ການຂຸດຄົ້ນພະພຸດທະຮູບ ຢູ່ດອນເຜິ້ງຄໍາ ໄລຍະ 2 ສາມາດຄົ້ນພົບເພີ່ມອີກ 78 ອົງ

22/05/2024 14:55
Email Print 831
ຂປລ ຂປລ. ການຂຸດຄົ້ນພະພຸດທະຮູບ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນໄລຍະ 2 ໂດຍເລີ່ມລົງມື້ຂຸດຄົ້ນມາແຕ່ວັນທີ 8 ພຶດສະພາ, ມາຮອດ ວັນທີ 20 ພຶດສະພາ 2024 ສາມາດຂຸດຄົ້ນ ພະພຸດທະຮູບໄດ້ ທັງໝົດເພີ່ມອີກ 78 ອົງ. ໃນຂະນະທີ່ໄລຍະທີ 1 ເລີ່ມຂຸດຄົ້ນແຕ່ວັນທີ 16 ມີນາ ຫາ 16 ເມສາ 2024 ສາມາດຄົ້ນພົບພະພຸທະຮູບ ທັງໝົດ 204 ອົງ ເຊິ່ງສ່ວນຫລາຍແມ່ນພະພຸດທະຮູບ ທອງສໍາລິດ ປາງຊະນະມານ.



ຂປລ. ການຂຸດຄົ້ນພະພຸດທະຮູບ ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນໄລຍະ
2 ໂດຍເລີ່ມລົງມື້ຂຸດຄົ້ນມາແຕ່ວັນທີ 8 ພຶດສະພາ, ມາຮອດ ວັນທີ 20 ພຶດສະພາ 2024 ສາມາດຂຸດຄົ້ນ ພະພຸດທະຮູບໄດ້ ທັງໝົດເພີ່ມອີກ 78 ອົງ. ໃນຂະນະທີ່ໄລຍະທີ 1 ເລີ່ມຂຸດຄົ້ນແຕ່ວັນທີ 16 ມີນາ ຫາ 16 ເມສາ 2024 ສາມາດຄົ້ນພົບພະພຸທະຮູບ ທັງໝົດ 204 ອົງ ເຊິ່ງສ່ວນຫລາຍແມ່ນພະພຸດທະຮູບ ທອງສໍາລິດ ປາງຊະນະມານ. ໃນນີ້, ມີພະພຸດທະຮູບ ອົງທີ່ສົມບູນ ເປັນຈໍານວນຫລາຍ ແລະ ອົງທີ່ບໍ່ສົມບູນຈໍານວນໜຶ່ງ.



ທ່ານ ທອງລິດ ຫລວງໂຄດ ຮອງຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນນັກບູຮານວິທະຍາ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນວັນທີ 21 ພຶດສະພາ 2024 ນີ້ວ່າ: ການຂຸດຄົ້ນພະພຸດທະຮູບ ໄລຍະທີ 2 ໄດ້ເລີ່ມລົງມືຂຸດຄົ້ນ ມາແຕ່ວັນທີ 8 ພຶດສະພາ ມາຮອດວັນທີ 20 ພຶດສະພາ 2024 ສາມາດຂຸດຄົ້ນ ພະພຸດທະຮູບ ໄດ້ທັງໝົດ 78 ອົງ, ອັນທີ່ພົ້ນເດັນ ໃນວັນທີ 16 ພຶດສະພາ 2024 ນີ້, ໄດ້ຄົ້ນພົບພະເຈົ້າໃຫຍ່ປາງຊະນະມານ ທອງສຳລິດ ຫລື ເອີ້ນວ່າ ພະປະທານ ອົງທຳອີດ ທີ່ໃຫຍ່ທີ່ສຸດ ແລະ ໃນວັນທີ 21 ພຶດສະພານີ້, ໃນເວລາ 12:00 ໂມງ ໄດ້ຂຸດພົບ ຈອມເກດພະເຈົ້າໃຫຍ່ ຕື່ມອີກ ເຊິ່ງວັດແທກແລ້ວ ພໍດີ ກັບສຽນ ຂອງພະເຈົ້າໃຫຍ່ ທີ່ຄົ້ນພົບ ເຊິ່ງເປັນນິມິດໝາຍອັນດີ ໃຫ້ແກ່ ພິທີແຫ່ພະເຈົ້າໃຫຍ່ປາງຊະນະມານ ທອງສຳລິດ ຫລື ພະປະທານ ແລະ ພະພຸດທະຮູບອື່ນໆທິ່ຄົ້ນພົບ ຈາກຈຸດພັກໄວ້ ຢູ່ແຄມນ້ຳຂອງດອນເຜິ້ງຄຳ ໄປປະດິດສະຖານ ໄວ້ຢູ່ວັດທອງທິບ ພັດທະນາຣາມ ຫລື ວັດບ້ານໃຫຍ່ຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 22 ພຶດສະພາ 2024 ນີ້ ເຊິ່ງກົງກັບເດືອນ 6 ລາວຂຶ້ນ 15 ຄ່ຳ ເລີ່ມແຕ່ເວລາ 17:00 ໂມງ ເປັນຕົ້ນໄປ. ພະພຸດທະຮູບທີ່ຄົ້ນພົບ ທັງໝົດ ທັງໄລຍະ 1 ແລະ ໄລຍະ ຈະໄດ້ອັນເຊີນໄປປະດີດສະຖານ ໄວ້ຢູ່ວັດທອງທິບພັດທະນາຣາມ ທຸກອົງ.



ທ່ານ ທອງລິດ ຫລວງໂຄດ ຍັງໃຫ້ຮູ້ອີກວ່າ: ສຳລັບ ແຜນການໃນຕໍ່່ໜ້າ ຈະສືບຕໍ່ຂຸດຄົ້ນ ໂດຍນຳໃຊ້ເຕັກນິກ ຕາມວິຊາການ ຫລື ຜູ້ຊ່ຽວຊຽນດ້ານການຂຸດຄົ້ນ ແລະ ຈະຂຶ້ນທະບຽນບັນຊີ ພະພຸຸດທະຮູບ ແຕ່ລະອົງ ໃຫ້ເປັນອັນລະອຽດ ແລະ ຈະສ້າງຫໍພິພິທະພັນ ເຊິ່ງຄາດວ່າ ຈະສ້າງຢູ່ບໍລິເວນ ໃກ້ກັບວັດທອງທິບ ພັດທະນາຣາມ
ເພື່ອນຳເອົາພະພຸດທະຮູບ ໄປປະດິດສະຖານໄວ້ ໃຫ້ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າໄປ ກາບໄຫວ້, ສັກກະລະບູຊາ, ສຶກສາຄົ້ນຄວ້າ, ຮຽນຮູ້ ປະຫວັດ ສາດ, ວັດທະນະທຳ ອັນເປັນມູນເຊື້ອ ຂອງຊາດ ລາວເຮົາ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນວັດທະນະທຳ-ສັງຄົມ

      ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

      9/30/2026 1:41:53 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

ads
ads

Top