ທີຊີ ພັດທະນາຟາມ ເຄື່ອນໄຫວຊ່ວຍເຫລືອສັງຄົມ

08/05/2024 10:06
Email Print 416
ຂປລ ເຖິງວ່າການເຄື່ອນໄຫວແຈກອາຫານ ແລະ ນ້ຳໃຫ້ແກ່ສັງຄົມບໍ່ຫລວງບໍ່ຫລາຍ, ແຕ່ກໍເປັນອີກໜຶ່ງນ້ຳໃຈ ແລະ ຄວາມຈິງໃຈຈາກ ທີຊີ ພັດທະນາຟາມ ການກະເສດຄົບວົງຈອນ ທີ່ໄດ້ຕັ້ງໜ້າເຄື່ອນໄຫວແຈກຢູ່ໂຮງໝໍ, ຄ້າຍຄຸມຂັງ ແລະ ໂຮງຮຽນ ເພື່ອປະກອບສ່ວນຊ່ວຍເຫລືອ ສັງຄົມໃນໄລຍະອາກາດຮ້ອນອົບເອົ້າດັ່ງປັດຈຸບັນ.

      *ເຖິງວ່າການເຄື່ອນໄຫວແຈກອາຫານ ແລະ ນ້ຳໃຫ້ແກ່ສັງຄົມບໍ່ຫລວງບໍ່ຫລາຍ, ແຕ່ກໍເປັນອີກໜຶ່ງນ້ຳໃຈ ແລະ ຄວາມຈິງໃຈຈາກ ທີຊີ ພັດທະນາຟາມ ການກະເສດຄົບວົງຈອນ ທີ່ໄດ້ຕັ້ງໜ້າເຄື່ອນໄຫວແຈກຢູ່ໂຮງໝໍ, ຄ້າຍຄຸມຂັງ ແລະ ໂຮງຮຽນ ເພື່ອປະກອບສ່ວນຊ່ວຍເຫລືອ ສັງຄົມໃນໄລຍະອາກາດຮ້ອນອົບເອົ້າດັ່ງປັດຈຸບັນ. 


    ທ່ານ ຄຳຫລ້າ ດວງມະນີຈັນ ຜູ້ຊ່ວຍ ທີຊີ ພັດທະນາຟາມ ການກະເສດຄົບວົງຈອນໃຫ້ຮູ້ວ່າ: ການເຄື່ອນໄຫວແຈກອາຫານ ແລະ ນ້ຳໃຫ້ແກ່ສັງຄົມ ແມ່ນເປັນກິດຈະກຳໜຶ່ງທີ່ທາງ ທີຊີ ພັດທະນາຟາມ ຂອງພວກເຮົາ ໄດ້ຈັດຕັ້ງມາໂດຍຕະຫລອດ ເຊິ່ງການແຈກອາຫານ ແລະ ນ້ຳດັ່ງກ່າວ ໂດຍສ່ວນໃຫຍ່ແມ່ນໄດ້ແຈກໃຫ້ໂຮງໝໍ, ຄ້າຍຄຸມຂັງ, ໂຮງຮຽນ, ວັດວາອາຮາມ ແລະ ເນື່ອງໃນໂອກາດວັນກຳມະກຳກອນ 1 ພຶດສະພາ ກໍໄດ້ເຄື່ອນໄຫວແຈກອາຫານ ແລະ ນ້ຳໃຫ້ແກ່ໂຮງໝໍມິດຕະພາບ (150 ຕຽງ) ເພື່ອໃຫ້ຍາດພີ່ນ້ອງຄົນເຈັບ ແລະ ແພດໝໍໄດ້ກິນທ່າມກາງສະພາບອາກາດຮ້ອນອົບເອົ້າ ໂດຍອາຫານທີ່ມາແຈກຄັ້ງນ້ີມີເຂົ້າປຽກເຂົ້າ, ເຂົ້າປຽກເສັ້ນ ແລະ ນ້ຳ ເພື່ອບັນເທົາຄວາມຮ້ອນໃຫ້ແກ່ຍາດພີ່ນ້ອງຄົນເຈັບ. ຂະນະທີ່ການແຈກອາຫານຄັ້ງນີ້ກໍແມ່ນເທື່ອທີ 3 ໃນປີນີ້ສະເພາະຢູ່ໂຮງໝໍ 150 ຕຽງ.

    ແນວໃດກໍດີ ກ່ອນວັນທີ 1 ພຶດສະນາ ຫລື ນັບແຕ່ປີ 2024 ເປັນຕົ້ນມາ ທາງ ທີຊີ ພັດທະນາຟາມ ກໍໄດ້ເຄື່ອນແຈກອາຫານໃຫ້ແກ່ຄ້າຍຄຸມຂັງສົມສະຫງ່າ, ວັດຕ່າງໆ ແລະ ບັນດາໂຮງຮຽນທີ່ຂາດອຸປະກອນການສຶກສາ. ໃນນັ້ນ, ກໍໄດ້ມີການແຈກເຄື່ອງອຸປະໂພກບໍລິໂພກເຊັ່ນວ່າ: ເຂົ້າ, ໝີ່, ປ໋ອງປາເຫລົ່ານີ້ເປັນຕົ້ນ ແລະ ໃນຕໍ່ໜ້າກໍຈະສືບຕໍ່ເຄື່ອນໄຫວຊ່ວຍເຫລືອສັງຄົມຕາມທ່າແຮງຂອງ ທີຊີ ພັດທະນາຟາມຂອງພວກເຮົາ. ທ່ານ ຄຳຫລ້າ ດວງມະນີຈັນ ກ່າວຕື່ມວ່າ: ສຳລັບກິດຈະກຳຂອງທີຊີພັດທະນາຟາມ ການກະເສດຄົບວົງຈອນ ຫລັກໆແມ່ນການສົ່ງເສີມກະສິກອນຜະລິດເຂົ້າປອດສານພິດ ແລະ ເກັບຊື້ ເພື່ອມາເຂົ້າໂຮງສີແລ້ວຈຳໜ່າຍສູ່ສັງຄົມ ໂດຍມີວາງຂາຍຢູ່ບັນດາຮ້ານສະດວກຊື້. ນອກຈາກນີ້, ຍັງໄດ້ລ້ຽງງົວພັນ-ງົວພື້ນເມືອງຂອງລາວເຮົາ ລວມກວ່າ 200 ໂຕ. ຂະນະທີ່ປັດຈຸບັນກຳເລັ່ງກໍ່ສ້າງຟາມໄກ່ ແລະ ຈະນຳເອົາໄກ່ມາລ້ຽງຕື່ມໃນໄວໆນີ້. ນອກຈາກນີ້, ຍັງມີການຈຳໜ່າຍເຄື່ອງການກະເສດອື່ນໆຕື່ມອີກ. ຢ່າງໃດກໍດີນອກຈາກເຄື່ອນໄຫວຊ່ວຍເຫລືອສັງຄົມທີ່ມີມາຕະຫລອດແລ້ວ, ທີຊີ ພັດທະນາຟາມ ການກະເສດຄົບວົງຈອນ ຍັງໄດ້ເປັນສ່ວນໜຶ່ງໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໂດຍສະເພາະຜູ້ຜະລິດເຂົ້າ, ຜູ້ມາວຽກຢູ່ ທີຊີ ພັດທະນາຟາມ ມີລາຍຮັບມາແກ້ໄຂຄວາມທຸກຍາກຂອງເຂົາເຈົ້າອີກດ້ວຍ. ທີຊີ ພັດທະນາຟາມການກະເສດ ຄົບວົງຈອນ ຕັ້ງຢູ່ບ້ານຫົວນາທົ່ງ ເມືອງປາກງື່ມ (ເຂດຫລັກ 40).

ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

ads
ads

Top