ເລີ່ມຈາກຕໍ່າຫາສູງ ນ້ອຍຫາໃຫຍ່

07/05/2024 12:08
Email Print 449
ຂປລ ຄວາມເປັນເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນສໍາຄັນ ແລະ ແມ່ນຄວາມຮຽກຮ້ອງ ການອັນພາວະວິໄສ.

      *ຄວາມເປັນເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນສໍາຄັນ ແລະ ແມ່ນຄວາມຮຽກຮ້ອງການອັນພາວະວິໄສ. ແນວຄິດຊີ້ນໍາກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ແມ່ນຖືກຕ້ອງທີ່ສຸດ, ເຕັມໄປດ້ວຍເນື້ອໃນຈິດໃຈອັນສໍາຄັນ ແລະ ເລິເຊິ່ງ ທີ່ພວກເຮົາຄວນເຊື່ອມຊຶມໃຫ້ເລິກເຊິ່ງເຖິງຖອງ, ນໍາເອົາໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກທິດ ແລະ ເກີດດອກອອກຜົນຕາມລະດັບຄາດໝາຍໃນແຕ່ລະດ້ານ. ແນວຄິດຊີ້ນໍາ ສອຈ ອີກເນ້ືອໃນສໍາຄັນແມ່ນ “ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງເລີ່ມຈາກຕໍ່າຫາສູງ, ຈາກນ້ອຍຫາໃຫຍ່  ແຕ່ຕ້ອງບົນພື້ນຖານການບຸກບືນສູ້ຊົນສູງສຸດ ແລະ ຕ້ອງໃຊ້ເວລາອັນເໝາະສົມດ້ວຍຈິດໃຈເຄັ່ງຮ້ອນ, ບໍ່ອະນຸຍາດໃຫ້ແກ່ຍາວໂດຍບໍ່ມີບາດກ້າວເດີນທີ່ຈະແຈ້ງ ແລະ  ປ່ອຍປະຕາມເປັນຕາມເກີດໄດ້ອີກ.

    ດັ່ງນັ້ນ ກ່ອນອື່ນຫມົດຕ້ອງບຸກທະລຸດ້ານ ຈິນຕະນາການ, ສ້າງຄວາມຮັບຮູ້ເຂົ້າໃຈຂອງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນຕໍ່ການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້ ເພື່ອຂຸດຄົ້ນນໍາໃຊ້ໃນ ສິ່ງທີ່ມີຢູ່ຂອງປະເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ເຮົາສາມາດເຮັດໄດ້,  ຮູ້ອີງໃສ່ທ່າແຮງບົ່ມຊ້ອນ ຂອງປະເທດ, ຮູ້ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາກອນຂອງຊາດໃຫ້ອອກມາເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນລາວເປັນເຈົ້າຫລາຍຂຶ້ນ ໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ອີກດ້ານໜຶ່ງຕ້ອງໃຫ້ຄົນລາວຮູ້ຊອກຄ້ົນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດທັງຮູ້ໃຊ້ຈ່າຍ ຢ່າງຄຸ້ມຄ່າ ແລະ ເກີດດອກອອກຜົນ, ຮູ້ຈັກຂຸດຄົ້ນ-ປົກປ້ອງຕະຫລາດ ພາຍໃນ ແລະ ກ້າເຂົ້າເຖິງ-ຍາດແຍ່ງສ່ວນແບ່ງຈາກຕະຫລາດສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ທ່ີທັນສະໄໝ ຂອງຍຸກສະໄໝ ແລະ ນໍາໃຊ້ສິ່ງທີ່ໂລກມີແຕ່ເຮົາຍັງຂາດໃຫ້ໄດ້ຢ່າງສົມສ່ວນ ແລະ ມີການເລືອກເຟັ້ນ..., ເດັດດ່ຽວຫັນເອົາເສດ ຖະກິດຂອງປະເທດເຮົາອອກສູ່ໂລກ, ນໍາໃຊ້ຊັບພະຍາກອນທີ່ມີຢໃຫ້ຄຸ້ມຄ່າ, ທັງພັດທະນາ, ທັງຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆຂອງໂລກມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີຈາກພາຍນອກກະທົບໃສ່ໃຫ້ອອກ ເປັນຜະລິດຕະພັນ, ສ້າງຍີ່ຫໍ້ສິນຄ້າທີ່ມີຄຸນນະພາບອອກສູ່ຕະຫລາດໂລກໃຫ້ຫລາຍຂຶ້ນ ແລະ ເປັນເຈົ້າການຄິດໄລ່-ໄຕ່ຕອງ ການນໍາເອົາຜະລິດຕະພັນຈາກ ພາຍນອກມາຊົມໃຊ້ຢ່າງມີຈຸດສຸມ  ແລະ  ມີການເລືອກເຟັ້ນ”.ມີບາງຄໍາເຫັນທີ່ເກັບກໍາມາ, ເຮັດ ອັນໃດກໍ່ຕາມ ແມ່ນຢູ່ບົນພື້ນຖານ ສະພາບຈຸດພິເສດ ແລະ ເງື່ອນໄຂຕົວ ຈິງບົນຈິດໃຈບຸກທະລຸບືນຕົວຢ່າງແຂງແຮງໂດຍແທ້ຈິງ.

   ໃນສະພາບທີ່ພວກເຮົາຍັງບໍ່ທັນຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທນາ, ແນ່ນອນວ່າມີຫລາຍດ້ານທ່ີພວກເຮົາຍັງມີບົດຮຽນ-ປະສົບການທີ່ຈໍາກັດຢູ່ເມື່ອສົມທຽບໃສ່ສະພາບໃໝ່. ແຕ່ຢູ່ບົນພື້ນຖານບັນດາມູນເຊື້ອທີ່ພວກເຮົາເຮັດສໍາເລັດມາ ແມ່ນເລີ່ມຈາກນ້ອຍຫາໃຫຍ່, ແຕ່ຕໍ່າຫາສູງ ບົນຈິດໃຈບຸກບືນສູງ, ສົມທົບຢ່າງແຂງແຮງລະຫວ່າງ ອັນທີ່ເປັນມູນເຊື້ອດີງາມ ແລະ ຄວາມກ້າວໜ້າທັນສະໄໝ, ໝາຍວ່າສົມທົບຢ່າງກົມກຽວລະຫວ່າງອັນເກົ່າ ແລະ ອັນໃໝ່ເຂົ້າໃນການພັດທະນາຢ່າງສອດຄ່ອງ, ສົມຄູ່ກັນ. ການພັດທະນາ ມັນຮຽກຮ້ອງ ໃຫ້ພວກເຮົາຕ້ອງບຸກບືນສູ້ຊົນໃຫ້ ສູງສຸດ, ນໍາໃຊ້ກາລະ-ໂອກາດທີ່ ເໝາະສົມບົນຈິດໃຈເຄ່ັງຮ້ອນແທ້ ຈຶ່ງຈະທັນການ. ດ້ວຍສະພາບພັດ ທະນາໃນໄລຍະໃໝ່ ບໍ່ອາດໃຫ້ພວກ ເຮົາແກ່ຍາວເວລາໃນບັນດາວຽກ ຫລື ເຮັດແບບຕາມມີຕາມເກີດຂາດຄວາມຮັບຜິດຊອບທີ່ສູງໃນບັນດາໜ້າວຽກຕ່າງໆ, ເຖິງເວລາແລ້ວທີ່ພວກເຮົາຄວນກ້າວໄປໜ້າດ້ວຍບາດກ້າວທີ່ແຈ່ມແຈ້ງໜັກແໜ້ນ, ບົນຈິດໃຈບຸກທະລຸດ້ານຈິນຕະນາການອັນແທ້ຈິງ ຈຶ່ງຈະສອດຄ່ອງສົມຄູ່ກັບຍຸກສະໄໝ. ເອົາໃຈໃສ່ຢ່າງແຂງ ແຮງ ແລະ ສະເໝີຕົ້ນສະເໝີປາຍໃນການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້ເພື່ອຂຸດຄົ້ນນໍາໃຊ້ໃນສິ່ງທີ່ມີ, ໃນສິ່ງທີ່ສາມາດເຮັດ, ນໍາໃຊ້ທຸກທ່າແຮງບົ່ມຊ້ອນຢ່າງມີຈຸດສຸມຈະແຈ້ງ. ພ້ອມດຽວກັນນັ້ນ ຄວາມຮຽກຮ້ອງໃນໄລຍະໃໝ່ປະການສໍາຄັນໜຶ່ງແມ່ນພວກ ເຮົາຄວນນໍາໃຊ້ຊັບພະຍາກອນ, ທຶນຮອນ ແລະ ບັນດາທ່າແຮງບົ່ມ ຊ້ອນທີ່ມີຢ່າງກຸ້ມຄ່າ, ປະຢັດ ແລະ ມີປະສິດທິພາບປະສິດທິຜົນສູງສຸດ ເພື່ອສ້າງເງື່ອນໄຂໃຫ້ມີການສະສົມທ້ອນໂຮມກໍາລັງຊັບ-ກໍາລັງແຮງຕ່າງໆທີ່ມີນໍາໄປຜັນຂະຫຍາຍໃຫ້ແຕກແໜງຈໍ່ດອກອອກໝາກອັນ ຫລາກຫລາຍຕໍ່ໆໄປ ຢ່າງຍືນຍົງ.

   ສະພາບຜ່ານມາ ໃຫ້ພວກເຮົາເຫັນແຈ້ງວ່າຄວາມຫຍຸ້ງຍາກເກີດຂຶ້ນອັນໄດ້ຮັບຜົນກະທົບຈາກສະພາບພາຍນອກ ແລະ ສະພາບເງື່ອນໄຂພາຍໃນນັ້ນແມ່ນຍ້ອນພວກເຮົາຍັງບໍ່ທັນມີຄວາມເຂັ້ມແຂງພໍ ຫລື ບໍ່ທັນມີພູມຕ້ານທານທີ່ແຂງແຮງ ເພື່ອຕ້ານກັບພະຍາດຕ່າງໆທີ່ມີມາເປັນໄລຍະໆ. ການໃຊ້ຈ່າຍທີ່ມີລັກສະນະບ່ໍປະຢັດເທ່ົາທ່ີຄວນກ່ໍແມ່ນສ່ວນໜຶ່ງທີ່ພາໃຫ້ບໍ່ສາມາດທ້ອນຫອມ ຊັບມີພຽງພໍເພື່ອແກ້ໄຂຍາມຈໍາເປັນ. ປະເດັນສໍາຄັນໜຶ່ງພວກເຮົາກໍ່ຄວນປະຕິບັດຢ່າງເປັນເຈົ້າການນໍາໃຊ້ຜົນຜະລິດທີ່ພວກເຮົາຜະ ລິດເອງໄດ້, ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ກ້າວໄປສູ່ການສົ່ງອອກເພື່ອສ້າງລາຍຮັບເຂົ້າປະເທດນັບມື້ຫລາຍ. ຈະເຮັດໃຫ້ຂະບວນການຜະລິດສິນຄ້າພາຍໃນປະເທດ ມີບັນຍາກາດຟົດຟື້ນແຂງແຮງ, ນອກຈາກພ້ອມກັນຊົມໃຊ້ທົ່ວເຖິງຄອບຄົວຫົວ ເຮືອນແລ້ວ, ການສົ່ງເສີມການຜະລິດແມ່ນສໍາຄັນ ເພື່ອໃຫ້ຜູ້ຜະລິດດໍາລົງຄົງຕົວຢ່າງຍືນຍົງ ເຊິ່ງນະໂຍບາຍມີຈະແຈ້ງແລ້ວ, ມີແຕ່ວ່າພາກປະຕິບັດຈະເຮັດແນວໃດໃຫ້ຜູ້ຜະລິດ-ຜູ້ປະກອບການເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະການສົ່ງເສີມດ້ານສິນເຊື່ອ-ທຶນຮອນ, ເຕັກນິກ-ວິຊາການ, ຕະຫລາດ ແລະ ອື່ນໆ.ດ້ວຍເຫດນັ້ນໃນໄລຍະໃໝ່, ພວກເຮົາຕ້ອງພ້ອມກັນບຸກທະລຸທາງດ້ານຈິນຕະນາການຢ່າງແຂງແຮງແທ້ ຈຶ່ງຈະປະຕິບັດແນວຄິດຊີ້ນໍາອັນຖືກຕ້ອງກ່ຽວກັບ ສອຈ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top