ຍົກລະດັບຄວາມຮູ້ ພະນັກງານນຳທ່ຽວລະດັບຊາດ

06/05/2024 17:11
Email Print 222
ຂປລ ຂປລ. ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ​ໃຫ້ພະນັກງານນຳທ່ຽວລະດັບຊາດ ຄັ້ງທີ 30 ໃນວັນທີ 6 ພຶດສະພາ 2024 ແນໃສ່ສ້າງບຸກຄະລາກອນ ໃນຂະແໜງການທ່ອງທ່ຽວ ໃຫ້ມີຄຸນນະພາບ ເພື່ອຮອງຮັບການບໍລິ ການແກ່ນັກທ່ອງທ່ຽວ ທີ່ມາຢ້ຽມຢາມປະເທດເຮົາ.



ຂປລ. ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ ​ໃຫ້ພະນັກງານນຳທ່ຽວລະດັບຊາດ ຄັ້ງທີ 30 ໃນວັນທີ 6 ພຶດສະພາ 2024 ແນໃສ່ສ້າງບຸກຄະລາກອນ ໃນຂະແໜງການທ່ອງທ່ຽວ ໃຫ້ມີຄຸນນະພາບ ເພື່ອຮອງຮັບການບໍລິ ການແກ່ນັກທ່ອງທ່ຽວ ທີ່ມາຢ້ຽມຢາມປະເທດເຮົາ.

ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ:  ສປປ ລາວ ໄດ້ຖືເອົາວຽກງານທ່ອງທ່ຽວ ເປັນເສດຖະກິດປາຍແຫລມ ທີ່ກະຕຸ້ນບັນດາຂະແໜງການທີ່ເປັນຕ່ອງໂສ້ ໃຫ້ມີການພັດທະນາ ໄປພ້ອມກັນ ດ້ວຍການສ້າງອາຊີບ ແລະ ລາຍຮັບທີ່ກວ້າງຂວາງ ​ເຊິ່ງນຳເອົາເງິນຕາຕ່າງປະເທດ ມາສູ່ປະເທດເປັນຈຳນວນຫລາຍ, ປະກອບ ສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ທັງປະກອບສ່ວນເຂົ້າໃນ ການຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ວາງອອກເທື່ອລະກ້າວ. ປັດຈຸບັນ, ທ່າອ່ຽງການທ່ອງທ່ຽວໃນປີ 2024 ກຳລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ, ບັນ ດາທຸລະກິດໃນຂະແໜງການທ່ອງທ່ຽວ ມີຄວາມໝັ້ນໃຈຫລາຍຂຶ້ນ ຕໍ່ຄວາມໝັ້ນຄົງຂອງ ອຸດສະຫະກຳການທ່ອງທ່ຽວ ແລະ ພວມເລັ່ງຂະຫຍາຍຕະຫລາດເພີ່ມ ໂດຍມີເປົ້າໝາຍການທ່ອງທ່ຽວ ທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງ.



ທ່ານ ນາງ ດາລານີ ພົມມະວົງສາ ຍັງໃຫ້ຮູ້ອີກວ່າ: ອົງການທ່ອງທ່ຽວໂລກຄາດຄະເນວ່າ ອຸດສາ ຫະກຳການທ່ອງທ່ຽວ ຈະກັບມາສູ່ສະພາບເປັນປົກກະຕິ ໃນປີ
2024-2025, ປັດຈຸບັນຫລາຍປະເທດ ກໍາລັງເລັ່ງການເປີດສາຍການບິນ ລະຫວ່າງຈຸດໝາຍປາຍທາງ ການທ່ອງທ່ຽ ວທີ່ສຳຄັນ ເພີ່ມຂຶ້ນ, ສຸມໃສ່ການຂະຫຍາຍຕະຫລາດໃໝ່ ໂດຍຖືເອົານະໂຍບາຍດ້ານວີຊາເປັນຈຸດກະຕຸ້ນ ແລະ ດຶງດູດນັກທ່ອງທ່ຽວ. ຂະນະ​ດຽວ​ກັນ, ນັກທ່ອງທ່ຽວກໍໃຫ້ຄວາມສົນໃຈ ຕໍ່ກິດຈະກຳການທ່ອງທ່ຽວ ໃນເຂດທຳມະຊາດ ແລະ ວັດທະນະທຳ ທີ່ເນັ້ນໃສ່ປະສົບການໃໝ່ ໃນການເດີນທາງຫລາຍຂຶ້ນ, ຕ້ອງການອອກຈາກຕົວເມືອງໃຫຍ່ ທີ່ມີສະພາບແວດລ້ອມແອອັດທັນສະໄໝ ເພື່ອໄປສຳຜັດກັບວິຖີການດຳລົງຊີວິດຢູ່ທ້ອງຖິ່ນທີ່ແຕກຕ່າງ. ພ້ອມກັນນີ້, ການຫັນເປັນທັນສະໄໝ ທາງດ້ານຂໍ້ມູນຂ່າວສານ ການທ່ອງທ່ຽວ ແລະ ການປັບຕົວເຂົ້າກັບສະພາບວິກິດຕ່າງໆ ຍັງຖືເປັນບຸລິມະສິດຕົ້ນຕໍໃນປີ 2024-2025.

ສະນັ້ນ, ເພື່ອເປັນການຮອງຮັບໃຫ້ແກ່ການຟື້ນຕົວ ຂອງຂະແໜງການທ່ອງທ່ຽວ, ການກະກຽມທາງດ້ານບຸກຄະລາກອນ ແມ່ນ​ເປັນບັນຫາຮີບດ່ວນສໍາລັບ ສປປ ລາວ ເນື່ອງຈາກວ່າ ປັດຈຸບັນ, ເຮົາກຳລັງຜະເຊີນກັບບັນຫາຂາດແຄນແຮງງານທີ່ມີສີມື ເພື່ອຮອງຮັບການບໍລິການ ເປັນຕົ້ນ ສະຖານທີ່ພັກແຮມ, ຮ້ານອາຫານ, ພະນັກງານນຳທ່ຽວ ແລະ ຫົວໜ່ວຍທຸລະກິດບໍລິການ ທີ່ປິ່ນອ້ອມການ ທ່ອງທ່ຽວ.

ຂ່າວ: ກິດຕາ
KPL

ຂ່າວອື່ນໆ

ads
ads

Top