເຊື້ອດັ່ງກ່າວ ເປັນບົດຮຽນ ແລະ ເປັນພື້ນຖານໃຫ້ແກ່ການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ມີຄຸນທາດການເມືອງ ມີຄຸນສົມບັດສິນທໍາປະຕິວັດ ແລະ ໃຫ້ກາຍເປັນ ພະນັກງານ-ນັກຮົບຮຸ່ນ ສືບທອດທີ່ດີໃນອະນາຄົດ.
ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
KPL