ອິນໂດເນເຊຍ ເປີດໂຕສູນການທົດລອງ ດີຈິຕອນຂະໜາດໃຫຍ່ສຸດ ໃນອາຊີ

09/05/2024 21:18
Email Print 814
ຂປລ ທ່ານ ໂຈໂກວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ເຂົ້າຮ່ວມເປີດໂຕ ສູນການທົດລອງ ທາງດີຈິຕອນ ຂະໜາດໃຫຍ່ ທີ່ສຸດໃນອາຊີ ຕາເວັນອອກ ສຽງໃຕ້ ຊຶ່ງເປັນຫ້ອງ ປະຕິບັດການ ທົດລອງ ອຸປະກອນ ໂທລະ ຄົມມະນາຄົມ ດ້ວຍມູນຄ່າ 9,8 ແສນລ້ານ ຣູເປຍ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,  ເມື່ອບໍ່ດົນມານີ້, ທ່ານ ໂຈໂກວິໂດໂດ  ປະທານາທິບໍດີ ອິນໂດເນເຊຍ ເຂົ້າຮ່ວມເປີດໂຕ ສູນການທົດລອງ ທາງດີຈິຕອນ ຂະໜາດໃຫຍ່ ທີ່ສຸດໃນອາຊີ ຕາເວັນອອກ ສຽງໃຕ້ ຊຶ່ງເປັນຫ້ອງ ປະຕິບັດການ ທົດລອງ ອຸປະກອນ ໂທລະ ຄົມມະນາຄົມ ດ້ວຍມູນຄ່າ 9,8 ແສນລ້ານ ຣູເປຍ ຕັ້ງຢູ່ພື້ນທີ່ 22.723 ຕາລາງແມັດ ໃນແຂວງຊວາ ທາງພາກຕາເວັນຕົກ. ນີ້ຖືເປັນ ສູນການ ທົດລອງທາງ ດີຈິຕອນຂະໜາດ ໃຫຍ່ທີ່ສຸດ ແລະ ຄົບຊຸດ ທີ່ສຸດ ໃນອາຊີ ຕາເວັນອອກສຽງໃຕ້ ແລະ ຈະເປັນສູນ ໃຫ້ການ ຮັບຮອງ ເຕັກໂນໂລຊີ ອຸປະກອນ ດີຈິຕອນ ຊັ້ນນໍາ ໃນພາກພື້ນ ລວມທັງ ຈະເຮັດໜ້າທີ່ ເປັນສູນກາງ ສົ່ງເສີມ ນະວັດຕະກຳ ແລະ ເສີມສ້າງ ລະບົບ ນິເວດ ເຕັກໂນໂລຊີ ດີຈິຕອນ.

ນອກນັ້ນ, ສູນການ ທົດລອງ ດັ່ງກ່າວ ຍັງປະກອບດ້ວຍ ຫ້ອງປະຕິບັດການ  ຂະໜາດໃຫຍ່ 12 ຫ້ອງ ໂດຍຄາດວ່າ ຈະມີການຮ່ວມມື ລະຫວ່າງ ສູນ ກັບ ມະຫາ ວິທະຍາໄລ ແລະ ບໍລິສັດຕ່າງໆ ເພື່ອພັດທະນາ ຫ້ອງປະຕິບັດການ ແຫ່ງນີ້ ໃຫ້ກາຍເປັນ ສູນວິໄຈ ແລະ ພັດທະນາ ສຳລັບ ການແຂ່ງຂັນ ໃນເວທີ ລະດັບ  ສາກົນ./
KPL

ຂ່າວອື່ນໆ

ads
ads

Top