ສະມາຄົມລົດຕູ້ ນວ ສະຫລອງວັນ ກຳມະກອນສາກົນ ແລະ ປີໃໝ່ລາວ 2024

29/04/2024 13:11
Email Print 124
ຂປລ ຂປລ. ເມື່ອບໍ່ດົນມານນີ້, ສະມາຄົມລົດຕູ້ນະຄອນຫລວງວຽງຈັນ (ນວ) ໄດ້ຈັດກິດຈະກໍາສະ ​ເຫລີ​ມສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ ແລະ ປີໃໝ່ລາວ 2024



ຂປລ. ເມື່ອບໍ່ດົນມານນີ້
, ສະມາຄົມລົດຕູ້ນະຄອນຫລວງວຽງຈັນ (ນວ) ໄດ້ຈັດກິດຈະກໍາສະ ​ເຫລີ​ມສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ ແລະ ປີໃໝ່ລາວ 2024 ​ເພື່ອລະນຶກເຖິງວັນ ກຳມະກອນສາກົນ ກໍຄື ຊາວຜູ້ອອກແຮງງານລາວ ໃນທົ່ວປະເທດ, ທັງເປັນການຊຸກຍູ້, ສົ່ງເສີມ ໃຫ້ກຳລັງໃຈ ຊາວຜູ້ອອກແຮງງານ ກໍຄື ພະນັກງານ, ສະມາຊິກ ຂອງສະມາຄົມລົດຕູ້ ນວ ໃຫ້ມີຄວາມ ຈູບຈ້າວຫ້າວຫັນ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ.




ທ່ານ ບຸນຄໍ້າ ລາດຊະວົງ ປະທານສະມາຄົມລົດຕູ້ ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນມູນ ເຊື້ອແຫ່ງການກໍາເນີດ ຂອງຂະບວນກໍາມະກອນສາກົນ ເວົ້າສະເພາະ ກໍຄືຊາວຜູ້ອອກແຮງງານລາວ ໃນທົ່ວປະເທດ ທີ່ໄດ້ປະກອບສ່ວນໃນພາລະກິດປົກປັກສາ ແລະ ພັດທະນາປະເທດຊາດ ແນໃສ່ ໂຄສະນາເຜີຍແຜ່ ໃຫ້ສະມາຊິກ ຂອງສະມາຄົມລົດຕູ້ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງຂະບວນການກໍາມະກອນສາກົນ ກໍຄື ກໍາມະກອນລາວ
, ແນໃສ່ປຸກລະດົມພະນັກງານ, ສະມາຊິກຂອງສະມາຄົມ ໃຫ້ມີຄວາມບຸກບືນ, ຕັ້ງໜ້າປະກອບສ່ວນເຂົ້າໃນ ການເຄື່ອນໄຫວ ວຽກງານຂອງຕົນເອງ ກໍຄື ໃຫ້ບໍລິການຂົນສົ່ງ ຜູ້ໂດນສານ-ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄຸນພາບ, ມີຄວາມໄວ້ເນື້ອເຊື່ອໃຈ ຈາກຜູ້ມາໃຊ້ບໍລິການ ແລະ ໃຫ້ເກີດຄວາມເຊື່ອໜັ້ນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ໃຫ້ສັງຄົມຮັບຮູ້ ພາລະບົດບາດ ຂອງສະມາຄົມລົດຕູ້ລົດຕູ້ ທີ່ໄດ້ເຄື່ອນໄຫວ ຖືກຕ້ອງຕາມລະບຽບ, ກົດໝາຍ.

ພ້ອມ​ນີ້, ທ່ານ ບຸນຄໍ້າ ລາດຊະວົງ ຍັງໄດ້ຍົກໃຫ້ເຫັນການເຄື່ອນໄຫວ ວຽກງານຂອງສະມາຄົມ ໃນໄລຍະຜ່ານມາ ເຊິ່ງສະມາຄົມລົດຕູ້ ໄດ້ປະກອບສ່ວນຮັບໃຊ້ງານສຳຄັນຕ່າງໆ ຂອງພັກ, ຂອງຊາດ ມາໂດຍ ຕະຫລອດ ເປັນຕົ້ນ ມະຫະກຳກິລາ ຊີເກມ, ກິລາມະຫາວິທະຍາໄລອາຊຽນ ແລະ ກອງປະຊຸມສຳຄັນຕ່າງໆ ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບ. ພ້ອມກັນນີ້, ສະມາຄົມລົດຕູ້ນະຄອນ ຫລວງ ຍັງມີຄວາມ ພ້ອມຮອບດ້ານ ເພື່ອຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຕິດພັນກັບປີທ່ອງທ່ຽວລາວ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ  ເຊິ່ງຈະຈັດຂຶ້ນໃນທ້າຍປີນີ້.

ສະມາຄົມລົດຕູ້ ນວ ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ບໍ່ຫວັງຜົນກຳໄລ ​ໂດຍຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ, ມີໜ້າທີ່ປຸກລະດົມ ໃຫ້ລົດຕູ້ທີ່ເຄື່ອນໄຫວ ບໍ່ມີໃບອະນຸຍາດ, ບໍ່ເສຍອາກອນ ບໍ່ມີເອກະສານປະກອບ ການດໍາເນີນທຸລະກິດຂົນສົ່ງ ທີ່ຖືກຕ້ອງຕາມລະບຽບ, ຫັນເຂົ້າສູ່ລະບຽບການ ທີ່ພາກລັດຖະບານວາງອອກ; ການຄຸ້ມຄອງລົດຕູ້ແຕ່ລະພາກສ່ວນ ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ໄປຕາມພາລະບົດບາດ,  ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ຕາມທິດຊີ້ນຳຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ.

KPL

ຂ່າວອື່ນໆ

ads
ads

Top