ຫວນຄືນມູນເຊື້ອ 49 ປີ ວັນປົດປ່ອຍພາກໃຕ້ ຫວຽດນາມ

02/05/2024 09:44
Email Print 425
ຂປລ ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງ ປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບ ມ້າງອຳນາດການປົກຄອງທີ່ເປື່ອຍ ເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີ ຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ ຊຶ່ງມາຮອດປີນີ້ ກໍຄົບຮອບ 49 ປີພໍດີ.

     *ວັນທີ 30 ເມສາ 1975 ເປັນວັນທີ່ມີຄວາມໝາຍສຳຄັນຍິ່ງຂອງປະເທດຫວຽດນາມ ເພາະເປັນວັນແຫ່ງໄຊຊະນະ, ວັນແຫ່ງການທັບມ້າງອຳນາດການປົກຄອງທີ່ເປື່ອຍເຍື່ອຍຂອງພວກລ່າເມືອງຂຶ້ນ, ເປັນວັນທີ່ປະເທດຫວຽດນາມ ມີຄວາມເປັນເອກະລາດຢ່າງສົມບູນ ຈົນເທົ່າທຸກວັນນີ້ຊຶ່ງມາຮອດປີນີ້ກໍຄົບຮອບ 49 ປີພໍດີ. ສະນັ້ນ, ມື້ນີ້ຜູ້ຂຽນຂໍຫວນຄືນເຫດການສຳຄັນໃນທ້າຍສະຕະວັດທີ 19 ຕົ້ນສະຕະວັດທີ 20 ລັດທິລ່າເມືອງຂຶ້ນຝຣັ່ງໄດ້ເຂົ້າມາຮຸກຮານຢຶດເອົາ 3 ຊາດ ອິນດູຈີນກາຍເປັນອານານິຄົມ, ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ປະທານໂຮ່ຈີ່ມິງ, ປະຊາຊົນຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ຈົນຮອດເດືອນ 8 ປີ 1945 ໄດ້ ລຸກຮືຂຶ້ນຢຶດອໍານາດປະກາດເອກະລາດ ວັນທີ 2 ກັນຍາ 1945, ແຕ່ມາຮອດປີ 1946 ຈັກກະພັດຝຣັ່ງໄດ້ກັບຄືນ ມາຮຸກຮານຫວຽດນາມ ຄັ້ງທີ 2 ປະຊາຊົນຫວຽດນາມ ໄດ້ສືບຕໍ່ການຕໍ່ສູ້ຕ້ານຝຣັ່ງຈົນຮອດ ວັນທີ 7  ພຶດສະພາ 1954 ສາມາດຍາດໄດ້ໄຊຊະນະ ແລະ ໄດ້ທັບມ້າງສູນບັນຊາການໃຫຍ່ຂອງຝຣັ່ງ ຢູ່ດຽນບຽນຟູ ໄດ້ນຳໄປສູ່ການເຊັນສາຍາເຊີແນວກ່ຽວກັບອິນດູຈີນ ວັນທີ 20 ກໍລະກົດ 1954.    

   

     ແຕ່ນໍ້າເມິກບໍ່ທັນແຫ້ງ, ຈັກກະພັດອາເມລິກາ ໄດ້ເຂົ້າມາຮຸກຮານເທື່ອໃໝ່ ຍິ່ງຮ້າຍກາດກວ່າເກົ່າ ເພາະມີກຳລັງທະຫານ, ພາຫະນະສົງຄາມທັນສະໄໝ, ໄດ້ຕັ້ງຖານທັບຫລາຍແຫ່ງເພື່ອມາຮຸກຮານປະເທດອິນດູຈີນ. ຍຸດທະສາດ ແລະ ກົນອຸບາຍຂອງຈັກກະພັດອາເມລິກາຕໍ່ຫວຽດນາມ ໄດ້ຕັດແບ່ງຫວຽດນາມເປັນ 2 ພາກນັບແຕ່ເສັ້ນຂະໜານທີ 17 ອົງສາລົງໄປເປັນພາກໃຕ້ຢູ່ໃນເຂດຄວບຄຸມຊົ່ວຄາວຂອງອາເມລິກາ ແລະ ພວກທະຫານຫຸ່ນໄຊງອນ, ເປີດສົງຄາມກັບພາກເໜືອຫວຽດນາມ, ກວາດເອົາປະຊາຊົນໄປຄ້າຍ ອົບພະຍົບຢູ່ພາກໃຕ້, ດຳເນີນສົງຄາມແຕ່ຝ່າຍດຽວເຂັ່ນຂ້າປະຊາຊົນຫວຽດນາມ ຫລາຍກວ່າ 8 ໝື່ນຄົນ, ຈັບກຸມຜູ້ຮັກຊາດຫລາຍກວ່າ 5 ແສນຄົນ. ຕະຫລອດ 21 ປີ ທີ່ ຄອບຄອງພາກໃຕ້ຫວຽດນາມ, ອາເມລິກາໄດ້ລົງທຶນຫລາຍທີ່ສຸດ ໃຫ້ແກ່ລັດທິຕ້ານກອມມູນິດ ນັບທັງພື້ນຖານວັດຖຸ, ເງິນຄຳ, ອາວຸດຍຸດທະພັນ ແລະ ເລ່ຫລ່ຽມດ້ານວັດທະນະທຳ ແນວຄິດທີ່ໂຫດຫ້ຽມ ແລະ ປະຕິການຂຸດຂີດ, ພວກເຂົາໄດ້ດຳເນີນສົງຄາມດ້ວຍຫລາຍຮູບແບບ ນັບແຕ່ສົງຄາມຕ້ານກັບປະຊາຊົນ, ສົງຄາມພາກສ່ວນ, ສົງຄາມພິເສດ, ສົງຄາມເຢັນຂອງຫວຽດນາມ, ສົງຄາມທາງອາກາດທຳລາຍ ພາກເໜືອຫວຽດນາມ, ສາມາດເວົ້າໄດ້ວ່າ: ສົງຄາມອາເມລິກາທຳລາຍຫວຽດນາມ ແມ່ນສົງຄາມລ້າງຜານທີ່ບໍ່ເຄີຍມີມາຕະຫລອດເຄິ່ງທ້າຍສະຕະວັດທີ 20, ແມ່ນສົງຄາມເຂັ່ນຂ້າດ້ວຍລະເບີດ, ລູກປືນ, ຍົນຍຸດທະສາດທີ່ທັນສະໄໝທີ່ສາມາດຖ້ິມລະເບີດ, ລູກບ່ົມທາດເຄມີລົງລ້າງຜານນັບທັງຄົນ ແລະ ສັດຕະຫລອດຮອດພຶກສາຊາດກໍ່ຖືກທຳລາຍກ້ຽງ.

  ເຖິງຢ່າງໃດກ່ໍຕາມດ້ວຍນ້ຳໃຈຮັກຊາດອັນແຮງກ້າ, ຄຽດແຄ້ນຈັກກະພັດຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມຜູ້ພິລະອາດຫານ ໂດຍສືບຕໍ່ມູນເຊື້ອວິລະຊົນແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດມານານ 4 ພັນປີ, ປະຊາຊົນຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ລູກມື 20 ກວ່າປີ ຢ່າງໝັ້ນໜຽວເພື່ອກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດຕົນຕາມຄຳສັ່ງສອນຂອງພັກ ຂອງປະທານ ໂຮ່ຈີ່ມິງ ທີ່ວ່າ “ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີພາບ”. ຈາກນັ້ນກໍ່ໄດ້ຮັບໄຊຊະນະອັນຍິ່ງໃຫຍ່, ໄຊຊະນະດັ່ງກ່າວແມ່ນການທັບມ້າງກົງຈັກການທະຫານອັນໃຫຍ່ໂຕເຂັ້ມແຂງ, ທັນສະໄໝກວ່າໝູ່ໝົດຢູ່ທະວີບອາຊີອາຄະເນໄດ້ຢ່າງສົມບູນ, ໄຊຊະນະລະດູບານໃໝ່ປີ 1975 ຢູ່ ພາກໃຕ້ຫວຽດນາມ ແມ່ນໄຊຊະນະລວມແຫ່ງກ້ອນກຳລັງສາມັກຄີພິເສດ, ຮ່ວມສຳພັນສູ້ຮົບລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ສາມອ້າຍນ້ອງແມ່ນສະໜາມຮົບຢູ່ບົນດິນແດນແຫລມອິນດູຈີນອັນດຽວກັນ, ຕ້ານສັດຕູຜູ້ຮຸກຮານໂຕດຽວກັນແມ່ນປັດໄຈທ່າແຮງຊຸກດັນໄຊຊະນະເຊິ່ງກັນ ແລະ ກັນ, ເປັນການໄຂສັງກາດໃຫ້ຫວຽດນາມມີສັນຕິພາບ, ເອກະພາບ ແລະ ກ້າວຂຶ້ນສັງຄົມນິຍົມ, ດຳເນີນການປ່ຽນແປງໃໝ່, ຫັນເປັນອຸດສາຫະກຳທັນສະໄໝຂຶ້ນໄປເລື້ອຍໆຈົນເທົ່າທຸກວັນນີ້.

ໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top