ຂປລ
ສຳນັກງານ ສູນກາງພັກ ປະຊາຊົນ ກຳປູເຈຍ (CPP), ທີ່ນະຄອນຫລວງ ພະນົມເປັນ, ໄດ້ຈັດພິທີມິດຕິງ ສະເຫລີມ ສະຫລອງ 74 ປີແຫ່ງວັນສ້າງຕັ້ງພັກ CPP (28 ມິຖຸນາ 1951 –28 ມິຖຸນາ 2025)
ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ສຳນັກງານ ສູນກາງພັກ ປະຊາຊົນ ກຳປູເຈຍ (CPP), ທີ່ນະຄອນຫລວງ ພະນົມເປັນ, ໄດ້ຈັດພິທີມິດຕິງ ສະເຫລີມ ສະຫລອງ 74 ປີແຫ່ງວັນສ້າງຕັ້ງພັກ CPP (28 ມິຖຸນາ 1951 –28 ມິຖຸນາ 2025)ໂດຍມີ ຜູ້ແທນ 10.000ຄົນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຮຸນເຊນ(Hun Sen) ປະທານ ພັກປະຊາຊົນ ກຳປູເຈຍ (CPP) ໄດ້ທົບທ້ວນຄືນ ປະຫວັດສາດ ການສ້າງຕັ້ງ ແລະ ພັດທະນາຂອງ CPP. ໃນໄລຍະ 74 ປີຜ່ານມາ, ໃນຕົວຈິງ ຊີ້ໃຫ້ເຫັນວ່າ CPP ແມ່ນກຳລັງ ການເມືອງ ໜຶ່ງດຽວ ຍາມໃດ ກໍ່ສະໜິດ ຕິດພັນ, ຮ່ວມທຸກ ຮ່ວມສຸກ ກັບປະຊາຊົນ ກຳປູເຈຍ ໃນບໍ່ວ່າເວລາໃດ, ບົນພື້ນຖານ ຢືດໝັ້ນ ກັບເປົ້າໝາຍ ແລະ ອຸດົມຄະຕິ ຂອງຕົນ. ນັ້ນແມ່ນ ເຕົ້າໂຮມ ກຳລັງແຮງ ຂອງທົ່ວປວງຊົນທັງຊາດ, ບໍ່ຈຳແນກ ພາກສ່ວນຊົນເຜົ່າ, ຍິງ-ຊາຍ, ພາສາ, ສາສະໜາ. ພ້ອມກັນ ມຸ່ງໄປເຖິງ ເປົ້າໝາຍ ສ້າງປະເທດ ກຳປູເຈຍ ເອກະລາດ, ສັນຕິພາບ, ເສລີ, ປະຊາທິປະໄຕ, ເປັນກາງ ແລະ ຄວາມກ້າວໜ້າຂອງສັງຄົມ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL