ໄຟຟ້າລາວ ຈັດແຂ່ງຂັນສີມືແຮງງານ ສະຫລອງວັນກໍາມະກອນສາກົນ

02/05/2024 14:39
Email Print 496
ຂປລ ຂປລ. ລັດວິສາຫະກິດໄຟຟ້າລາວ ຈັດງານແຂ່ງຂັນສີມືແຮງງານ ປະຈໍາປີ 2024 ໃນວັນທີ 30 ເມສາ ຜ່ານມານີ້, ເພື່ອສ້າງຂະບວນຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024).



ຂປລ. ລັດວິສາຫະກິດໄຟຟ້າລາວ ຈັດງານແຂ່ງຂັນສີມືແຮງງານ ປະຈໍາປີ
2024 ໃນວັນທີ 30 ເມສາ ຜ່ານມານີ້, ເພື່ອສ້າງຂະບວນຂໍ່ານັບຮັບຕ້ອນ ແລະ ສະເຫລີມສະຫລອງ ວັນກໍາມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024).

ໂອກາດດັ່ງກ່າວ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງກຳມະກອນ ເຊິ່ງກ່ອນໜ້ານີ້ 1 ພຶດສະພາ 1886 ຢູ່ບັນດາໂຮງຈັກ, ໂຮງງານ ຂອງເມືອງຊີກາໂກ ແລະ ໃນຕົວເມືອງທີ່ສໍາຄັນ ຂອງສະຫະລັດອາເມລິກາ 5.000 ກວ່າແຫ່ງ ມີກໍາມະກອນ ແລະ ຜູ້ອອກແຮງງານເກືອບ 400.000 ຄົນ ໄດ້ລຸກຂຶ້ນຕໍ່ສູ້ກັບພວກນາຍທຶນ ເພື່ອທວງເອົາສິດໃນດ້ານຕ່າງໆ ແລະ ບັງຄັບໃຫ້ພວກນາຍທຶນຕ້ອງຮັບຮອງ ແລະ ປະຕິບັດຕໍ່ຊົນຊັ້ນກໍາມະກອນ ຄື: ກໍາມະກອນຜູ້ໜຶ່ງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກຜ່ອນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ຮໍ່າຮຽນ) ຕໍ່ມາໝາກຜົນຂອງຂະ ບວນການຕໍ່ສູ້ດັ່ງກ່າວ, ໄດ້ປຸກລະດົມຂະບວນການ ຕໍ່ສູ້ຂອງກໍາມະກອນ ຢູ່ໃນປະເທດຕ່າງໆຢ່າງກວ້າງ ຂວາງ, ຟົດຟື້ນ ສືບເນື່ອງເລື້ອຍໆມາ ແລະ ໄດ້ກາຍມາເປັນມູນເຊື້ອ, ເປັນສັນຍາລັກ ແລະ ເປັນສຽງລະຄັງ ເພື່ອປ່າວເຕືອນຂະບວນການລຸກຮືຂຶ້ນຕໍ່ສູ້ ຂອງຊົນຊັ້ນກໍາມະກອນ ເພື່ອທວງເອົາສິດ ແລະ ຜົນ ປະໂຫຍດອັນຊອບທໍາຂອງຕົນ ຈົນມາເຖິງປັດຈຸບັນ. ສໍາລັບ ສປປ ລາວ ນັບແຕ່ມີພັກນໍາພາ, ໜໍ່ແໜງ ຂອງການຕໍ່ສູ້ໄດ້ເກີດຂຶ້ນ ແລະ ໄດ້ກາຍເປັນຂະບວນການຕໍ່ສູ້ຂອງກໍາມະກອນຢູ່ໂຮງຈັກ, ໂຮງງານ ຫລາຍບ່ອນໄດ້ເລີ່ມກໍ່ຕົວຂຶ້ນ ແລະ ຂະຫຍາຍຕົວເລື້ອໆມາ.

ທ່ານ ທອງພັດ ອິນທະວົງ ຍັງ​ໃຫ້​ຮູ້​ອີກວ່າ: ສະຫະພັນກໍາມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດງານແຂ່ງຂັນສີມືແຮງງານ ຂຶ້ນໃນແຕ່ລະປີ ເຊິ່ງເຫັນວ່າ ກາຍເປັນຂະບວນການໜຶ່ງທີ່ມີບັນ ຍາກາດຟົດຟື້ນ, ມີການເຂົ້າຮ່ວມຢ່າງກວ້າງຂວາງ ຜ່ານການແຂ່ງຂັນ ໃນແຕ່ລະປີ ສາມາດເລືອກເຟັ້ນບຸກຄົນ, ທີມງານ, ກົມກອງ ທີ່ມີສີມືດີເດັ່ນ, ມີຄວາມຊໍານານງານ ໃນການເຮັດໜ້າທີ່, ການອອກແຮງງານ ແລະ ມີຫົວຄິດປະດິດສ້າງ ຂອງແຕ່ລະຫົວໜ່ວຍ ວິຊາສະເພາະ-ວິຊາການ ແລະ ຫົວໜ່ວຍຄຸ້ມຄອງ-ບໍລິຫານ ພາຍໃນຂະແໜງການ ຂອງພວກເຮົາ. ພ້ອມກັນນີ້, ສາມາດຕີລາຄາ ແລະ ປະເມີນໄດ້ລະດັບການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານ, ກໍາມະກອນ ໂດຍຜ່ານຂະບວນການເຄື່ອນໄຫວວຽກງານໃນພາກຕົວຈິງເດັ່ນຊັດຂຶ້ນ.

ການແຂ່ງຂັນໃນຄັ້ງນີ້, ມີທີມງານເຂົ້າຮ່ວມທັງໝົດ 99 ທີມ. ໃນນັ້ນ, ມາຈາກໄຟຟ້າທົ່ວປະເທດ ເຊິ່ງມີ 8 ຫົວຂໍ້ໃນການແຂ່ງຂັນ ຄື:  ການຄິດໄລ່ພະລັງງານຄືນຫລັງ, ການກວດກາ-ທົດສອບໝໍ້ຈໍາໜ່າຍ CT ແລະ VT, ການປ່ຽນດອກກັນໄຟ 115kv, ການເຊື່ອມສາຍ Fiber optic, ນະວັດຕະກໍາໃໝ່, ການລົງບັນຊີ ສະຫລຸບປະຈໍາເດືອນ, ການແຂ່ງຂັນພິທີກອນ-ພິທີການ ແລະ ການແຂ່ງຂັນຂັບລໍາ-ຮ້ອງເພງ-ຂັບລໍາສຽງດີ.

ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ
KPL

ຂ່າວອື່ນໆ

ads
ads

Top