ໄລຍະ 4 ເດືອນຕົ້ນປີນີ້ ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 2.700 ກວ່າຄົນ

14/05/2024 18:47
Email Print 6262
ຂປລ ຂປລ. ອີງຕາມຂໍ້ມູນຈາກ ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2024 ນີ້, ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 7 ພຶດສະພາ 2024 ທົ່ວປະເທດ ມີຕົວເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ.



ຂປລ. ອີງຕາມຂໍ້ມູນຈາກ ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2024 ນີ້
, ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 7 ພຶດສະພາ 2024 ທົ່ວປະເທດ ມີຕົວເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ. ໃນນັ້ນ, ແຂວງທີ່ມີການລະບາດຫລາຍກວ່າໝູ່ ແມ່ນແຂວງເຊກອງ 881 ຄົນ, ເສຍຊີວິດ 1 ຄົນ, ນະຄອນຫລວວຽງຈັນ 566 ຄົນ, ເສຍຊີວິດ 2 ຄົນ, ຫລວງນໍ້າທາ 293 ຄົນ, ສະຫວັນນະເຂດ 158 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ແຂວງອື່ນໆ ກໍມີການລະບາດເຊັ່ນດຽວກັນ.

ປັດຈຸບັນ ພວມກ້າວເຂົ້າສູ່ ໄລຍະລະດູຝົນ, ທຸກຄົນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ປ້ອງກັນພະຍາດໄຂ້ຍຸງລາຍ ໂດຍການກຳຈັດແຫລ່ງເພາະພັນ ໜອນນໍ້າ-ຍຸງລາຍ ສິ່ງສຳຄັນຕ້ອງປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກຢ່າງເຂັ້ມງວດ ເປັນຕົ້ນຕ້ອງປິດພາຊະນະຕ່າງໆ ຢູ່ພາຍໃນບ້ານເຮືອນ ແລະ ນອກເຮືອນໃຫ້ດີ; ປ່ຽນພາຊະນະທີ່ມີນໍ້າອັ່ງຂັງໂດຍສະເພາະຖັງ, ຖາດຮອງຕີນຕູ້ ແລະ ອື່ນໆ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ, ປັບປຸງສະພາບແວດລ້ອມ, ສະຖານທີ່ຢູ່ອາໄສຂອງຕົນ ໃຫ້ສະອາດງາມ ຕາຢູ່ສະເໝີ ແລະ ປະຕິບັດເປັນປະຈຳທຸກໆອາທິດ. ພ້ອມນັ້ນ, ອົງການຈັດຕັ້ງເມືອງ ແລະ ບ້ານຕ້ອງເປັນເຈົ້າການປຸກລະດົມ ໂຄສະນາໃຫ້ປະຊາຊົນມີຄວາມເຂົ້າໃຈ, ຮັບຮູ້ວິທີປ້ອງກັນຕົນເອງຕໍ່ພະຍາດດັ່ງກ່າວ ໂດຍຜ່ານທາງໂທລະໂຄ່ງ ແລະ ອື່ນໆ.



ຢ່າງໃດກໍຕາມ, ຖ້າທ່ານ ຫລື ຄົນໃນຄອບຄົວ ຮູ້ສຶກບໍ່ສະບາຍ ຫລື ມີອາການຄ້າຍຄື ເປັນພະຍາດໄຂ້ຍຸງລາຍ ບໍ່ຄວນຊື້ຢາມາກິນເອງ
, ຄວນໄປພົບແພດໝໍໂດຍດ່ວນ ເປັນຕົ້ນ ໂຮງໝໍເມືອງ, ແຂວງ, ສູນກາງ, ສຸກສາລາໃກ້ບ້ານທ່ານ ຫລື ສະຖານທີ່ໃຫ້ບໍລິການຕ່າງໆ ເພື່ອຈະໄດ້ກວດໃຫ້ຮູ້ອາການພະຍາດ ພ້ອມກິນຢາຕາມແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top