ເກີດເຫດລົດພິກຂວໍ້າຢູ່ ເມັກຊິກ ເສຍຊີວິດ-ບາດເຈັບ 40 ກວ່າຄົນ

30/04/2024 09:31
Email Print 186
ຂປລ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ບາດເຈັບ 31 ຄົນ ຈາກອຸບັດເຫດ ລົດໂດຍສານ ພິກຂວໍ້າ ໃນເຂດ ມານິນາໂກ(Malinalco) ລັດເມັກຊິກ ທາງພາກກາງ ຂອງ ປະເທດ.

ຂປລ. ສຳນັກຂ່າວສານ ຫວຽດນາມ, ວັນທີ 28 ເມສາ,  ເຈົ້າໜ້າທີ່ ທ້ອງຖິ່ນ ລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ບາດເຈັບ 31 ຄົນ ຈາກອຸບັດເຫດ ລົດໂດຍສານ ພິກຂວໍ້າ ໃນເຂດ ມານິນາໂກ(Malinalco)  ລັດເມັກຊິກ ທາງພາກກາງ ຂອງ ປະເທດ. ເຫດເກີດຂື້ນ ຢູ່ເສັ້ນທາງດ່ວນ ລະຫວ່າງ ກາປູລິນ-ຈັງມາ(Capulin-Chalma) ໃນຂະນະທີ່ ລົດບັນທຸກ ຜູ້ໂດຍສານ ພວມແລ່ນ ອອກຈາກ ນະຄອນ ຊານຫລຸຍ ເດລາປາຊ (San Luis de la Paz) ຂອງ ລັດ ກວານາວາໂຕ (Guanajuato ).  ປັດຈຸບັນ, ເຈົ້າໜ້າທີ່ ທາງການແພດ ໄດ້ຊ່ວຍເຫລືອ ຜູ້ບາດເຈັບ ໄປສົ່ງໂຮງໝໍ, ສ່ວນເຈົ້າໜ້າທີ່ ກ່ຽວຂ້ອງ ພວມເລັ່ງ ສືບສວນ ສອບສວນ ຫາ ສາເຫດຕົ້ນຕໍ່ ທີ່ເກີດຂື້ນ ໃນຄັ້ງນີ້ດ້ວຍ./

KPL

ຂ່າວອື່ນໆ

ads
ads

Top