ໄຊຊະນະດຽນບຽນຟູ ເປັນເຂັມທິດເຍືອງທາງ ໃນການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ

07/05/2024 11:07
Email Print 222
ຂປລ *ມື້ນີ້ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຂອງປະຊາຊົນ ສາມຊາດອິນດູຈີນ ຄື: ລາວ, ຫວຽດນາມ ແລະ ກຳປູເຈຍ ເພາະເປັນວັນ ຄົບຮອບ 70 ປີ ໄຊຊະນະບັ້ນຮົບດຽນບຽນຟູ .



*ມື້ນີ້ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຂອງປະຊາຊົນ ສາມຊາດອິນດູຈີນ ຄື: ລາວ, ຫວຽດນາມ ແລະ ກຳປູເຈຍ ເພາະເປັນວັນ ຄົບຮອບ 70 ປີ ໄຊຊະນະບັ້ນຮົບດຽນບຽນຟູ ຊຶ່ງແມ່ນໄຊຊະນະທີ່ ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດ ການຕໍ່ສູ້ຕ້ານການຮຸກຮານ ຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ທີ່ມີກຽດສະຫງ່າ, ໄດ້ ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນ ຂອງລັດທິຈັກກະພັດໃຫ້ພັງທະລາຍ. ແມ່ນໄຊຊະນະຂອງ ສາມຊາດອິນດູຈີນເປັນ ເທື່ອທຳອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍລົງ ຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງ ທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນໄດ້ລຸກຂຶ້ນຕໍ່ສູ້ ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ.

ຕະຫລອດໄລຍະ 70 ປີ ແຫ່ງໄຊຊະນະດຽນບຽນຟູ ໄດ້ເຮັດໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ມີການພັດທະນາຢ່າງຮອບດ້ານ, ມີຜົນງານຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດ; ດ້ານການເມືອງຮັກສາໄດ້ສະຖຽນລະພາບ, ບົດບາດການນຳພາ ແລະ ຄວາມສາມາດກຳອຳນາດ ຂອງພັກກອມມູນິດໄດ້ຮັບການຍົກສູງຂຶ້ນ, ລະບົບການບໍລິຫານ ລັດມີ ຄວາມເຂັ້ມແຂງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ເດີນຕາມພັກ. ດ້ານເສດຖະກິດກໍ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ; ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ, ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍ ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບຂຶ້ນ; ກຳລັງແຮງສັງລວມຂອງຊາດ ໄດ້ຮັບການຍົກສູງຂຶ້ນ; ດ້ານສັງຄົມໄດ້ ມີຄວາມກ້າວໜ້າ, ຊັບພະຍາກອນມະນຸດ ໄດ້ຮັບການພັດທະນາດ້ວຍຄຸນນະພາບສູງ. ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັກສາ ໄດ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ນັບທັງນ່ານນໍ້າ, ນ່ານຟ້າ, ເກາະດອນ ແລະ ລະບອບສັງຄົມນິຍົມ. ດ້ານການຕ່າງປະເທດຫວຽດນາມ ໄດ້ຮັບ ການເປີດກວ້າງ, ທີ່ຕັ້ງ, ບົດບາດ, ອິດທິພົນຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນໃນພາກພື້ນ ແລະສາກົນ ແລະ ບັນຫາອື່ນໆ.

ບົດຮຽນອັນລໍ້າຄ່າໄຊຊະນະດຽນບຽນຟູ ໄດ້ຍູ້ແຮງໃຫ້ແກ່ຂະບວນການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ ຊຶ່ງລວມມີ 4 ບົດຮຽນໃຫ້ແກ່ຂະບວນການປົດປ່ອຍຊາດຢູ່ລາວ ຄື: ບົດຮຽນການປຸກລະດົມຈິດໃຈຮັກຊາດ, ຄວາມເດັດດ່ຽວອົງອາດ, ກ້າແກ່ນ, ເດັດຂາດມີໄຊ ໃນການຕໍ່ສູ້ຂອງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ບົດ ຮຽນ ໃນການເສີມຂະຫຍາຍຄວາມເປັນເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງໃນການ ກຳນົດແນວທາງປະຕິວັດ ແລະ ຍຸດທະສາດການທະຫານທີ່ຖືກຕ້ອງ, ບົດຮຽນໃນການສ້າງຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ, ບົດຮຽນໃນການສົມ ທົບກໍາລັງແຮງຂອງ ຊາດ ກັບກໍາລັງແຮງຂອງຍຸກສະໄໝ, ກຳລັງແຮງພາຍໃນປະເທດ ແລະ ການຊ່ວຍເຫລືອໃຫ້ການສະໜັບສະໜູນ ຈາກປະເທດບ້ານໃກ້ເຮືອນຄຽງ ແລະ ສາກົນ.

ບັນດາບົດຮຽນທີ່ກ່າວມານັ້ນ ໄດ້ເປັນທິດສະດີເຍືອງທາງ, ເປັນພຶດຕິກຳ ທີ່ມີຊີວິດຊີວາທີ່ນັກຮົບປະຕິວັດລາວ ໝູນໃຊ້ຢ່າງປະດິດສ້າງເຂົ້າໃນການປະຕິວັດລາວ ແລະ ໄດ້ພິສູດໃຫ້ເຫັນໃນພຶດຕິກຳ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.


KPL

ຂ່າວອື່ນໆ

ads
ads

Top