ການລ້ຽງປາຂາຍ ພາໃຫ້ຄອບຄົວມີຢູ່ມີກິນດີຂຶ້ນເປັນກ້າວໆ

07/05/2024 11:48
Email Print 291
ຂປລ ການປູກຝັງ-ລ້ຽງສັດ ເປັນອີກໜຶ່ງອາຊີບທີ່ປະຊາຊົນລາວບັນດາເຜົ່າຍຶດຖືຫລາຍມາແຕ່ດົນນານ ເພື່ອລ້ຽງປາກລ້ຽງທ້ອງ ແລະ ສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນເໝືອນກັບຄອບຄົວ ທ່ານ ເກດສະພາ ຈັນທະສອນ ສະມາຊິກຊາວໜຸ່ມຂອງໜ່ວຍຮາກຖານຊາວໜຸ່ມພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີD

    *ການປູກຝັງ-ລ້ຽງສັດ  ເປັນອີກໜຶ່ງອາຊີບທີ່ປະຊາຊົນລາວບັນດາເຜົ່າຍຶດຖືຫລາຍມາແຕ່ດົນນານ ເພື່ອລ້ຽງປາກລ້ຽງທ້ອງ ແລະ ສ້າງເສດຖະກິດຄອບຄົວໃຫ້ມີຢູ່ມີກິນເໝືອນກັບຄອບຄົວ ທ່ານ  ເກດສະພາ ຈັນທະສອນ ສະມາຊິກຊາວໜຸ່ມຂອງໜ່ວຍຮາກຖານຊາວໜຸ່ມພະແນກກະສິກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ພະນັກງານວິຊາການອາສາສະໝັກສັງກັດຂະແໜງລ້ຽງສັດ ແລະ ການປະມົງພະແນກກະສິກຳ ແລະ ປ່າໄມ້ແຂວງ ປັດຈຸບັນຢູ່ບ້ານໃໝ່ ເມືອງບູນເໜືອ, ແຂວງຜົ້ງສາລີ ກໍແມ່ນບຸກຄົນໜຶ່ງທີບຸກບືນປະຕິບັດໜ້າທ່ີວິຊາສະເພາະຂອງຕົນ ແລະ ການຈັດຕັ້ງປະຕິບັດຄຳຂວັນ 4 ບຸກ ແລ້ວ ຍັງເອົາໃຈໃນການພັດທະນາເສດຖະກິດຄອບຄົວຂອງຕົນເອງ ໂດຍການລ້ຽງປາ  ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນເພື່ອຄວາມເຂັ້ມແຂງໃຫ້ແກ່ຄອບຄົວຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ.  ທ່ານ ເກດສະພາ ຈັນທະສອນ  ເຜີຍ ວ່າ: ແຕ່ກອນຄອບຄົວຂອງລາວ ເປັນຄອບຄົວໜື່ງໃນຄອບຄົວທີ່ທຸກ ຍາກ, ມີຈຳນວນພົນ 2 ຄົນ, ຍິງ 1 ຄົນ ອາຊີບຕົ້ນຕົ້ນຕໍແມ່ນພະນັກງານອາ ສາສະໝັກ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ເຮັດນາປູກເຂົ້າ ໂດຍອາໄສ ແຕ່ທຳມະຊາດ ບວກກັບ ເນື້ອທີ່ນາຍັງມີໜ້ອຍຜົນຜະລິດເຂົ້າ ປີໜຶ່ງ ໄດ້ພຽງ 270 ກິໂລກຣາມ ເຮັດນາມາຫລາຍປີແຕ່ເຂົ້າພັດບໍ່ພໍກຸ້ມກິນ ຈຶ່ງເຮັດໃຫ້ຄອບຄົວປະສົບກັບຄວາມຍຸ້ງຍາກຂາດເຂີນມາຕະຫລອດ.

     ດັ່ງນັ້ນຈຶ່ງໄດ້ມີແນວຄິດຫັນປ່ຽນຈາກການເຮັດນາມາລ້ຽງປາ ໂດຍສິ່ງທີ່ຊຸກຍູ້ໃຫ້ຕົນເອງລ້ຽງປາ ກໍ່ຍ້ອນການນຳພະແນກກະສິກຳ ແລະ ປ່າໄມ້ ກໍ່ຄືຄະນະໜ່ວຍຮາກຖານຊາວໜຸ່ມພະແນກໄດ້ມີແບບແຜນສົ່ງເສີມການຜະລິດທາງດ້ານສະບຽງອາຫານ, ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍ້ອນໄດ້ຮັບການເອ້ືອອຳນວຍຈາກຫລາຍພາກສ່ວນທ່ີມີການວາງແຜນ ແລະ ຈັດຕັ້ງປະຕິບັດເຊັ່ນ: ໄດ້ຮັບການເນະນຳຈາກວິຊາການຈາກພະແນກກະສິກກຳ ແລະ ປ່າໄມ້ບວກໃສ່ກັບຄວາມຮູ້ຂອງຕົນເອງທີ່ໄດ້ຮຽນຈົບຈາກດ້ານການລ້ຽງສັດມາກ່ອນ ແລະ ທາງດ້ານທະນາຄານນະໂຍບາຍໄດ້ສ້າງເງ່ືອນໄຂຫລາຍດ້ານໃນການສະໜອງທືນກູ້ຢືມໃຫ້ແກ່ການປູກ ແລະ ການລ້ຽງສັດປະເພດຕ່າງໆ, ພ້ອມນີ້ຄອບຄົວຂອງຕົນເອງກໍ່ມັກການລ້ຽງປາ ໂດຍໄດ້ເລີ່ມລົງມື ລ້ຽງມາແຕ່ປີ 2020 ເປັນຕົ້ນມາ  ໂດຍໃຊ້ດິນນາຈຳນວນ 1  ຕອນ ໃນເນື້ອທີ່ 0,08 ເຮັກຕາ ສາມາດຈຳໜ່າຍປາອອກ 1 ຊຸດ ໃນປະລິມານ 1.5 ໂຕນ ຂາຍໄດ້ເງິນ 63 ລ້ານກີບຕໍ່ປີ ໂດຍຫັກຄ່າສິ້ນເປື້ອງການບູລະນະຮັກສາສະຖານທ່ີ, ອາຫານ ແລະ ອື່ນໆອອກທັງໝົດ 44 ລ້ານກີບ ຍັງເຫລືອກໍາໄລຫັກເຂົ້າໄວ້ຄອບຄົວຕົວຈິງ 19 ລ້ານກີບ ມີລາຍຮັບເພີ່ມສະເລ່ຍໃສ່ຫົວຄົນພາຍໃນຄອບຄົວ  9  ລ້ານ 5 ແສນກີບ ຕໍ່ຄົນຕໍ່ປີ. ທ່ານ ເກດສະພາ  ເວົ້າຕື່ມວ່າ: ຂັ້ນຕອນຂອງການລ້ຽງປາ ແມ່ນພາຍຫລັງທີຈຳໜ່າຍປາອອກໝົດ ແມ່ນຕາກໜອງໃຫ້ແຫ້ງແລ້ວວ່ານປຸຍຂາວ, ໃສ່ຝຸ່ນຄອກປະໄວ້ 7 ວັນ ແລ້ວເອົານໍ້າເຂົ້າໃສ່ໄວ້ 3 ວັນ ຈຶ່ງເອົາປານ້ອຍລົງປ່ອຍ ໂດຍການປ່ອຍປານ້ອຍໃສ່ໜອງແມ່ນເລີ່ມເຂົ້າເດືອນເມສາ ໂດຍແນວພັນປານ້ອຍແມ່ນຊື້ມາຈາກ ສປ ຈີນ ແລະ ນະຄອນ ຫລວງວຽງຈັນ ມາປ່ອຍ ໂດຍ ໃຫ້ອາຫານເປັນປະຈຳວັນ (ເຊົ້າ ແລະ ແລງ)  ແລະ  ຕິດຕາມສັງເກດ ການເປັນປະຈຳ ແລະ ປ່ອຍນ້ຳ ເຂົ້າ ອອກເປັນປະຈຳ. ສຳລັບການຈຳ ໜ່າຍປາທີ່ໃຫຍ່ອອກຂາຍແມ່ນມີພໍ່ ຄ້າ, ແມ່ຄ້າຄົນກາງເຂົ້າມາຊື້ຢູ່ໜອງປາເລີຍເຊິ່ງພາຍ ຫລັງທ່ີຫັນມາເຮັດອາຊີບນ້ີເສີມ ເຮັດໃຫ້ຄອບຄົວມີລາຍຮັບດີຂຶ້ນໃນການສ້າງສາພັດທະນາຄອບຄົວໃຫ້ມີຢູ່ມີກິນຄືບ້ານເມືອງເພິ່ນ. ສຳລັບທິດທາງແຜນການໃນຕໍ່ໜ້າຈະສູ້ຊົນບຸກບືນລ້ຽງປາໃຫ້ດີກວ່າເກົ່າ ໂດຍໃຫ້ມີຜົນຜະລິດເພີ່ມຂຶ້ນເປັນ 2 ໂຕນຕໍ່ປີ.

ໂດຍ:​​ມາລີດາ/ສັນ​ຍາ

KPL

ຂ່າວອື່ນໆ

ads
ads

Top