ຂປລ
ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ຈັດຕັ້ງປະຕິບັດ ຕາມເນື້ອໃນ ຂອງສັນຍາທີ່ ຣັດເຊຍ ແລະ ອູແກຣນ ບັນລຸ ໄວ້ຢູ່ນະຄອນ ອິສຕັນບຸນ ປະເທດ ຕູຣາເຄຍ ໃນໄລຍະກ່ອນໜ້ານີ້, ທັງສອງຝ່າຍ ຣັດເຊຍ ແລະ ອູແກຣນ ຈະດໍາເນີນ ການເຈລະຈາກັນ ຮອບທີ 3 ເຊິ່ງຣັດເຊຍ ໄດ້ກຽມພ້ອມ ຕໍ່ເລື່ອງນີ້ແລ້ວ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ສື່ມວນຊົນ ຣັດເຊຍ ໄດ້ລາຍງານ ເມື່ອບໍ່ດົນມານີ້ວ່າ ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ຈັດຕັ້ງປະຕິບັດ ຕາມເນື້ອໃນ ຂອງສັນຍາທີ່ ຣັດເຊຍ ແລະ ອູແກຣນ ບັນລຸ ໄວ້ຢູ່ນະຄອນ ອິສຕັນບຸນ ປະເທດ ຕູຣາເຄຍ ໃນໄລຍະກ່ອນໜ້ານີ້, ທັງສອງຝ່າຍ ຣັດເຊຍ ແລະ ອູແກຣນ ຈະດໍາເນີນ ການເຈລະຈາກັນ ຮອບທີ 3 ເຊິ່ງຣັດເຊຍ ໄດ້ກຽມພ້ອມ ຕໍ່ເລື່ອງນີ້ແລ້ວ. ທ່ານ ວາລາດີເມຍ ປູຕິນ ໄດ້ເຂົ້າຮ່ວມ ກອງປະຊຸມ ສະພາມົນຕີ ສູງສຸດ ຂອງຄະນະກໍາມະການ ເສດຖະກິດ ເອີຣົບ-ອາຊີ ທີ່ຈັດຂຶ້ນ ຢູ່ນະຄອນຫລວງ ມິນສ໌ກ໌ ຂອງເບລາຣຸຊີ ແລະ ຜູ້ຮັບຜິດຊອບ ຂອງໜ່ວຍງານ ການເຈລະຈາກັນ ລະຫວ່າງ ຣັດເຊຍ-ອູແກຣນ ໄດ້ຮັກສາ ການຕິດຕໍ່ ກັນຢ່າງໃກ້ຊິດ ແລະ ໂອ້ລົມ ຜ່ານໂທລະສັບ ເຊິ່ງກັນ ແລະ ກັນ. ສໍາລັບ ຫົວຂໍ້ຕົ້ນຕໍ ໃນການເຈລະຈາກັນ ຮອບຕໍ່ໜ້ານີ້ ແມ່ນຈະປຶກສາຫາລືກ່ຽວກັບ ຮ່າງບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍ ແຜນການແກ້ໄຂ ການປະທະກັນ ລະຫວ່າງ ສອງປະເທດ. ຄະນະຜູ້ແທນ ສອງປະເທດ ຣັດເຊຍ-ອູແກຣນ ໄດ້ດໍາເນີນ ການເຈລະຈາກັນ ໂດຍກົງ ຮອບທີ 2 ຢູ່ນະຄອນ ອິສຕັນບຸນ ປະເທດ ຕູຣາເຄຍ ໃນວັນທີ 2 ມິຖຸນານີ້, ໂດຍສອງຝ່າຍ ເຫັນດີ ໃຫ້ສົ່ງຄືນ ສະເລີຍເສິກ ຜູ້ບາດເຈັບສາຫັດ ແລະ ຜູ້ເຈັບປ່ວຍ ອາການໜັກ ທັງໝົດ ຕາມຫລັກການ “ທັງໝົດ ຕໍ່ທັງໝົດ”, ພ້ອມທັງຈະສົ່ງຄືນ ສະເລີຍເສິກ ທີ່ມີອາຍຸບໍ່ຮອດ 25 ປີກໍຄື ອັດຖິ ຂອງທະຫານ ຜູ້ເສຍຊີວິດ ຄັ້ງໃຫຍ່. ອີງຕາມສັນຍາ ວ່າດ້ວຍ ການສົ່ງຄືນ ສະເລີຍເສິກ ຕໍ່ກັນ ທີ່ຕົກລົງ ໃນການເຈລະຈາກັນ ຮອບນີ້, ຣັດເຊຍ ແລະ ອູແກຣນ ເຫັນດີໃຫ້ສົ່ງຄືນ ສະເລີຍເສິກ ຕໍ່ກັນຢ່າງໜ້ອຍ 1.000 ຄົນ ນອກນີ້, ຣັດເຊຍ ຍັງຈະສົ່ງຄືນອັດຖິຂອງທະຫານ ອູແກຣນ ຈໍານວນ 6.000 ສົບ ໃຫ້ແກ່ ອູແກຣນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL