ເຜີຍແຜ່ ການພົວພັນທາງການທູດ ລາວ-ກູບາ ຄົບຮອບ 50 ປີ

10/05/2024 15:11
Email Print 435
ຂປລ ຂປລ. ໃນວັນທີ 8 ພຶດສະພາ 2024 ຜ່ານມານີ້, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມ​ກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ກູ​ບາ ປະ​ຈໍາ ສປປ ລາວ ແລະ ອົງການປົກຄອງແຂວງຫົວພັນ ຈັດ​ປາຖະກະຖາ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການພົວພັນ ທາງການທູດ ລາວ-ກູບາ



ຂປລ. ໃນວັນທີ 8 ພຶດສະພາ 2024 ຜ່ານມານີ້
, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມ​ກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສ ກູ​ບາ ປະ​ຈໍາ ສປປ ລາວ ແລະ ອົງການປົກຄອງແຂວງຫົວພັນ ຈັດ​ປາຖະກະຖາ ເນື່ອງໃນໂອກາດ ຄົບຮອບ 50 ປີ ແຫ່ງການພົວພັນ ທາງການທູດ ລາວ-ກູບາ (4/11/1974-4/11/2024) ໂດຍມີ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ມີຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຫົວພັນ, ການນໍາຂອງແຂວງ, ຜູ້ຕາງໜ້າຈາກຄະນະພົວພັນຕ່າງ ປະເທດສູນກາງພັກ, ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກູບາ, ສະມາຊິກສະມາຄົມມິດຕະພາບ, ພະ ນັກງານບັນດາພະແນກ ແລະ ຂະແໜງການ ອ້ອມຂ້າງແຂວງຫົວພັນ ເຂົ້າຮ່ວມ.



ໃນພິທີ ທ່ານນາງ ແອນນາ ເອັດເຕວຽງ ວາເດຣ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ​ແຫ່ງ ສ ກູ​ບາ ປະ​ຈໍາ ສປປ ລາວ ໄດ້ໃຫ້ກຽດປາຖະກະຖາ ໂດຍທ່ານໄດ້ ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະ​ຫວ່າງ ​ສອງ​ພັກ
, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ກູບາ ທີ່​ໄດ້​ໃຫ້ການສະໜັບສະໜູນ ຊ່ວຍ​ເຫລືອເຊິ່ງກັນ ແລະ ກັນ ຕະຫລອດມາ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ຂອງ ສ ກູບາ ແລະ ບົດບາດຂອງກູບາ ໃນເວທີສາກົນ ກໍຄື ຜົນງານໄຊຊະນະ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແ​ລະ ສ້າງ​ສາພັດທະນາປະເທດຊາດກູບາ.

ຜ່ານການຮັບຟັງໄດ້ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ປະຫວັດສາດແຫ່ງການຕໍ່ສູ້ ປະຕິວັດອັນກ້າແກ່ນ ເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນກູບາ ຕໍ່ສູ້ຕ້ານການປິດລ້ອມຍາວນານກ​ວ່າ 6 ທົດສະວັດ ແລະ ເຂົ້າໃຈແຈ້ງ, ເລິກເຊິ່ງ ເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະການຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ສອງຊາດ ກູບາ ແລະ ລາວ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

ads
ads

Top