ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ທີ່ ດ່ານສາກົນສາມຫລ່ຽມຄຳ

29/04/2024 14:03
Email Print 223
ຂປລ ຂປລ. ໃນວັນທີ 27-28 ເມສາ 2024 ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງພົບປະ ເຮັດວຽກຮ່ວມກັບ ຄະນະຄຸ້ມຄອງ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຂອງ ແຂວງບໍ່ແກ້ວ ເພື່ອຮ່ວມກັນລົງຕິດຕາມ, ກວດກາການກໍ່ສ້າງ ສຳນັກງານ ຫ້ອງການດ່ານສາກົນສາມຫລ່ຽມຄຳ ຫລັງໃໝ່.

ຂປລ. ໃນວັນທີ 27-28 ເມສາ 2024 ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການ ທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງພົບປະ ເຮັດວຽກຮ່ວມກັບ ຄະນະຄຸ້ມຄອງ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຂອງ ແຂວງບໍ່ແກ້ວ ເພື່ອຮ່ວມກັນລົງຕິດຕາມ, ກວດກາການກໍ່ສ້າງ ສຳນັກງານ ຫ້ອງການດ່ານສາກົນສາມຫລ່ຽມຄຳ ຫລັງໃໝ່.

ດ່ານສາກົນສາມຫລ່ຽມຄໍາ ເປັນດ່ານຊາຍແດນທາງນໍ້າຂອງ ຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ) ເຊິ່ງໜ້າກັບດ່ານສາກົນຊົບຮວກ ບ້ານສົບຮວກ ອໍາເພີຊຽງແສນ ຈັງຫວັດຊຽງລາຍ ຣາຊະອານາຈັກໄທ. ດ່ານດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 29 ກໍລະກົດ 2012, ປະກອບມີຕຶກອາຄານຫ້ອງການດ່ານ 1 ຫລັງ, ພ້ອມທັງມີທ່າເຮືອສໍາລັບຜູ້ໂດຍສານ ເດີນທາງເຂົ້າ-ອອກ ແລະ ຂົນສົ່ງສິນຄ້າ. ມາຮອດທ້າຍປີ 2023 ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາກັດ ໄດ້ດໍາເນີນການກໍ່ສ້າງສໍານັກງານ ຫ້ອງການດ່ານສາກົນສາມຫລ່ຽມຄໍາ ຫລັງໃໝ່ ແລະ ສ້າງທ່າເຮືອຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ໃກ້ກັບອາຄານດ່ານຫລັງເກົ່າທີ່ນໍາໃຊ້ມາດົນ ແລະ ຊຸດໂຊມ. ການປັບປຸງຕຶກອາຄານຫ້ອງການດ່ານຫລັງໃໝ່ນີ້ ເພື່ອຮອງຮັບການເພີ່ມຂຶ້ນ ຂອງຜູ້ໂດຍສານໃນປັດຈຸບັນ ກໍຄື ໃນຕໍ່ໜ້າ ເຊິ່ງດ່ານດັ່ງກ່າວ ແລະ ທ່າເຮືອແຫ່ງໃໝ່ນີ້ ມີລະບົບການອຳນວຍຄວາມສະດວກຄົບຊຸດ ແລະ ທັນສະໄໝ, ຮັບປະກັນປະສິດທິພາບການເຮັດວຽກ ແລະ ການບໍລິການຂອງເຈົ້າໜ້າທີ່ປະຈໍາດ່ານ, ການບໍລິການຂົນສົ່ງຜູ້ໂດຍສານ, ສະຖານທີ່ຈອດເຮືອ, ການຂຶ້ນລົງເຮືອ ແລະ ການໃຊ້ບໍລິການອື່ນໆ.

ອາຄານດ່ານຫລັງໃໝ່ ເປັນອາຄານ 2 ຊັ້ນ, ມີເຂດກວດກາຄົນເຂົ້າ-ອອກດ່ານ, ທ່າທຽບເຮືອ ແລະ ການຂຶ້ນ-ລົງທີ່ສະດວກ, ມີເຂດບໍລິການຮ້ານຄ້າ ແລະ ອື່ນໆ ທີ່ຈະອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ເຂົ້າ-ອອກ ຜ່ານດ່ານແຫ່ງນີ້. ປັດຈຸບັນ, ການກໍ່ສ້າງສໍາເລັດແລ້ວປະມານ 90% ໂດຍແມ່ນ ກຸ່ມບໍລິສັດດອກງິ້ວຄໍາ ຈໍາກັດ ເປັນຜູ້ລົງທຶນທັງໝົດ ແລະ ຄາດວ່າຈະໄດ້ເປີດນໍາໃຊ້ຕຶກດັ່ງກ່າວ ໃນກາງປີ 2024 ນີ້.

ການລົງຕິດຕາມ ແລະ ກວດກາອາຄານດ່ານຫລັງໃໝ່ໃນຄັ້ງນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານ ຂັ້ນຕອນການກໍ່ສ້າງຕຶກອາຄານ ຈາກຄະນະຄຸ້ມຄອງເຂດເສດ ຖະກິດພິເສດສາມຫລ່ຽມຄໍາ, ພ້ອມທັງຮັບຟັງການປະກອບຄວາມຄິດເຫັນ ຂອງບັນດາຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກໍໄດ້ໃຫ້ທິດຊີ້ນຳ ກ່ຽວກັບການກະກຽມ ຄວາມພ້ອມເປີດນຳໃຊ້ອາຄານຫລັງໃໝ່.

KPL

ຂ່າວອື່ນໆ

ads
ads

Top