ພື້ນຖານການຜະລິດໃຫ້ໜັກແໜ້ນ

22/05/2024 16:20
Email Print 755
ຂປລ ບົດກ່ອນໆໄດ້ນໍາເອົາແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ມາສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງເຖິງຖອງ ເພື່ອໃຫ້ການຈັດຕັ້ງຜັນຂະຫຍາຍຖືກທິດ, ມີຜົນສໍາເລັດ ດ້ວຍຄຸນນະພາບໃໝ່, ບັນລຸໄດ້ຈຸດປະສົງເປົ້າໝາຍທີ່ແທ້ຈິງ.

     *ບົດກ່ອນໆໄດ້ນໍາເອົາແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ມາສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງເຖິງຖອງ ເພື່ອໃຫ້ການຈັດຕັ້ງຜັນຂະຫຍາຍຖືກທິດ, ມີຜົນສໍາເລັດ ດ້ວຍຄຸນນະພາບໃໝ່, ບັນລຸໄດ້ຈຸດປະສົງເປົ້າໝາຍທີ່ແທ້ຈິງ. ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງແມ່ນສໍາຄັນ ແລະ ຈໍາເປັນທີ່ສຸດ. ທັງນີ້ກໍ່ເພື່ອເຊີດຊູຄວາມເປັນເອກະລາດ, ເປັ້ນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນຂຶ້ນໄປເລື້ອຍໆ.ແນວຄິດຊີ້ນໍາກ່ຽວກັບ ສອຈ ໄດ້ລະບຸເອົາໄວ້ຢ່າງຈະແຈ້ງ: “ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນເງື່ອນໄຂເຊື່ອມໂຍງກັບພາກພ້ືນ ແລະ ສາກົນໄດ້ດີນັ້ນ, ນອກຈາກການເປັນເຈົ້າການພັດທະນາຊັບພະຍາກອນມະນຸດແລ້ວ ຍັງຕ້ອງມີການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບ ການເງິນ- ເງິນຕາໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ.

    ສຸມໃສ່ສ້າງພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກພຽງພໍຕອບສະໜອງພື້ນຖານການດໍາລົງຊີວິດຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວກ້າວສູ່ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນລະບົບການຜະລິດຂອງ ພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການສ່ົງອອກສິນຄ້າ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ- ເຕັກໂນໂລຊີທີ່ທັນສະໄໝ. ປັບປຸງລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ, ຖືເປັນຫມາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດຖະກິດ ຂອງປະເທດ; ບົນພື້ນຖານນັ້ນ ຕ້ອງດໍາເນີນທຸກມາດຕະການ  ເພື່ອໃຫ້ມີລະບົບການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງແຫລ່ງລາຍຮັບໃໝ່ໃຫ້ຫລາຍ ແລະ ໜັກແໜ້ນ, ຂຸດຄົ້ນແຫລ່ງລາຍຮັບ ຈາກບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະບຽບການຢ່າງຍືດຍຸ່ນ, ທັງມີການປັບປຸງ ແລະ ພັດທະນາລະບົບ, ກົນໄກຢ່າງເປັນປະຈໍາຕາມຫລັກວິທະຍາສາດທີ່ປ່ຽນແປງໄດ້ຕາມສະຖານະການຕົວຈິງໃນແຕ່ລະໄລຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍງົບປະມານຢ່າງເຄັ່ງຄັດ, ມີປະສິດທິຜົນ, ເກີດດອກອອກຜົນ ໃນການພັດທະນາຫລາຍກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ”.

    ບົດນີ້ ມີປະເດັນແລກປ່ຽນຄໍາເຫັນນໍາບັນດາທ່ານຜູ້ອ່ານ ອີງໃສ່ຄໍາເຫັນຈໍານວນໜຶ່ງ ຊຶ່ງທີ່ໄດ້ເກັບກໍາມານັ້ນແມ່ນການສ້າງພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂ້ັມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກ ພຽງພໍຕອບສະໜອງພື້ນຖານການດໍາລົງຊີວິດ ຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວກ້າວສູ່ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກໂນໂລ ຊີທີ່ທັນສະໄໝ. ທິດຊີ້ນໍານີ້ແມ່ນຖືກຕ້ອງທີ່ສຸດ, ມັນແມ່ນຄວາມຮຽກຮ້ອງການອັນຈໍາເປັນ ແລະ ພາວະວິໄສທີ່ສຸດ, ການສ້າງພື້ນຖານອັນໜັກແໜ້ນແມ່ນສໍາຄັນຫລາຍ, ເມື່ອພື້ນຖານມີຄວາມໜັ້ກແໜ້ນແລ້ວຖືວ່າມີຄວາມເຂັ້ມແຂງໃນລະດັບໜຶ່ງ, ຄືກັນກັບໂຄງສ້າງຖານພື້ນຂອງສິ່ງປຸກສ້າງຕ່າງ.

    ເປັນການເລີ່ມຈາກຕໍ່າຫາສູງ, ເມື່ອຜະລິດພາຍໃນເຂັ້ມແຂງແລ້ວ, ພຽງພໍກັບຄວາມຕ້ອງການຂອງສັງຄົມແລ້ວກໍ່ກ້າວສູ່ການຜະລິດເພື່ອສົ່ງອອກ, ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າສົ່ງອອກດ້ວຍການປຸງເມື່ອເວົ້າເຖິງການສ້າງພື້ນຖານຜະລິດໃຫ້ເຂັ້ມແຂງໜັກແໜ້ນ, ເລີ່ມຈາກນ້ອຍຫາໃຫຍ່, ແຕ່ຕໍ່າຫາ ສູງ... , ປະທານ ໄກສອນ ພົມວິຫານ ກໍ່ເຄີຍໃຫ້ທິດຊີ້ນໍາໃຫ້ຊຸກຍູ້ສົ່ງເສີມ ການຜະລິດສິນຄ້າໃຊ້ສອຍຢ່າງແຂງແຮງ ໂດຍສະເພາະຫັດຖະກໍາ ຕ່າງໆທີ່ພວກເຮົາມີມູນເຊື້ອ ແລະ ທ່າແຮງມາແລ້ວ ເພື່ອກ້າວສູ່ສິຄ້າສົ່ງອອກ ຄື: “ພວກເຮົາຄວນມີນະໂຍບາຍ ແລະ ມາດຕະການອັນ ໃດແດ່ ເພື່ອຊຸກຍູ້ ແລະ ສົ່ງເສີມການຜະລິດສິນຄ້າໃຊ້ສອຍຢູ່ພາຍໃນປະເທດ ໂດຍນໍາໃຊ້ວັດຖຸດິບ ແລະ ເງື່ອນໄຂສະດວກທີ່ພວກເຮົາມີຢູ່ໃນປັດຈຸບັນ...”. ເມື່ອເວົ້າເຖິງການຍູ້ແຮງທົ່ວສັງຄົມເພື່ອສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ, ປະທານ ໄກສອນ ພົມວິຫານ ກໍ່ເຄີຍຊີ້ນໍາກ່ຽວກັບການກໍ່ສ້າງເສດຖະກິດຂອງລະບອບປະຊາທິປະໄຕປະຊາຊົນ ດ້ວຍການລະດົມໝົດທຸກຄວາມສາມາດຂອງທົ່ວປວງຊົນ, ຂອງທຸກພາກສ່ວນເສດຖະກິດ ເພື່ອຂະຫຍາຍກໍາລັງການຜະລິດກໍ່ຄືການຜະລິດ-ທຸລະກິດຢ່າງແຂງແຮງ.  ເວົ້າລວມແລ້ວ, ໃນສະພາວະຄວາມເປັນຈິງຂອງປະເທດເຮົາ, ພວກເຮົາບໍ່ອາດຊັກຊ້າ ແກ່ຍາວເວລາໃນການສ້າງພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກພຽງພໍຕອບສະໜອງພື້ນຖານການດໍາລົງຊີວິດຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວກ້າວສູ່ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ...

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top