ບັ້ນຮົບດຽນບຽນຟູ ມີຄຸນຄ່າສຶກສາອົບຮົມຄົນຮຸ່ນໜຸ່ມ

08/05/2024 09:54
Email Print 388
ຂປລ ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ທີ່ໝູນວຽນມາຄົບຮອບ 70 ປີ (07/5/1954- 07/5/2024) ນີ້, ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ເຖິງບັ້ນຮົບດຽນບຽນຟູ ເຊິ່ງກໍມີຫລາຍໆເຫດການທີ່ໜ້າສົນໃຈຢູ່ໃນບັ້ນຮົບດັ່ງກ່າວ, ແຕ່ເຖິງຢ່າງໃດກໍດີ ມື້ນີ້ຂໍຍົກເອົາບາງເນື້ອໃນຂຶ້ນມາສະເໜີໃຫ້ທ່ານຜູ້ອ່ານທັງເປັນມູນເຊື້ອເພື່ອສຶກສາອົບຮົມໃຫ້ແກ່ຄົນຮຸ່ນໜຸ່ມ ຫລື ລູກຫລານໃນອະນາຄົດ.

    *ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ທີ່ໝູນວຽນມາຄົບຮອບ 70 ປີ (07/5/1954- 07/5/2024) ນີ້, ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ເຖິງບັ້ນຮົບດຽນບຽນຟູ ເຊິ່ງກໍມີຫລາຍໆເຫດການທີ່ໜ້າສົນໃຈຢູ່ໃນບັ້ນຮົບດັ່ງກ່າວ, ແຕ່ເຖິງຢ່າງໃດກໍດີ ມື້ນີ້ຂໍຍົກເອົາບາງເນື້ອໃນຂຶ້ນມາສະເໜີໃຫ້ທ່ານຜູ້ອ່ານທັງເປັນມູນເຊື້ອເພື່ອສຶກສາອົບຮົມໃຫ້ແກ່ຄົນຮຸ່ນໜຸ່ມ ຫລື ລູກຫລານໃນອະນາຄົດ. ທ່ານ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວໃຫ້ຮູ້ວ່າ: ເຖິງແມ່ນວ່າ 70 ປີ ໄດ້ຜ່ານພົ້ນໄປກໍຕາມ ແຕ່ໄຊຊະນະຂອງບັ້ນຮົບດຽນບຽນຟູ ຍັງຮັກສາຄຸນຄ່າໃນການສຶກສາອົບຮົມປະຊາຊົນ, ໂດຍສະເພາະແມ່ນຮຸ່ນໄວໜຸ່ມ ແລະ ນັ້ນກໍຄືຄວາມໝາຍຂອງສົງຄາມປະຊາຊົນທົ່ວປວງຊົນບັ້ນໜຶ່ງ, ຮອບດ້ານ ເຊິ່ງສ້າງເປັນກຳລັງແຮງສັງລວມອັນໃຫຍ່ຫລວງ ສາມາດປາບປາມກົງຈັກສົງຄາມອັນມະຫາສານຂອງພວກສັດຕູຜູ້ຮຸກຮານ; ຄວາມໝາຍຂອງການເສີມຂະຫຍາຍຈິດໃຈຮັກຊາດ, ມານະຈິດການຕໍ່ສູ້, ໄຊຊະນະເດັດຂາດຂອງທົ່ວພັກ, ທົ່ວກຳລັງ ແລະ ທົ່ວປວງຊົນ;  ກ່ຽວກັບການເສີມຂະຫຍາຍຈິດໃຈເອກະລາດເປັນເຈ້ົາຕົນເອງ, ເພິ່ງຕົນເອງກຸ້ມຕົນເອງ, ສ້າງເຂັ້ມແຂງດ້ວຍຕົນເອງ ແລະ ມີຄວາມປະດິດສ້າງ, ກຳນົດໃນແນວທາງການປະຕິວັດ, ແນວທາງ ແລະ ສິລະປະການຕໍ່ສູ້; ກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງກ້ອນມະຫາສາມັກຄີທົ່ວປວງຊົນ ເຊິ່ງແກ່ນກາງແມ່ນພັນທະມິດ ຊົນຊັ້ນກຳມະກອນ-ຊາວນາ-ປັນຍາຊົນ.

     ບັນດາຄຸນຄ່າອັນໃຫຍ່ຫລວງ ໃນການຕໍ່ສູ້ປົດປ່ອຍຊາດທີ່ມີຄວາມໝາຍຄວາມສຳຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ແລະ ອະນາຄົດ. ດ້ວຍເຫດນັ້ນ, ໃນປັດຈຸບັນ, ເມື່ອກ່າວເຖິງໄຊຊະນະບັ້ນຮົບດຽນບຽນຟູ ຊາວຫວຽດນາມແຕ່ລະຄົນເວົ້າລວມຄົນຮຸ່ນໜຸ່ມເວົ້າສະເພາະ ລ້ວນແລ້ວແຕ່ມີຄວາມຮູ້ສຶກຕື່ນຕັນໃຈ ແລະ ພູມໃຈຕໍ່ວິລະກຳອັນໂດ່ງດັງ, ຈິດໃຈລຸກຮື້ຂຶ້ນຕໍ່ສູ້ຢ່າງອົງອາດກ້າແກ່ນຂອງຮຸ່ນພໍ່ຮຸ່ນອ້າຍ, ຖືວ່ານ້ີປຽບເໝືອນກຳລັງແຮງອັນໃຫຍ່ຫລວງ ເພື່ອຝຶກຝົນຫລໍ່ຫລອມຢ່າງຕັ້ງໜ້າ, ສູ້ຊົນ ແລະ ເຂົ້າຮ່ວມການປົກປັກຮັກສາ ແລະ ສ້າງສາປະເທດຊາດໂດຍກົງ.ທ່ານ ຫງວຽນ ບ່າ ຮຸ່ງ ຍັງໃຫ້ ຮູ້ວ່າ: ການສະເຫລີມສະຫລອງ 70 ປີແຫ່ງວັນໄຊຊະນະບ້ັນຮົບດຽນບຽນຟູຄັ້ງນີ້ ແມ່ນໂອກາດເພື່ອໂຄສະນາອົບຮົມ ແລະ ສຶກສາໂດຍຜ່ານຫລາຍຮູບການໃຫ້ບັນດາພະນັກງານ, ສະມາຊິກພັກຂອງບັນດາອົງການຜູ້ຕາງໜ້າຫວຽດນາມປະ ຈຳລາວ ກ່ຽວກັບປະຫວັດສາດອັນ ສະຫງ່າອົງອາດຂອງບັນພະບຸລຸດ ໃນພາລະກິດສ້າງສາ ແລະ ປົກປັກ ຮັກສາປະເທດຊາດ; ກ່ຽວກັບມູນ ເຊື້ອແຫ່ງຄວາມສາມັກຄີມິດຕະ ພາບຂອງສາມປະເທດອິນດູຈີນ, ໂດຍສະເພາະແມ່ນການຮ່ວມສຳພັນ ສູ້ຮົບລະຫວ່າງຫວຽດນາມ-ລາວ ໃນພາລະກິດປົດປ່ອຍປະເທດຊາດ ໃນເມື່ອກ່ອນກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດໃນປັດຈຸບັນ ເພ່ືອໃຫ້ເຂົາເຈົ້າເຂ້ົາໃຈຢ່າງເລິກເຊິງກ່ຽວກັບມູນເຊ້ຶອອັນດີງາມ ແລະ ສືບຕໍ່ປົກປັກຮັກສາ ແລະ ຖ່າຍທອດໃຫ້ຄົນຮຸ່ນຫລັງ. ນອກນ້ີ, ຍັງຈະຈັດຕ້ັງກິດຈະກຳສະແດງວັດທະນະທຳ, ສິລະປະ, ການເຊື່ອມຕໍ່ດ້ານເສດຖະກິດ ແລະ ການຄ້າພ້ອມທັງການແຂ່ງຂັນກິລາຈຳນວນໜຶ່ງ ເພື່ອສະເຫລີມສະຫລອງເຫດການປະຫວັດສາດ ດັ່ງກ່າວໃຫ້ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິງ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top