ກົດລະບຽບໃນການປະຕິບັດງານຂອງອົງການຕັດສິນນະໂຍບາຍ, ປຶກສາຫາລື-ປະສານງານຂອງສູນກາງພັກກອມມູນິດຈີນ

30/06/2025 16:21
Email Print 152
ຂປລ ກົມ​ການ​ເມືອງ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ ໃນ​ວັນ​ທີ 30 ມິ​ຖຸ​ນາ​ນີ້ ໂດຍ​ໄດ້​ທົ​ທວນ​ຄືນ “ກົດ​ລະ​ບຽບ​​ໃນ​ການປະ​ຕິ​ບັດ​ງານ​ ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື ​ແລະ ​ປະ​ສານງານ​ຂອງ​ສູນ​ກາງ​ພັກ”,

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກົມ​ການ​ເມືອງ ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ ໃນ​ວັນ​ທີ 30 ມິ​ຖຸ​ນາ​ນີ້ ໂດຍ​ໄດ້​ທົ​ທວນ​ຄືນກົດ​ລະ​ບຽບ​​ໃນ​ການປະ​ຕິ​ບັດ​ງານ​ ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື ​ແລະ ​ປະ​ສານງານ​ຂອງ​ສູນ​ກາງ​ພັກ”, ທ່ານ​ ສີ​ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ​ເປັນ​ປະ​ທານ ກອງ​ປະ​ຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນວ່າ ການ​ສ້າງ​ຕັ້ງ ​ອົງ​ການ​​ ຕັດ​ສິນ ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື ​ແລະ ​​ປະ​ສານ​ງານ ​ຂອງ​ສູນ​ກາງ​ພັກ ເປັນ​ການ​ຈັດ​ວາງ ​ດ້ານ​ລະ​ບຽບ​ ການ​ທີ່​ສຳ​ຄັນ ​ແຫ່ງ​ການ​ປັບ​ປຸງ​ ການ​ນຳ​ພາ​ ທີ່​ລວມ​ສູນ ​ເປັນ​ເອ​ກະ​ພາບ​ກັນ ​ຕໍ່​ວຽກ​ງານ​ສຳ​ຄັນ ແລະ ຊຸກ​ຍູ້​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ ວຽກ​ງານ​ສຳ​ຄັນ ຂອງ​ສູນ​ກາງ​ພັກ. ການ​ວາງ​ກົດ​ລະ​ບຽບ​ ດັ່ງ​ກ່າວ ໄດ້​ເຮັດ​ໃຫ້ ການ​ສ້າງ​ຕັ້ງ, ການ​ກຳ​ນົດ​ໜ້າ​ທີ່ ແລະ ການ​ປະ​ຕິ​ບັດ​ງານ ​ຂອງ​ອົງ​ການ​ຕັດ​ສິນ ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື ແລະ ປະ​ສານ​ງານ​ ຂອງ​ສູນ​ກາງ​ພັກ ​​ໄດ້​ມາດ​ຕະ​ຖານ ​ຍິ່ງ​ຂຶ້ນ ເຊິ່ງ​ມີ​ຄວາມ​ໝາຍ​ສຳ​ຄັນ ​ຕໍ່​ການ​ເສີມ​ຂະ​ຫຍາຍ ​ບົດ​ບາດ ​ຕົວ​ຈິງ ​ເຂົ້າ​ໃນ​ການວາງ​ແຜນ ​ຂັ້ນ​ສູນ​ກາງ, ການ​ປະ​ສານ​ງານ ​ເປັນ​ເອ​ກະ​ພາບ​ກັນ, ການ​ຊຸກ​ຍູ້ ​ແບບກວມ​ລວມ ແລະ ການ​ຕິດ​ຕາມ ການ​ປະ​ຕິ​ບັດ ​ວຽກ​ງານ​ສຳ​ຄັນ​./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top