ລະດົມຄວາມຄິດການປັບປຸງໂຄງຮ່າງ ການຈັດຕັ້ງ ສະໂມສອນນັກການທູດລາວ

07/05/2024 20:43
Email Print 264
ຂປລ ຂປລ. ກອງປະຊຸມຮັບຟັງການໂອ້ລົມ ແລະ ລະດົມຄວາມຄິດ ໃນການປັບປຸງໂຄງຮ່າງການ ຈັດຕັ້ງສະໂມສອນນັກການ ທູດລາວ ແລະ ແຜນການປະຕິບັດງານໃນຕໍ່ໜ້າ ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ທີ່ສະຖາບັນການຕ່າງປະເທດ



ຂປລ. ກອງປະຊຸມຮັບຟັງການໂອ້ລົມ ແລະ ລະດົມຄວາມຄິດ ໃນການປັບປຸງໂຄງຮ່າງການ ຈັດຕັ້ງສະໂມສອນນັກການ ທູດລາວ ແລະ ແຜນການປະຕິບັດງານໃນຕໍ່ໜ້າ ຈັດຂຶ້ນໃນວັນທີ
7 ພຶດສະພາ 2024 ທີ່ສະຖາບັນການຕ່າງປະເທດ ໂດຍການ​ເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດ ຖະມົນຕີກະຊວງການຕ່າງປະເທດ, ປະທານກິຕິມະສັກສະໂມສອນນັກການທູດລາວ, ມີບັນດາອະດີດ ທູດອາວຸໂສ, ອະດີດກົງສຸນໃຫຍ່, ພະນັກງານບໍານານ, ຄະນະສະຖາບັນ, ບັນດາຄະນະກົມ, ຄະນະພະແນກ ແລະ ຜູ້ເຂົ້າຮ່ວມທີ່ມາຈາກ ບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ເຂົ້າຮ່ວມ.

  

ຈຸດປະສົງຂອງກອງປະຊຸມ, ເພື່ອເປັນການເປີດເວທີໃຫ້ ບັນດານັກການທູດອາວຸໂສບຳນານ ທີ່ມີຄວາມຮູ້ ແລະ ປະສົບການສູງເຂົ້າມາເປັນສະມາຊິກ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວ ຂອງສະໂມສອນນັກການທູດລາວ. ນອກຈາກນີ້
, ກອງປະຊຸມຍັງໄດ້ຮັບ ຟັງການສະເໜີການຕີລາຄາ ສະພາບພົ້ນເດັ່ນໃນໂລກ ໃນຫົວຂໍ້ "ການຈັດລະບຽບໂລກໃໝ່”, ນໍາສະເໜີໂດຍ ທ່ານ ໄຊຍະການ ສີສຸວົງ ປະທານສະໂມສອນນັກການທູດລາວ, ອະດີດເອກອັກຄະລັດຖະທູດ, ກອງປະຊຸມໄດ້ມີການແລກ ປ່ຽນທັດສະນະຕໍ່ບັນຫາ ພາກພື້ນ ແລະ ສາກົນ ຢ່າງກົງໄປກົງມາຮ່ວມກັບບັນດາຜູ້ທີ່ເຂົ້າຮ່ວມ



ທ່ານ ນາງ ວິທະຍາ ໄຊຍະວົງ
ຫົວໜ້າສະຖາບັນການຕ່າງປະເທດ, ຫົວໜ້າສະໂມສອນນັກການທູດ ໄດ້ລາຍງານຫຍໍ້ກ່ຽວກັບ ການເຄື່ອນໄຫວຂອງສະໂມສອນ ນັກການທູດລາວ ນັບແຕ່ມື້ສ້າງຕັ້ງປີ 2020 ຈົນເຖິງປັດຈຸບັນ ແລະ ແຜນການປະຕິບັດ ວຽກງານໃນຕໍ່ໜ້າ ຕໍ່ກອງປະຊຸມ. ໃນໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການເຄື່ອນໄຫວ ກິດຈະກຳຕ່າງໆ ຂອງສະໂມສອນທີ່ຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາໃນຕໍ່ໜ້າໃນການສ້າງ ໃຫ້ສະໂມສອນນັກການທູດ ມີຄວາມເຂັ້ມແຂງຍິ່ງຂຶ້ນ ກາຍເປັນເວທີປຶກສາຫາລືແລກປ່ຽນ, ປະກອບຄໍາຄິດຄໍາເຫັນ ຕໍ່ບັນຫາເຄັ່ງຮ້ອນຢູ່ໃນພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງໄວວາ ເພື່ອເປັນບ່ອນອີງໃຫ້ແກ່ ພະນັກ ງານກະຊວງການຕ່າງປະເທດ ນໍາໄປຄົ້ນຄວ້າວິໄຈ ແລະ ໝູນໃຊ້ໃຫ້ຖືກຕ້ອງເຂົ້າໃນ ການປະຕິບັດຫນ້າທີ່ຂອງຕົນໃຫ້ແກ່ພະນັກງານ ກະຊວງການຕ່າງປະເທດ ຮຸ່ນໜຸ່ມນ້ອຍ.

ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top