ເສີມຂະຫຍາຍມູນເຊື້ອ ການຮ່ມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຕະຫລອດການ

07/05/2024 11:23
Email Print 319
ຂປລ ໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໄດ້ໝູນວຽກມາຮອດອີກເທື່ອໜຶ່ງ ເຊິ່ງທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດຂອງລາວເຮົາລ້ວນແຕ່ໄດ້ອອກແຮງແຂ່ງຂັນສ້າງຜົນງານ, ປິຕິຍິນດີຂ່ຳນັບຮັບຕ້ອນວັນທ່ີມີຄວາມໝາຍສຳຄັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ.

*ໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໄດ້ໝູນວຽກມາຮອດອີກເທື່ອໜຶ່ງ ເຊິ່ງທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດຂອງລາວເຮົາລ້ວນແຕ່ໄດ້ອອກແຮງແຂ່ງຂັນສ້າງຜົນງານ, ປິຕິຍິນດີຂ່ຳນັບຮັບຕ້ອນວັນທ່ີມີຄວາມໝາຍສຳຄັນດັ່ງກ່າວຢ່າງເປັນຂະບວນຟົດຟື້ນ. ວັນໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດ ພາຍນອກຂອງປະຊາຊົນຫວຽດນາມ ຜູ້ພິລະອາດຫານກໍຄືການປະກອບສ່ວນຂອງກອງທັບປະຊາຊົນລາວ ໃນການຮ່ວມສຳພັນສູ້ຮົບໃນບັ້ນຮົບດຽນບຽນຟູ ຈົນໄດ້ຮັບໄຊຊະນະ ແລະ ໄດ້ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງຍອມຮັບເຊັນສັນຍາເຊີແນວ ປີ 1954 ໃນ ທີ່ສຸດ.  

    ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູໝູນວຽນ ຄົບຮອບ 70 ປີນີ້, ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມາຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກຳເນີດເກີດຂຶ້ນບົນພື້ນຖານການຮ່ວມສຳພັນສູ້ຮົບຕໍ່ສູ້ກັບສະຕູຜູ້ຮຸກຮານໂຕດຽວກັນ ແລະ ຜ່ານຜ່າການຊຸບຫລ່ໍທົດສອບ ໃນຂະບວນວິວັດຂອງການປະຕິວັດອັນຍືດເຍື້ອຍາວນານ, ລໍາບາກກາກກຳ, ດຸເດືອດຂ້ຽວຂາດເຕັມໄປດ້ວຍຄວາມເສຍສະຫລະ, ເດັດດ່ຽວໜຽວແໜ້ນ ແລະ ອາດຫານຊານໄຊທີ່ສຸດດ້ວຍຈິດໃຈ.

  “ ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍແບ່ງກັນກິນ” ປະຫວັດສາດຂອງສອງຊາດໄດ້ຈາລຶກ ໄວ້ຕະຫລອດການທີ່ເລືອດເນື້ອ ແລະ ຍາດເຫື່ອຂອງນັກຮົບປະຕິວັດລາວ-ຫວຽດນາມ ໄດ້ເຈື່ອຈານອາບ ຍ້ອມຜືນແຜ່ນດິນຂອງສອງປະເທດພວກເຮົາຈົນບໍ່ມີສັບຄໍາເວົ້າໃດທ່ີ ທຽມຖານ ແລະ ພັນລະນໄດ້. ແນວໃດກໍຕາມໃນເງ່ືອນໄຂສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກນັ້ນພວກອິດທິກຳລັງປໍລະປັກ ໄດ້ໃຊ້ທຸກຄວາມພະຍາຍາມເພື່ອມ້າງເພທຳລາຍ ແລະ ແບ່ງແຍກສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດຂອງສອງຊາດລາວ-ຫວຽດນາມ ຢ່າງບໍ່ລົດລະ. ຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຮັດແໜ້ນ ແລະ ເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງຊາດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າ; ຮັກສາ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວ, ເພີ່ມທະວີການສືບຕໍ່ສຶກສາອົບຮົມໃຫ້ທຸກຮຸ່ນຄົນ, ທຸກໄວ, ທຸກເພດ ແລະ ທຸກໆຄົນ ເຂົ້າໃຈຢ່າງເລິກເຊິ່ງເຖິງປະຫວັດສາດມູນເຊື້ອຄວາມເປັນມາຂອງນໍ້າໃຈມິດຕະພາບ, ຄວາມສາມັກຄີສູ້ຮົບລະຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ ດ້ວຍນໍ້າໃຈພິລະອາດຫານຊານໄຊ ຍາດເອົາໄຊຊະນະເປັນຂັ້ນໆມາຈົນເຖິງປັດຈຸບັນ, ໃຫ້ທຸກຄົນຮຸ່ນຫລັງຂອງສອງປະເທດເປັນຜູ້ປົກປັກຮັກສາໃຫ້ໝັ້ນຄົງຕະຫລອດການລະນານ.

ໂດຍ:​ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top