ສຳເລັດການສຳຫລວດອອກແບບກິດຈະກຳຍ່ອຍ ພື້ນຖານໂຄງລ່າງຂະໜາດນ້ອຍ ຢູ່ເມືອງຄຳ ແຂວງຊຽງຂວາງ

08/05/2024 10:01
Email Print 371
ຂປລ ກິດຈະກຳຍ່ອຍພື້ນຖານໂຄງລ່າງຂະໜາດນ້ອຍ ແມ່ນໜຶ່ງໃນ 3 ກິດຈະກຳຫລັກ ທີ່ສະໜັບສະໜູນໂດຍໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນໃຫ້ແກ່ບັນດາບ້ານເປົ້າໝາຍຂອງໂຄງການ.

   *ກິດຈະກຳຍ່ອຍພື້ນຖານໂຄງລ່າງຂະໜາດນ້ອຍ ແມ່ນໜຶ່ງໃນ 3 ກິດຈະກຳຫລັກ ທີ່ສະໜັບສະໜູນໂດຍໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນໃຫ້ແກ່ບັນດາບ້ານເປົ້າໝາຍຂອງໂຄງການ. ໃນປີ 2023 ທລຍ ເມືອງຄໍາ ແຂວງຊຽງຂວາງ ໄດ້ສໍາເລັດການສໍາຫລວດອອກແບບໂຄງການຍ່ອຍ ຢູ່ 29 ບ້ານເປ້ົາໝາຍຊຸດທີ 2 ໂດຍການສຳຫລວດອອກແບບໂຄງການຍ່ອຍດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 2 ກໍລະກົດ 2023 ຫາ ວັນທີ 16 ສິງຫາ 2023 ໂດຍທາງທີມງານວິຊາການ ທລຍ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ພະນັກງານ ທລຍ ຂັ້ນບ້ານ ແລະ ອົງການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນໃນບັນດາບ້ານເປົ້າໝາຍ ເຂົ້າຮ່ວມທັງໝົດ 3.236 ຄົນ (ຍິງ 2.043 ຄົນ), ຊົນເຜົ່າ 1.365 ຄົນ. ບັນດາ 29 ໂຄງການຍ່ອຍປະກອບດ້ວຍ: ກິດຈະກຳສ້ອມແປງຄອງເໝືອງ 5 ແຫ່ງ, 8 ຈຸດ, ຄວາມຍາວ 11,5 ກິໂລແມັດ; ກິດຈະກຳ ສ້ອມແປງຝາຍນ້ຳລົ້ນ 1 ແຫ່ງ, ຄວາມຍາວ 20 ກິໂລແມັດ; ກິດຈະກຳສ້ອມແປງນ້ຳລິນ ເພື່ອຮັບໃຊ້ການຜະລິດກະສິກໍາ 5 ແຫ່ງ, ຄວາມຍາວ 16,8 ກິໂລເເມັດ; ກິດຈະກຳສ້ອມແປງທາງເຂົ້າເຂດທຳການຜະລິດ 8 ແຫ່ງ 11 ເສັ້ນ, ຄວາມຍາວ 44,7 ກິໂລເເມັດ; ກິດຈະກຳລ້ອມຮົ້ວໜາມໝາກຈັບອ້ອມສະຖານທີ່ລ້ຽງສັດ 10 ຈຸດ ຢູ່ 4 ບ້ານ, ນໍາໃຊ້ ໝາມໝາກຈັບ 10.204 ກໍ້; ກິດຈະກຳກໍ່ສ້າງເຮືອນຕ່ຳຫູກ 2 ຫລັງ, ຂະໜາດ 8x13 ແມັດ; ກິດຈະກຳ ກໍ່ສ້າງຂົວເບຕົງ 1 ແຫ່ງ, ຄວາມ ຍາວ 22 ແມັດ; ກິດຈະກຳຕໍ່ທໍ່ເອົານ້ຳໃສ່ນາ 2 ແຫ່ງ, ຄວາມຍາວ 11 ກິໂລເເມັດ; ກິດຈະກຳສ້ອມແປງຂົວ ອູ່ 1 ແຫ່ງ, ຄວາມຍາວ 130 ເເມັດ.

     ບັນດາກິດຈະກຳ ໃນໂຄງການຍ່ອຍດ່ັງກ່າວໄດ້ຊຸກຍູ້ໃຫ້ຊີວິດການເປັນຢູ່ຂອງປະຊົນ ເມືອງຄຳນັບມື້ດີຂຶ້ນ ທັງຊ່ວຍໃຫ້ປະຊາຊົນມີອາຊີບໝັ້ນຄົງ, ມີນໍ້າສະອາດໃຊ້, ໄດ້ຊົມໃຊ້ເສັ້ນທາງເພື່ອຂົນສົ່ງຜົນຜະລິດກະສິກຳອອກສູ່ຕະຫລາດ ຊຶ່ງທັງໝົດນັ້ນເຫັນວ່າຄວາມທຸກຍາກຂອງປະຊົນນັບມື້ຫລຸດລົງເປັນກ້າວໆ.

 ໂດຍ: ທລຍ ເມືອງຄຳ

KPL

ຂ່າວອື່ນໆ

ads
ads

Top