ບັນຫາໄຟຟ້າ ບໍ່ພຽງພໍ-ໄຟຕົກ ແລະ ໄຟມອດ ຢູ່ ນວ ຍ້ອນມີການຊົມໃຊ້ສູງຂຶ້ນແບບກ້າວກະໂດດ

14/05/2024 19:03
Email Print 1054
ຂປລ ຂປລ. ລັດວິສາຫະກິດໄຟຟ້າ ສາຂານະຄອນຫລວງ 2 ໄດ້ໃຫ້ຮູ້ວ່າ: ສາເຫດເກີດມີບັນຫາການຊົມໃຊ້ໄຟ ຟ້າບໍ່ພຽງພໍ, ໄຟຕົກ ແລະ ໄຟມອດ ເນື່ອງຈາກປັດຈຸບັນ, ສັງຄົມມີການຂະຫຍາຍຕົວສູງ ເຮັດໃຫ້ຈໍານວນຄົວເຮືອນ ຂະຫຍາຍເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ການຊົມໃຊ້ ໄຟຟ້າສູງຂຶ້ນແບບກ້າວກະໂດດ ຈຶ່ງພາໃຫ້ເກີດບັນຫາດັ່ງກ່າວ.



ຂປລ. ລັດວິສາຫະກິດໄຟຟ້າ ສາຂານະຄອນຫລວງ 2 ໄດ້ໃຫ້ຮູ້ວ່າ: ສາເຫດເກີດມີບັນຫາການຊົມໃຊ້ໄຟ ຟ້າບໍ່ພຽງພໍ, ໄຟຕົກ ແລະ ໄຟມອດ ເນື່ອງຈາກປັດຈຸບັນ, ສັງຄົມມີການຂະຫຍາຍຕົວສູງ ເຮັດໃຫ້ຈໍານວນຄົວເຮືອນ ຂະຫຍາຍເພີ່ມຂຶ້ນຢ່າງໄວວາ ເຮັດໃຫ້ການຊົມໃຊ້ ໄຟຟ້າສູງຂຶ້ນແບບກ້າວກະໂດດ ຈຶ່ງພາໃຫ້ເກີດບັນຫາດັ່ງກ່າວ.

ວັນທີ 13 ພຶດສະພານີ້ 2024 ຜ່ານມາ, ທ່ານ ເພັດສະໝອນ ວັນທາ ຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ 2 ໄດ້ຊີ້ແຈງຜ່ານສື່ມວນຊົນ ວ່າ: ຕໍ່ບັນຫາດັ່ງກ່າວ, ລັດວິສາຫະກິດໄຟຟ້າ ສາຂານະຄອນ ຫລວງ 2 ມີແຜນການເຄື່ອນໄຫວສ້ອມແປງ, ປ່ຽນຖ່າຍ ແລະ ເສີມບັນດາອຸປະກອນຕ່າງໆ ຂອງລະບົບຈຳໜ່າຍ ໂດຍປະຕິບັດຕາມລຳດັບ ຂອງການສະເໜີ ທີ່ສະເໜີເຂົ້າມາຂອງອົງການປົກຄອງບ້ານຕ່າງໆ ແຕ່ກະຍັງບໍ່ທັນທົ່ວເຖິງເນື່ອງ ຈາກງົບປະມານຂອງໄຟຟ້າລາວມີຈຳກັດ.

ມາຮອດປັດຈຸບັນ ໄຟຟ້າລາວ ສາມາດສະໜອງໄຟຟ້າຮັບໃຊ້ພຽງພໍ, ແຕ່ຍ້ອນການຊົມໃຊ້ພະລັງງານ ໄຟຟ້າບາງຈຸດທີ່ຍັງຜິດປົກກະຕິ ຈຶ່ງເກີດມີສະພາບໄຟຟ້າບໍ່ພຽງພໍບາງເຂດນັ້ນ, ເກີດຈາກການການນຳໃຊ້ພະລັງງານໄຟຟ້າບັນທຸກໂຫລດໝໍ້ແປງເກີນ ບໍ່ສາມາດຈ່າຍ ໄຟໄດ້ພຽງພໍ ເນື່ອງຈາກອາກາດຮ້ອນອົບເອົ້າ, ການຊົມໃຊ້ໄຟຟ້າເພີ່ມຂຶ້ນຢ່າງກ້າວກະໂດດ, ທາງໄຟຟ້າລາວບໍ່ສາມາດແກ້ໄຂ ປັບປຸງໄດ້ຢ່າງທັນການ ເຊິ່ງເປັນເຫດພາວະວິໄສ ທີ່ບໍ່ສາມາດຫລີກລ່ຽງໄດ້ ເມື່ອມີການຊົມໃຊ້ໄຟ ຫລາຍກໍເຮັດໃຫ້ອຸປະກອນ ພາກສາຍສົ່ງ ແລະ ພາກຈຳໜ່າຍເກີດຄວາມເສຍຫາຍ ແລະ ເກີດອຸບັດເຫດໄຟຟ້າ ເຊັ່ນ: ໝໍ້ແປງໄໝ້ ຫລື ເປເພ່ ສາຍໄຟເປື່ອຍເກີດຊ໋ອດລັດວົງຈອນ ແລະ ອື່ນໆ ເນື່ອງຈາກບັນທຸກໂຫລດການຊົມໃຊ້ ເກີນຂອບເຂດຄວາມສາມາດຮັບໄດ້ ຂອງອຸປະກອນພາກຈຳໜ່າຍ. ອີງຕາມການສະເໜີ ຂອງລູກຄ້າພາຍໃນ ນະຄອນຫລວງວຽງຈັນ ເຫັນວ່າການສະໜອງໄຟ ບໍ່ພຽງພໍມີທັງໜົດ 110 ຈຸດ ສະ ເພາະເຂດຮັບຜິດຊອບຂອງໄຟຟ້າລາວ ສາຂານະຄອນຫລວງ 2 ມີ 68 ຈຸດ.



ທ່ານ ເພັດສະໝອນ ວັນທາ ຍັງກ່າວອີກວ່າ: ຢ່າງໃດກໍຕາມ
, ຂໍຝາກເຕືອນມາຍັງພໍ່ແມ່ປະຊາຊົນ ກໍຄື ຜູ້ຊົມໃຊ້ໄຟຟ້າ ຈົ່ງມີສະຕິໃນການຊົມໃຊ້ໄຟຟ້າ, ໃຫ້ໝັ່ນກວດກາ ແລະ ປ່ຽນຖ່າຍເຄື່ອງໃຊ້ໄຟຟ້າ, ສາຍໄຟທີ່ເກົ່າແກ່ ຫລື ໃຊ້ມາດົນແລ້ວອອກ ພ້ອມຊົມໃຊ້ ພະລັງງານໄຟຟ້າແຕ່ສະເພາະສິ່ງທີ່ຈຳເປັນ ເພື່ອເປັນການຊ່ວຍກັນຫລຸດຜ່ອນການໂຫລດພະລັງງານໄຟຟ້າ. ພ້ອມນີ້, ຖ້າຫາກຜູ້ຊົມໃຊ້ໄຟຟ້າ ຫາກພົບເຫັນອຸບັດເຫດດ້ານໄຟຟ້າ ສາມາດແຈ້ງສາຍດ່ວນໄຟຟ້າລາວ ໝາຍເລກ 1199 ຕະຫລອດ 24 ຊົ່ວໂມງ ຫລື ສູນບໍລິການໄຟຟ້າໃກ້ບ້ານ ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງທ່ານ.

ສໍາລັບລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ 2  ຮັບຜິດຊອບ 5 ເມືອງນອກຂອງນະຄອນ ຫລວງວຽງຈັນ ຄື: ເມືອງໄຊທານີ, ຫາດຊາຍຟອງ, ນາຊາຍທອງ, ສັງທອງ ແລະ ເມືອງປາກງື່ມ, ມີຈຳນວນບ້ານທີ່ຄຸ້ມຄອງ ທັງໝົດ 322 ບ້ານ, ມີລະບົບຈຳໜ່າຍ ທັງໝົດ 10 ສະຖານີ ຄື: ສະຖານີທ່າສະຫວ່າງ, ສະຖານີວຽງແກ້ວ, ສະຖານີໂຄກສະອາດ, ສະຖານີດົງໂພສີ, ສະຖານີທ່ານາແລ້ງ, ສະຖານີນາໄຫ, ສະຖານີວີຕ້າປາກ, ສະຖານີນາຊາຍທອງ, ສະຖານີເພຍລາດ ແລະ ສະຖານີນາບົງ.

ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອວັດທະນະທຳ-ສັງຄົມ

      ລົງນາມຮ່ວມມືສົ່ງເສີມການພັດທະນາ ພື້ນຖານໂຄງລ່າງດ້ານໄອຊີທີ ແລະ ເອໄອ

      10/13/2026 8:26:19 AM

      ພິທີເຊັນສັນຍາຮ່ວມມືສົ່ງເສີມການພັດທະນາພື້ນຖານໂຄງລ່າງ ດ້ານໄອຊີທີ ແລະ ເອໄອ (ICT & AI) ລະຫວ່າງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 8 ຕຸລາ 2026 ໂດຍການລົງນາມລະຫວ່າງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍມີຄະນະອຳນວຍການ, ຄະນະຜູ້ບໍລິຫານຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    • ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າວັດທະນະທຳ-ສັງຄົມ

      ໃນປີ 2027 ຄຳມ່ວນວາງແຜນຜະລິດເຂົ້ານາແຊງ 16,000 ກວ່າເຮັກຕ້າ

      10/13/2026 1:04:14 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການຜະລິດເຂົ້ານາແຊງ ປີ 2027 ໃຫ້ໄດ້ 16.199 ເຮັກຕາ, ຄາດຄະເນຜົນຜະລິດໃຫ້ໄດ ້ 80.130 ໂຕນ ໃນນີ້, ເນື້ອທີ່ແຜນ ການປູກເຂົ້າເພື່ອເປັນສະບຽງ ອາຫານ 5.497 ເຮັກຕາ, ຄາດຄະ ເນຜົນຜະລິດ 26.184 ໂຕນ, ແຜນການປູກເຂົ້າເປັນສິນຄ້າ 10.702 ເຮັກຕາ, ຄາດຄະເນຜົນ ຜະລິດ 53.946 ໂຕນ.

    • ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາວັດທະນະທຳ-ສັງຄົມ

      ໄຊຍະບູລີ ດຳເນີນກອງປະຊຸມຄະນະກຳມະການປົກຄອງ ປະຈຳເດືອນກັນຍາ

      10/13/2026 1:00:08 AM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການປົກຄອງ ແຂວງ ໄຊຍະບູລີ ປະຈຳ ເດືອນ ກັນຍາ 2026 ຈັດຂຶ້ນໃນມໍ່ໆມານີ້ ທີ່ຫ້ອງ ວ່າການແຂວງ ໂດຍການເປັນ ປະຂອງ ທ່ານ ດວງຕາ ໄຊວຸດ ປະ ທານຄະນະກຳມະການປົກຄອງ ແຂວງໄຊຍະບູລີ ພ້ອມດ້ວຍພະແນກ ການ, ອົງການ, ກົມກອງອ້ອມຂ້າງ ແຂວງ, 11 ເມືອງ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງວັດທະນະທຳ-ສັງຄົມ

      ເຜີຍແພ່ກົດໝາຍວ່າດ້ວຍການປະກັນສັງຄົມ ໃຫ້ພະນັກງານລັດຖະກອນ ຢູ່ເມືອງໄຊພູທອງ

      10/9/2026 12:55:21 AM

      ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເມືອງ ໄຊພູທອງ ແຂວງສະຫວັນນະເຂດ ເຜີຍແຜ່ກົດໝາຍວ່າດ້ວຍການ ປະກັນສັງຄົມ, ຂໍ້ຕົກລົງວ່າດ້ວຍ ຊຸດຜົນປະໂຫຍດທາງການແພດ, ວິທີການຈ່າຍເງິນປະກັນສຸຂະພາບ ແລະ ສັນຍາການບໍລິການປິ່ນປົວ ສຸຂະພາບຕາມລະບົບປະກັນສັງ ຄົມ ໃນວັນທີ 5 ຕຸລາ 2026 ໂດຍ ການເປັນປະທານຂອງ ທ່ານ ຈັນ ສະໝອນ ອາລິຍາວົງ ຫົວໜ້າ ຫ້ອງການ ປະກັນສັງຄົມແຂວງ ສະຫວັນນະເຂດ ພ້ອມດ້ວຍພາກ ສ່ວນທຸລະກິດ ແລະ ພະນັກງານ- ລັດຖະກອນເຂົ້າຮ່ວມ.

    • ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີວັດທະນະທຳ-ສັງຄົມ

      ສສກ ແຂວງຄຳມວນ ສະຫລອງວັນຄູແຫ່ງຊາດ ຄົບຮອບ 32 ປີ

      10/9/2026 12:50:26 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພະແນກສຶກສາທິ ການ ແລະ ກິລາ (ສສກ) ແຂວງ ຄໍາມ່ວນ ສະເຫລີມສະຫລອງວັນ ຄູແຫ່ງຊາດ ຄົບຮອບ 32 ປີ ໃນ ວັນທີ 6 ຕຸລາ 2026 ໂດຍການ ເປັນປະທານຂອງ ທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ຂະແໜງ ການ, ພະນັກງານບໍານານ ແລະ ພະນັກງານວິຊາການເຂົ້າຮ່ວມ.

ads
ads

Top