ມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ຈະເປີດສາກຂຶ້ນໃນພຶດສະພານີ້

02/05/2024 13:44
Email Print 948
ຂປລ ວັນທີ 30 ເມສາ 2024 ນ້ີ, ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີຖະແຫລ່ງຂ່າວການຈັດງານມະຫະກໍາກິລາມະຫາວິທະຍາໄລລາວຄັ້ງທີ 2, ໂດຍມີທ່ານ ກ່ິງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງ ຊາດລາວ, ທັງເປັນຜູ້ຊ້ີນຳການຈັດງານກິລາມະຫາວິທະຍາໄລລາວ ຄັ້ງທີ 2.

      *ວັນທີ 30 ເມສາ 2024 ນ້ີ, ຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີຖະແຫລ່ງຂ່າວການຈັດງານມະຫະກໍາກິລາມະຫາວິທະຍາໄລລາວຄັ້ງທີ 2,  ໂດຍມີທ່ານ ກ່ິງມະໂນ ພົມມະຫາໄຊ  ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງ ຊາດລາວ, ທັງເປັນຜູ້ຊ້ີນຳການຈັດງານກິລາມະຫາວິທະຍາໄລລາວ ຄັ້ງທີ 2, ທ່ານ ອຸດົມ ພອນຄໍາເພັງ  ປະທານສະຫະພັນກິລາມະຫາວິທະຍາໄລລາວ ທັງເປັນປະທານຈັດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2, ມີຫົວໜ້າກົມ,  ສະຖາບັນ, ສູນ, ຜູ້ໃຫ້ການສະໜັບສະໜູນ ຕະຫລອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ. 

     

    ໂອກາດນີ້, ທ່ານ ອຸດົມ ພອນຄໍາ ເພັງ ໄດ້ກ່າວວ່າ: ມະຫະກໍາກິລາມະຫາວິທະຍາໄລລາວຄັ້ງທີ II ຈະ ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 5 ແລະ ຈະດໍາເນີນໄປຮອດ ວັນທີ 14 ພຶດສະພາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍຈະແຂ່ງຂັນກັນໃນ 11 ປະເພດກິລາຄື : ກິລາແລ່ນ-ລານ, ບານເຕະ, ດອກປີກໄກ່, ເທຄວັນໂດ, ປັນຈັກສິລັດ,  ບານສ່ົງໃນຮ່ົມ ແລະ ຫາດຊາຍ,  ບານບ້ວງ, ກະຕໍ້, ຢູໂດ, ອີສະປອດ ແລະ ເປຕັງ ເຊິ່ງຈະມີການຊີງຫລຽນທັງໝົດ 526 ຫລຽນ. ໃນນີ້, ຫລຽນ ຄໍາ ມີ 146 ຫລຽນ,  ຫລຽນເງິນ 146 ຫລຽນ ແລະ ຫລຽນທອງ 234  ຫລຽນ ແລະ ມີ 14 ພາກສ່ວນເຂົ້າຮ່ວມການແຂ່ງຂັນຄື: ມະຫາວິທະ ຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈໍາປາສັກ (ມຈ), ມະຫາວິທະຍາໄລສະຫວັນນາເຂດ (ມຂ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ວິທະຍາຄານປ້ອງກັນຊາດ ໄກສອນ ພົມ ວິຫານ (ວປກ), ວິທະຍາຄານສັນຕິບານປະຊາຊົນ (ວປສ), ສະຖາບັນກິລາ-ກາຍຍະກໍາ (ສບກ),  ສະຖາບັນເຕັກໂນໂລຊີສຸດສະກະ  (ສຕສ), ສະຖາບັນການທະນາຄານ (ສທຄ), ສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ (ວຕວກ) ແລະ ສະຖາບັນລາວ- ອາເມລິກາ (ສລອ).   

    ທ່ານຮອງອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ ໃຫ້ຮູ້ຕື່ມວ່າ: ການຈັດງານກິລາຄ້ັງນີ້ ແມ່ນເພ່ືອສ້າງການພົວພັນ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງບັນດາ ສະຖາບັນການສຶກສາຊັ້ນສູງ, ອາຊີວະສຶກສາ, ວິທະຍາໄລທັງພາກລັດ ແລະ ເອກະຊົນທົ່ວປະເທດ ໃນການເສີມຂະຫຍາຍວຽກງານກິລາ-ກາຍະກຳ ເຂົ້າສູ່ຖັນແຖວພະນັກງານ ຄູ-ອາຈານ, ນັກສຶກສາ ຢ່າງກວ້າງຂວາງຕໍ່ເນື່ອງ ແລະ ຫັນໄປສູ່ການພັດທະນາກິລາແຕ່ລະປະເພດ ເຂົ້າສູ່ລະດັບມາດຕະຖານ,  ເປັນໂອກາດຍົກຄຸນນະພາບທາງດ້ານຮ່າງກາຍ ແລະ ຈິດໃຈເຂົ້າໃນ ການສຶກສາຄົ້ນຄວ້າຮ່ໍາຮຽນ ເພ່ືອກຽມພ້ອມປະກອບສ່ວນເຂົ້າໃນພາລະກິດການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສ້າງໂອກາດໃຫ້ນັກສຶກສາທຸກພາກສ່ວນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງນ້ຳໃຈສາມັກຄີຮັກແພງ,  ມີລະບຽບວິໄນ ໃນຖັນແຖວຊາວໜຸ່ມ, ນັກສຶກສາ-ປັນຍາຊົນ ເຊິ່ງເປັນການປະກອບສ່ວນອັນສຳຄັເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ທັງເປັນໂອກາດຄັດເລືອກເອົານັກກິລາທ່ີດີເດັ່ນ ຜູ້ມີພອນສະຫວັນເປັນຕົວແທນນັກສຶກສາ ຂອງບັນດາມະຫາວິທະຍາໄລໃນລາວ ເພື່ອກຽມພ້ອມເຂ້ົາຮ່ວມການແຂ່ງຂັນກັບບັນດາສະຖາບັນການສຶກສາຊັ້ນສູງໃນງານມະຫະກຳກິລາມະຫາວິທະຍາໄລ ຂອງບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລຂອງໂລກ ແລະ ກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດງານໃນລະດັບພາກພື້ນ ແລະ ສາກົນໃນອະນາຄົດອີກດ້ວຍ.  

    ສໍາລັບງານມະຫະກໍາກິລາມະຫາວິທະຍາໄລລາວຄັ້ງທີ 2 ນີ້, ຈະນໍາໃຊ້ງົບປະມານທັງໝົດ 12 ຕື້ກີບ  ເຊິ່ງແມ່ນລັດຖະບານສະໜອງໃຫ້ ໃນບ້ວງງົບປະມານຂອງມະຫາວິທະຍາໄລແຫ່ງຊາດ, ເຖິງຢ່າງໃດກໍຕາມ ງົບປະມານດັ່ງກ່າວຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ, ຈະໄດ້ມີການປະກອບສ່ວນຈາກບັນດາບໍລິສັດ, ໂຮງຈັກ, ໂຮງງານ, ຫ້າງຮ້ານ, ສະມາຄົມ, ອົງການຈັດຕັ້ງສັງຄົມຕ່າງໆ ທັງພາກລັດ ແລະ ເອກະຊົນ ເພ່ືອຊ່ວຍໃຫ້ການສະໜັບສະໜູນຕື່ມອີກ ແລະ ໃນນາມປະທານຮັບຜິດຊອບຈັດງານ, ຂໍຮຽກຮ້ອງມາຍັງປະຊາ ຊົນໃນທົ່ວປະເທດ, ຄູອາຈານ, ນັກ ສຶກສາ ເຂົ້າຮ່ວມງານດັ່ງກ່າວໃຫ້ ເປັນຂະບວນຟົດຟື້ນ, ຖືເອົາງານດັ່ງ ກ່າວເປັນການກະຕຸກຊຸກຍູ້ສ່ົງເສີມ ການອອກກໍາລັງກາຍໃຫ້ນັກສຶກສາ ມີສຸຂະພາບແຂງແຮງຫ່າງໄກຢາ ເສບຕິດ ເພ່ືອກຽມພ້ອມປະກອບສ່ວນເຂົ້າໃນພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດ,  ຮຽກຮ້ອງມາຍັງການຈັດຕັ້ງທຸກຂັ້ນທຸກພາກສ່ວນ ຈົ່ງໃຫ້ການສະໜັບສະໜູນປະກອບສ່ວນທຶນຮອນເພື່ອອຸປະຖໍາເຂົ້າໃນການຈັດຕັ້ງງານດັ່ງກ່າວໃຫ້ສໍາເລັດຕາມຈຸດປະສົງລະດັບຄາດໝາຍວາງໄວ້. ໃນໂອກາດນີ້, ກໍມີຫລາຍພາກສ່ວນທ່ີໃຫ້ການສະໜັບສະໜູນ ມະຫະກຳກິລາມະຫາວິທະຍາໄລລາວຄັ້ງທີ 2 ລວມມູນຄ່າກວ່າ 1,5 ຕື້ກີບ ຊຶ່ງປະກອບມີບໍລິສັດ ເບຍລາວ ຈຳກັດ ໃຫ້ການສະໜັບສະໜູນ 900 ລ້ານກີບ, ໃນນັ້ນ ເປັນເງິນສົດ 100 ລ້ານກີບ, ຜະລິດຕະພັນຕ່າງໆ  ໂດຍສະເພາະເຄື່ອງດື່ມ ລວມມູນຄ່າ 663 ລ້ານກີບ ແລະ ປ້າຍຕ່າງໆ 137 ລ້ານກີບ, ມະຫາວິຍາໄລຊົນ ເຜົາກວາງຊີ 300 ລ້ານກີບ ແລະ ບໍລິສັດ ບູນກຣາດ ດີຊາຍກຣຸບ ຈຳກັດຜູ້ດຽວ 150 ລ້ານກວ່າກີບ.   

    ນອກຈາກນັ້ນ ກໍຍັງມີສະພາການຄ້າກວາງຊີ ປະຈຳສປປ ລາວ 30 ລ້ານກີບ, ບໍລິສັດ ດັບເບິນຢູ ດັບເບິນຢູ, ບໍລິສັດ ແມ່ຂອງ ຈຳກັດ ແລະ ບໍລິສັດ ແສງເພັດ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ ພາກສ່ວນລະ 20 ລ້ານກີບ, ບໍລິສັດ ຢຸນລຸນກໍ່ສ້າງ ຂົວທາງ ຈຳກັດຜູ້ດຽວ, ບໍລິສັດ ແກ້ວປະເສີດ ການລົງທຶນຈຳກັດຜູ້ດຽວ, ບໍລິສັດ ເດີບິວເດີ ສຳຫຼວດ- ອອກແບບ, ກໍ່ສ້າງ ແລະທີ່ປຶກສາ ຈຳກັດ ແລະ ບໍລິສັດ ວີໂວລາວ ພາກສ່ວນລະ 10 ລ້ານກີບ.ຮ້ານຈຳໜ່າຍ ອຸປະກອນການສຶກສາ ເອດີເອັດ,  ທ່ານ ຢາງກົງຊຽງ ນັກສຶກສາປະລິນຍາໂທ ຄະນະອັກສອນສາດ ມຊ,  ບໍລິສັດ ເຄພີ ກໍ່ສ້າງ ຈຳກັດຜູ້ດຽວ  ແລະ ບໍລິສັດ ວີເອັນວີກໍ່ສ້າງຈຳກັດຜູ້ດຽວ ພາກສ່ວນລະ 5 ລ້ານກີບ, ບໍລິສັດ ໂຮງງານເພັດປະກາຍຕັດຫຍິບປັກແສ່ວ ແລະ ພິມ 3 ລ້ານກີບ ແລະ  ບໍລິສັດ ເອັກພີການຄ້າຄົວວົງຈອນ  ຈຳກັດຜູ້ດຽວ 2 ລ້ານກີບ ລວມມູນ ຄ່າໃນການສະໜັບສະໜູນເປັນເງິນສົດ 555 ລ້ານກີບ ແລະ ລວມມູນຄ່າທັງໝົດ 1.505.242.400 ກີບ.

ຂ່າວ: ສຸພາສະຫວັນ

KPL

ຂ່າວອື່ນໆ

ads
ads

Top