ຂະໜົມປັງປີ້ງສີຫອມ ຄອງໃຈລູກຄ້າຍາວນານ

07/05/2024 20:49
Email Print 477
ຂປລ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ​ສະບັບນປ່ຽນບັນຍາກາດ​ຈາກຮ້ານອາຫານ ມາ​ເປັນ​ຮ້ານ​ເຂົ້າໜົມ​ແຊບ​​ເຊິ່ງມີຊື່​ສຽງອີກ​ຮ້ານໜ່ຶງ​ໃນ​ນະຄອນ​ຫລ​ວງ ວຽງຈັນ ທີ່ຫລາຍ​ຄົນ​ຕ້ອງ​​​ຮູ້ຈັກ​.

*ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ​ສະບັບນປ່ຽນບັນຍາກາດ​ຈາກຮ້ານອາຫານ ມາ​ເປັນ​ຮ້ານ​ເຂົ້າໜົມ​ແຊບ​​ເຊິ່ງມີຊື່​ສຽງອີກ​ຮ້ານໜ່ຶງ​ໃນ​ນະຄອນ​ຫລ​ວງວຽງຈັນ ທີ່ຫລາຍ​ຄົນ​ຕ້ອງ​​​ຮູ້ຈັກ​ ເປັນ​ຂາ​ປະ​ຈໍາຢູ່​ແລ້ວ​​ເພາະຮ້ານປັງ​​ປີ້ງ​ສີ​ຫອມ​ ​ເປັນ​ອີກ​ຮ້ານໜຶ່ງທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ຊາວນະຄອນຫລວງ​ວຽງຈັນ​​ ແລະ ​ຕ່າງ​ແຂວງ​​ ເນ່ືອງ​ຈາກ​ວ່າ​ປັດຈຸບັນມີບໍ​ລິການ​ສົ່ງ​ຕ່າງ​ແຂວງ​​ສະ​ນັ້ນ,​ຈຶ່ງເຮັດ​ໃຫ້​ຮ້ານຂະໜົມດັ່ງກ່າວນັບມື້ເປັນ​ທີ່​ຮູ້​ຈັກ​ຫລາຍ​ຂຶ້ນດ້ວຍຄວາມ​​ແຊບ​ທີ່​ມີເອກະລັກ​ສະເພາະ​​ ​ແລະ​ ມີຫລາຍເມ​ນູ​ໃຫ້​ເລືອກ​​ຈຶ່ງເຮັດໃຫ້​ຮ້ານປັງ​ປີ້ງ​ສີ​ຫອມຄອງໃຈ​ລູກ​ຄ້າຍາວນານ.

    ນາງ​ ວາດ​ສະໜາ​​ ເຫງົ້າ​ວົ​ງສາ​​ ເຈົ້າ​ຂອງ​ຮ້ານ​ປັງ​ປີ້ງ​ສີ​ຫອງ​​ເວົ້າສູ່​​ຟັງ​ວ່າ:​ ຈຸດ​ເລີ່​ມຕົ້ນ​ຂອງ​ອາຊີບນີ້ແມ່ນ​ຄວາມ​ມັກ​ກິນ​ເຂົ້າໜົມຢູ່ແລ້ວ​ ຈຶ່ງ​ຢາກ​ເປີດ​ຮ້ານ​ເຂົ້າ​ໜົມ​ເປັນ​ຂອງ​​ໂຕ​ເອງ​ ​ແຕ່ຍັງຄິດບໍ່​ໄດ້ວ່າຈະເຮັດ​​ຫຍັງ​ຈຶ່ງຕັດສິນໃຈເຮັດສອງຢ່າງຄື​ ຕອນ​ເຊົ້າ​ເປີດ​ຮ້ານ​ຂາຍ​ເຝີ,​ ຕອນ ​ແລງ​ເປີດ​ຮ້ານ​ເຂົ້າໜົມ​​ແຕ່​ປີ​2020 ​​ເປັນ​ຕົ້ນ​ມາ​​ເຊິ່ງເລີ່​ມ​ເປີດ​ທໍາ​ອິດຜົນຕອບຮັບ​ດີ​ເກີນ​ຄາດມື້ໜຶ່ງຂາ​ຍ​ໄ​ດ້ 100-200​ ​ ​ແຕ່​ຂາຍ​ມາ​ໄດ້​ 4-5​​ ເດືອນ​ຍອດ​ຂາຍ​ກັບ​ຫລຸດ​ລົງ. ​ສະນັ້ນ,​ ເພື່ອ​ສ້າງ​ຄວາມ​ແປກ​ໃໝ່ໃຫ້ລູກ​ຄ້າ​ຈຶ່ງ​ໄດ້​ໄປ​ຮຽນ​ເຮັດ​ເຂົ້າໜົມ​ ປະ​ເພດ​ເບ​ເກີ​ລີ້​ຈາກ​ປະ​ເທດ​ເພື່ອນ​ບ້ານ​ ​ແລ້ວ​ນໍາ​ມາ​ປັບ​ໃຊ້​ຈົນ​ເປັນ ​ຮ້ານ​ປັງ​ປິ້ງ​ໃນ​ປັດຈຸບັນ​​​ເຊິ່ງ​ໄດ້​ມີ​ກະ​ແສ​ຕອບ​ຮັບ​ດີ​ຫລາຍ​ ​ເນື່ອງຈາກ​ວ່າສິ່ງ​ທີ່​ເຮົາ​ເລືອກ​ເຮັດ​ແມ່ນ​ເປັນ​ເມ​ນູທີ່​ບ້ານ​ເຮົາ​ຍັງ​ບໍ່​ມີ​ຫລາຍ ​ຖ້າ​ມີ​​ກໍ່​ມີໜ້ອຍ​ເປັນ​ຕົ້ນ​:​​ ເຂົ້າໜົມບ້າ​ບີ່ນ​ທອງ​ມ້ວນ​ແມ່ນ​ໄດ້​ຂາຍ​ດີ​ຫລາຍ​ ຈົນ​ໄດ້​ຈໍາກັດ​ການ​ຊື້​ຄື​ຜູ້ໜຶ່ງຊື້​ໄດ້ 5​ ກ໋ອງ​​ເນື່ອງ​ຈາກ​ວ່າ​ຢາກ​ໃຫ້​ທຸກ​​ຄົນ​ທີ່​ມາ​ຊື້​ໄດ້​ກິນ​ນໍາ​ກັນ​​ໂດຍ​ການ​​ຂາຍ​ໃນ​ປັດ​ຈຸ​ບັນ​ນອກຈາກຂາຍຢູ່​ໜ້າຮ້ານ​ແລ້ວຍັງ​ສົ່ງ​ຕ່າງ​ແຂວງ​ມື້​ລະ​ 200-300​ ກ໋ອງ​​ຍ້ອນ​ຕິດ​ອົກ​​ຕິດ​ໃຈ​ໃນ​ລົດ​ຊາດ​ ໃນ​ແຕ່ລະ​ເມນູ ເນື່ອງ​ຈາກ​ວ່າຂ້າພະ​ເຈົ້າ​ ​ເປັນຄົນ​​ເຮັດ​ເອງ​ທຸກ​ຂັ້ນ​ຕອນການຜະລິດ​ ສ່ວນ​ພະນັກງານຈະເປັນຄົນ​ ​ໃສ່ສ່ວນ​ປະກອບ​ໃນ​ແຕ່ລະ​ເມ​ນູ​ ​ເພື່ອ​ໃຫ້​ເຂົ້າໜົມປັງໜ້າກິນ​ຫລາຍ​ຂຶ້ນ.​

   ສໍາລັບ​ເມ​ນູຂອງ​ຮ້ານ​ມີເຂົ້າໜົມບ້າ​ບີ່​ນ​ທອງ​ມ້ວນ,​​ ເອວມ້ອນ,​ຄົວຊອງ,​ ຄອບ​ໂຟ້,​ ທິບ​ເບີ​ລີ,​​ ເອ​ແຄ,​​ ເຄັກ​ ຫລາກ​ຫລາຍໜ້າ​ໃຫ້​ເລືອກ​ຕາມ ​ຄວາມ​ມັກຂອງ​ລູກ​ຄ້າ​ ບອກໄດ້ເລີຍ​​ວ່າ​ເຂົ້າໜົມ​ແຕ່ລະ​ເມ​ນູ​ ແມ່ນ​ຖືກ​​ໃຈລູກ​ຄ້າ​ທັງພາຍໃນ​ ແລະ​ ຕ່າງ​ແຂວງ​ມາ​ເປັນເວລາຫລາຍປີ ​​ແລະ​ ຕົນເອງຄິດ​ວ່າຮ້ານ​ເຮົາ​ຈະ​ຍັງ​ຄົງ​ຢູ່ໃນໃຈ​ລູກ​ຄ້າຕະຫລອດໄປ.ນາງ​ວາດ​ສະໜາ​​ເວົ້າ​ຕື່ມ​ວ່າ:​​ ຫົວ​ໃຈສໍາຄັນ​ຂອງ​ການ​ເຮັດ​ອາຊີບ​ ນີ້​​ແມ່ນຄຸນ​ນະພາ​ບຂອງ​ຜະລິດ​ຕະ​ ພັນ​ບໍ່​ວ່າ​ຮ້ານ​ຈະ​ໄດ້​ຂາຍ​ດີ​ຫລາຍ​ ປານ​ໃດ​​ແຕ່​ຄຸນ​ນະພາ​ບ​ຍັງ​ບໍ່​ປ່ຽນ ຈຶ່ງ​ຈະ​ມັດ​ໃຈ​ລູກ​ຄ້າ​ໄດ້​​ແລະ​ນີ້ກໍ​ເປັນ​​ອີກ​ສາ​ເຫດໜຶ່ງທີ່​ຕົນ​ເອງ​ບໍ່ຂາຍ ​ ແຟນຊາຍ​ໃຫ້​ຄົນ​ອື່ນ​ເຖິງ​ວ່າ​​ຈະ​ມີຄົນມາ​ຖາມ​ຊື້​ຈໍານວນ​ຫລາຍກໍ່ຕາມ​​ ເພາະ​ຢ້ານ​ຫລາຍ​ຄົນ​ທີ່​ຊື້​ໄປແລ້ວ​ບໍ່​ສາມາດ​ຮັກສາ​ລົດຊາດ​ຂອງ​ຮ້ານ​ເຮົາ​ໄດ້ ກໍ​ຈະ​ເຮັດ​​ໃຫ້ລູກ​ຄ້າ​ຂາດ​ຄວາມ​ເຊື້ອໝັ້ນ​​ ແລະ​ ຮ້ານປັງປີ້ງ​​ ສີ​ຫອມ​ຕັ້ງ​ຢູ່​ບ້ານ ​ຫາຍໂສກ​ເມືອງ​​ ຈັນທະ​ບູລີ​​ ນະຄອນຫລວງວຽງຈັນ​ ຫລື​ ຖ້າ​ທ່ານໃດບໍຮູ້ກໍສາມາດ​ຕິດຕໍ່​ ໄດ້​ທີ​ເບີ​020​5557​5789.

​​ໂດຍ:​​ມາລີ​ດາ​

KPL

ຂ່າວອື່ນໆ

ads
ads

Top