ການສະກົດ ແລະ ການໃຊ້ຄຳ

02/05/2024 09:56
Email Print 305
ຂປລ ການສະກົດຄໍາທຸກຄໍາ ທີ່ເປັນຄໍາຫລັກ ແລະ ຄໍາທີ່ໃຊ້ໃນການຊີ້ແຈງຄວາມໝາຍແມ່ນໃຊ້ຕາມຫລັກອັກຂະຫລະວິທີຂອງການສະກົດຄໍາໃນພາສາລາວ ທີ່ໃນສັງຄົມ ແລະ ລະບົບການສຶກສາຂອງລາວ ປັດຈຸບັນ; ກໍລະນີທີ່ແມ່ນຄໍາທາງວິທະຍາສາດ, ວິຊາການ, ຊື່ສະເພາະທີ່ສາກົນໃຊ້ ແລະ ຄໍາຂອງພາສາຊົນເຜົ່າແມ່ນໃຊ້ອັກສອນລາວໃນປັດຈຸບັນສະກົດຕາມສຽງຂອງຮູບຄໍານັ້ນໆ ໃຫ້ໄດ້ສຽງທີ່ໃກ້ຄຽງເທົ່າໃດຍິ່ງດີ.

     *ການສະກົດຄໍາທຸກຄໍາ ທີ່ເປັນຄໍາຫລັກ ແລະ ຄໍາທີ່ໃຊ້ໃນການຊີ້ແຈງຄວາມໝາຍແມ່ນໃຊ້ຕາມຫລັກອັກຂະຫລະວິທີຂອງການສະກົດ ຄໍາໃນພາສາລາວທີ່ໃນສັງຄົມ ແລະ ລະບົບການສຶກສາຂອງລາວ ປັດຈຸບັນ; ກໍລະນີທີ່ແມ່ນຄໍາທາງວິທະຍາສາດ, ວິຊາການ, ຊື່ສະເພາະທີ່ສາກົນໃຊ້ ແລະ ຄໍາຂອງພາສາຊົນເຜົ່າແມ່ນໃຊ້ອັກສອນລາວໃນປັດຈຸບັນສະກົດຕາມສຽງຂອງຮູບຄໍານັ້ນໆ ໃຫ້ໄດ້ສຽງທີ່ໃກ້ຄຽງເທົ່າໃດຍິ່ງດີ.ຫລັກການໃຊ້ຄໍາ, ຄໍາແຕ່ລະຄໍາຍ່ອມມີຄວາມໝາຍສະເພາະ ເຖິງຈະມີຄວາມໝາຍໃກ້ ຫລື ຄ້າຍກັບຄໍາໃດໜຶ່ງອີກ ແຕ່ບໍ່ໝາຍຄວາມວ່າຄືກັນໝົດ, ມັນພຽງແຕ່ຄ້າຍ ຫລື ໃກ້ກັນດ້ານຄວາມໝາຍຫາກນໍາໃຊ້ໃນກໍລະນີຕ່າງໆກໍ່ຈະເຫັນໄດ້ເຖິງຄວາມແຕກຕ່າງທີ່ວ່ານີ້, ມັນບໍ່ສາມາດໃຊ້ໄດ້ນໍາກັນທຸກກໍລະນີ ຫລື ທຸກບໍລິບົດ, ການໃຊ້ຄໍາໄດ້ມີຫລັກການດັ່ງນີ້:

- ການໃຊ້ຄໍາໃຫ້ຖືກຕາມຄວາມໝາຍ ສະເພາະການໃຊ້ຄໍາບໍ່ຖືກຕາມຄວາມໝາຍສະເພາະ ມັກເກີດຂຶ້ນກັບການໃຊ້ຄໍາທີ່ມີຄວາມໝາຍໃກ້ກັນ ຫລື ຄ້າຍກັນເປັນຕົ້ນຕໍ; ຜູ້ໃຊ້ຄວນຕຶກຕອງຄວາມໝາຍຂອງຄໍານັ້ນໃຫ້ລະອຽດຄັກແນ່ກ່ອນ ຈ່ຶງຈະເຮັດໃຫ້ການໃຊ້ຄໍາຖືກຕາມຄວາມໝາຍທີ່ມັນກ່ຽວຂ້ອງ ຄື: ການໃຊ້ຄໍາວ່າ ເກົ່າ ກັບຄໍາວ່າເກົ່າແກ່. ໃນນີ້ເກົ່າໄດ້ບອກເຖິງຄຸນນະພາບ ແລະ ສີຊົງ ເຊິ່ງເສົ້າ, ຫລ່າ ຫລື ຊຸດ; ສ່ວນຄໍາວ່າເກົ່າແກ່ບອກເຖິງຄວາມດົນນານທີ່ຄົງທົນຢູ່ຢ່າງດົນນານ. ທັງສອງຄໍາມີຄວາມໝາຍໃກ້ກັນ ແຕ່ບໍ່ແມ່ນຄໍາດຽວກັນ ເຊັ່ນ: ເສື້ອຜືນນີ້ນຸ່ງໄດຫລາຍປີຈົນເກົ່າແລ້ວ...

- ໃຊ້ຄໍາໃຫ້ເໝາະສົມ ເຊັ່ນ: ເໝາະສົມກັບກາລະ; ເໝາະສົມກັບເທສະ; ເໝາະສົມກັບບຸກຄົນ, ໂດຍສະເພາະການໃຊ້ຄໍານໍາໜ້າຊື່ເຊັ່ນ: ທ່ານ, ທ້າວ, ນາງ...ເໝາະສົມກັບກໍລະນີ ແລະ ກົມກືນກັນ.ສົມຄວນໃຊ້: ເຂົາມີຄວາມສຸກຢ່າງລົ້ນເຫລືອ ຫລື  ເຂົາມີຄວາມສຸກຢ່າງເຫລືອລົ້ນ.ບໍ່ສົມຄວນໃຊ້: ເຂົາມີຄວາມສຸກຢ່າງມະຫາສານ; ເຂົາມີຄວາມສຸກ ຢ່າງອະລັງການ; ເຂົາມີຄວາມສຸກຢ່າງມະຫັດສະຈັນ.ໃຊ້ຄໍາທີ່ສັງຄົມຮັບຮູ້ ມີການ ຂຽນ, ບັນທຶກ ແລະ ຄົນໃນສັງຄົມ ເຂົ້າໃຈ.ໃຊ້ຄໍາໃຫ້ຖືກຕາມສຽງພະຍັນຊະນະຕົ້ນຄໍາ.ໂດຍສະເພາະໃນພາສາລາວ ມີພະຍັນຊະນະສຽງໃກ້ຄຽງກັນເປັນຄູ່ໆ ຮວມທັງໝົດມີ 12 ຄູ່: ຂ-ຄ, ສ-ຊ, ຜ-ພ, ຖ-ທ, ຝ-ຟ, ຫຼ-ລ, ໜ-ນ, ໝ-ມ, ຫງ-ງ, ຫ-ຮ, ຫຍ-ຍ, ຫວ-ວ. ພິເສດຄົນບາງຖິ່ນການອອກສຽງ ລ ແລະ ດ ມັກພ້ຽນກັນ ເຊິ່ງຕ່າງກັບສຽງຂອງພາສາກາງ. ສະນ້ັນ  ຜູ້ໃຊ້ຄວນປັບຕົວໃຫ້ສາມາດອອກສຽງ ນັ້ນຕາມຕົວພະຍັນຊະນະໃນຄໍາ.ໃຊ້ຄໍາໃຫ້ຖືກຕາມສຽງສະຫລະໃນຄໍາໃນພາສາລາວມີຄໍາສະຫລະສຽງສັ້ນ-ຍາວຫລາຍ ເຊິ່ງເປັນຈຸດພິ ເສດຢ່າງໜຶ່ງ ແລະ ຈຸດພິເສດນີ້ມັກສ້າງບັນຫາໃນການໃຊ້ພາສາລາວ ຫາກຜູ້ໃຊ້ບໍ່ກໍາກັບໂຕເອງ, ບໍ່ມີຄວາມຕັ້ງໃຈໃນການໃຊ້ຄໍາເມື່ອ ໃດກໍ່ຈະມີການໃຊ້ຄໍາຜິດເກີດຂຶ້ນ ໂດຍສະເພາະສະຫລະXິ ແລະ Xີ ເຊັ່ນ: ຄວນໃຊ້ເງິນບໍ່ແມ່ນ ເງີນ, ຂຶ້ນ ບໍ່ແມ່ນ ຂື້ນ, ສິ້ນ ບໍ່ແມ່ນສີ້ນ, ລີງ ບໍ່ແມ່ນ ລິງ, ຫີນ ບໍ່ແມ່ນ ຫິນ...ໃຊ້ຄໍາໃຫ້ຊັດເຈນ ຄືໃຊ້ຄໍາໃຫ້ຖືກ ຕາມເຫດ ແລະ ຜົນ ເຊັ່ນ: ຄວນໃຊ້ ການເຝິກຫລາຍຈະພາໃຫ້ເກີດຄວາມຊໍານານ; ບໍ່ຄວນໃຊ້ການເຝິກຫລາຍພາໃຫ້ເກີດປະສົບການ; ຄວນໃຊ້ການເຮັດຫລາຍຈະພາໃຫ້ມີປະສົບການ; ບໍ່ຄວນໃຊ້ການເຮັດຫລາຍຈະພາໃຫ້ມີທັກສະ (ການເກີດທັກສະ ແມ່ນເກີດຈາກການຮຽນ ແລະ ເຝິກ).

- ໃຊ້ຄໍາໃຫ້ຖືກກັບລັກສະນະ ຫລື ຮູບຊົງໃນພາສາລາວ ມີຄໍາທີ່ບອກເຖິງລັກສະນະ ຫລື ສະແດງພາບ, ບອກຮູບແບບຕ່າງໆເມື່ອໃຊ້ຄວນເລືອກໃຊ້ຄໍາທີ່ເຂົ້າກັບລັກສະນະ ຫລື ຮູບແບບ, ຮູບຊົງນັ້ນດັ່ງການໃຊ້ຄໍາວ່າສະອາດ, ປອດໂປ່ງ, ໂອໂຖງ, ສະຫວາດສະເຫວີຍ, ງາມ, ສວຍງາມ, ເສາະໃສ, ສົດໃສ, ສົດຊື່ນ, ສວຍສົດງົດງາມ...ແຕ່ລະຄໍາໃນນີ້ມີຄວາມໝາຍທີ່ບອກເຖິງລັກສະນະພາບ, ຊົງ, ແບບເຊິ່ງບໍ່ແມ່ນແນວດຽວກັນ, ເວລາໃຊ້ກໍ່ຄວນເລືອກໃຊ້ຕາມກໍລະນີ ບໍ່ຄວນໃຊ້ຄໍາແບບຮວບເຊັ່ນ: ສະອາດງາມຕາສະຫວາດສະເຫວີຍສວຍສົດງົດງາມ. ການໃຊ້ຮວບແບບນີ້ຈະພາໃຫ້ເກີດຄວາມຮູ້ສຶກຕໍ່ພາບທີ່ປະກົດຂຶ້ນຈາກພາສາທີ່ໃຊ້ນັ້ເຫລືອ, ເກີນຂອບເຂດຈົນກາຍເປັນຄວາມບໍ່ເໝາະສົມ; ເປັນການໃຊ້ຄໍາແບບຟຸມເຟືອຍ.ໃຊ້ຄໍາໃຫ້ເໝາະເຈາະ ຫລື ໃຊ້ຄໍາບໍ່ໃຫ້ຟຸມເຟືອຍ ເຊັ່ນ: ເພິ່ນໄດ້ໃຊ້ຊາກສົບຂອງຜູ້ຕາຍມາສັນລະສູດ (ໃນນີ້ຄໍາວ່າຊາກຂອງຜູ້ຕາຍເປັນຄໍາເຫລືອ). ຄວນໃຊ້ເພິ່ນໄດ້ເອົາສົບມາສັນລະສູດ (ຄໍາ “ສົບ” ນີ້ມີຄວາມໝາຍພຽງພໍທີ່ໃຫ້ຮູ້ເຫດການໄດ້ແລ້ວ).ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ຂອບໃຈແຫລ່ງຂໍ້ມູນ ສະຖາບັນຄົ້ນຄວ້າວິທະຍາສາດແຫ່ງຊາດ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top