ໜີ້ສິນສາທາລະນະທົ່ວໂລກເພີ່ມຂຶ້ນ 102.000 ຕື້ໂດລາສະຫະລັດ

30/06/2025 16:21
Email Print 129
ຂປລ ໜີ້​ສິນ​ ສາ​ທາ​ລະ​ນະ ທົ່ວ​ໂລກ​ ໃນ​ປີ 2023 ແມ່ນ 97.000 ຕື້​ໂດ​ລາສະຫະລັດ, ປີ 2024 ໄດ້​ເພີ່ມ​ຂຶ້ນ​ຮອດ 102.000 ຕື້ໂດ​ລາສະຫະລັດ, ສ້າງ​ສະ​ຖິ​ຕິ​ສູງ​ສຸດ ​ໃນ​ປະ​ຫວັດ​ສາດ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ກອງ​ປະ​ຊຸມ ​ການ​ຄ້າ​ ແລະ​ ການ​ພັດ​ທະ​ນາ​ ອົງ​ການ ​ສະ​ຫະ ​ປະ​ຊາ​ຊາດ​ ປະ​ກາດ ​ບົດ​ລາຍ​ງານ​ວ່າ: ໜີ້​ສິນ​ ສາ​ທາ​ລະ​ນະ ທົ່ວ​ໂລກ​ ໃນ​ປີ 2023 ແມ່ນ 97.000 ຕື້​ໂດ​ລາສະຫະລັດ, ປີ 2024 ໄດ້​ເພີ່ມ​ຂຶ້ນ​ຮອດ 102.000 ຕື້ໂດ​ລາສະຫະລັດ, ສ້າງ​ສະ​ຖິ​ຕິ​ສູງ​ສຸດ ​ໃນ​ປະ​ຫວັດ​ສາດ. ​ໃນ​ນັ້ນ, ປະ​ເທດທີ່ ​ພວມ​ພັດ​ທະ​ນາ ຖືກ​ກະ​ທົບ ຢ່າງ​ໜັກ​ໜ່ວງ ກວ່າ​ໝູ່. ໃນ​ບົດ​ລາຍ​ງານ ໜີ້​ສິນໂລກສະ​ບັບ ​ຫລ້າ​ສຸດ, ກອງ​ປະ​ຊຸມ​ ການ​ຄ້າ​ ແລະ​ ການ​ພັດ​ທະ​ນາ ​ຊີ້​ອອກວ່າ, ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ, ຈັງ​ຫວະ ​ເພີ່ມ​ຂຶ້ນ​ຂອງ​ໜີ້​ສິນ ​ສາ​ທາ​ລະ​ນະ​ ຂອງ​ປະ​ເທດ ​ທີ່​ພວມ​ພັດ​ທະ​ນາ ແມ່ນ 2 ເທົ່າ​ ຂອງ​ອົງ​ກອນ ​ເສດ​ຖະ​ກິດ ​ພັດ​ທະ​ນາ, ໃນ​ປີ 2024 ໄດ້​ບັນ​ລຸ 31.000 ຕື້ໂດ​ລາສະຫະລັດ. ນອກ​ນັ້ນ, ປະ​ເທດ​ທີ່​ພວມ​ພັດ​ທະ​ນາ ​ຍັງ​ຕ້ອງ​ແບກ​ຫາບ ​ຕົ້ນ​ທຶນ​ໜີ້​ສິນ​ ທີ່​ສູງ​ເກີນ​ໄປ, ດອກ​ເບ້ຍ​ ຂອງ​ໜີ້​ສິນ​ ໃນ​ປີ 2024 ມີ​ເຖິງ 921 ຕື້​ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 10% ເມື່ອ​ທຽບ​ໃສ່ປີ 2023. ​ລາຍ​ງານລະ​ບຸ​ວ່າ,ໂຄງ​ປະ​ກອບ ການ​ທະ​ນາ​ຄານ​ ສາ​ກົນ​ ຈຳ​ເປັນ​ຕ້ອງ ​ໄດ້​ຮັບ​ການ​ປະ​ຕິ​ຮູບ, ເພື່ອ​ຊ່ວຍ​ເຫລືອ ​ປະ​ເທດ​ຕ່າງໆ, ໂດຍ​ສະ​ເພາະ ປະ​ເທດ ​ທີ່​ພວມ​ພັດ​ທະ​ນາ ​ຫ້າງ​ຫາ ​ທຶນ​ການ​ພັດ​ທະ​ນາ​ ອະ​ນາ​ຄົດ ດ້ວຍ​ຮູບ​ແບບ ທີ່​ຍືນ​ຍົງ​ ກວ່າ​ເກົ່າ​ ແລະ​ ຖືກກວ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top