ອຸດົມໄຊ ຍັງພົບຫລາຍບັນຫາ ກ່ຽວກັບວຽກງານການລົງທຶນ

24/04/2024 15:32
Email Print 239
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ວຽກງານການລົງທຶນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ໂດຍລວມແລ້ວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ເມື່ອທຽບໃສ່ທິດທາງແຜນການຕົວຈິງ

  

   ຂປລ. ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ວຽກງານການລົງທຶນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ໂດຍລວມແລ້ວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ເມື່ອທຽບໃສ່ທິດທາງແຜນການຕົວຈິງ ຍັງບໍ່ທັນບັນລຸຕາມລະດັບຄາດໝາຍທີ່ກຳນົດໄວ້ ເນື່ອງຈາກຍັງມີຫລາຍບັນຫາ ທີ່ກົດໜ່ວງຖ່ວງດຶງ ແລະ ເຮັດໃຫ້ໂຄງການລົງທຶນ ບໍ່ໄດ້ຮັບການຈັດຕັ້ງປະຕິບັດໄປຕາມລະບຽບການ, ຂັ້ນຕອນ ແລະ ແຜນການທີ່ກຳນົດໄວ້.
   ອີງຕາມບົດສະຫລຸບລາຍງານຂອງພະແນກແຜນການ ແລະ ການລົງທຶນ ເຫັນວ່າ: ໂຄງການລົງທຶນ
ຢູ່ແຂວງອຸດົມໄຊ ແມ່ນປະກອບມີຫລາຍຂະແໜງການ ເປັນຕົ້ນ ໂຄງການລົງທຶນ ທາງດ້ານກະສິກຳ,ອຸດສາຫະກຳ ແລະ ການຄ້າ, ພະລັງງານ, ບໍ່ແຮ່ ແລະ ອື່ນໆ, ແຕ່ການຈັດຕັ້ງປະຕິບັດ ຍັງພົບຫລາຍບັນຫາ ໂດຍສະເພາະ ຂອດການຄົ້ນຄວ້າພິຈາລະນາການລົງທຶນ ໃນນີ້, ຂະແໜງການກ່ຽວຂ້ອງຍັງບໍ່ທັນເອົາໃຈໃສ່ໃນການແກ້ໄຂ ແລະ ມີຄຳເຫັນ ຕາມຄຳຮ້ອງຂອງຜູ້ລົງທຶນ, ອອກໃບອະນຸຍາດໃຫ້ຜູ້ລົງທຶນກ່ອນ ຈຶ່ງປະກອບເອກະສານຕາມຫລັງ, ຂາດການເອົາໃຈໃສ່ໃນການກວດກາ ເນື້ອໃນ ຂອງບົດວິພາກເສດຖະກິດ-ເຕັກນິກ, ການແຈ້ງຂຶ້ນ ຫລື ດັດແກ້ ໃບທະບຽນວິສາຫະກິດ ຕ້ອງໄດ້ຮັບການຄົ້ນຄວ້າພິຈາລະນາ ແລະ ມີຄວາມເປັນເອກະພາບກັນ, ບາງໂຄງການ ຍັງບໍ່ທັນໄດ້ໃບອະນຸຍາດໃນການລົງທຶນ ແຕ່ຂະແໜງການກ່ຽວຂ້ອງໄດ້ອອກໃບອະນຸຍາດ ໃນການດຳເນີນກິດຈະການ ໃຫ້ຫົວໜ່ວຍທຸລະກິດກ່ອນແລ້ວ. ພ້ອມນີ້, ການຕິດຕາມ ກວດກາ ບັນດາເງື່ອນໄຂ ຕ່າງໆຂອງຜູ້ລົງທຶນ ຍັງບໍ່ທັນລະອຽດ, ຊັດເຈນ, ​ເຊິ່ງຕ້ອງມີການຄົ້ນຄວ້າ ພື້ນທີ່ຂອງໂຄງການໃຫ້ລະອຽດ ເພື່ອບໍ່ໃຫ້ແຕະຕ້ອງຕໍ່ກັບເນື້ອທີ່ທັບຊ້ອນ, ເນື້ອທີ່ສະຫງວນ ແລະ ອື່ນໆ, ຕິດຕາມກວດການການນຳເຂົ້າ ພາຫະນະ ແລະ ອຸປະກອນຕ່າງໆ.
   ນອກຈາກ​ນີ້, ໃນການດຳເນີນໂຄງການໃຫ້ລະອຽດ
, ຂອດຕິດຕາມກວດກາ ແລະ ຄຸ້ມຄອງໂຄງການ ໃນໄລຍະຜ່ານມາ ເຫັນວ່າ ບາງຂະແໜງການ ແລະ ເມືອງ ຍັງຂາດການສະຫລຸບລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການເຊິ່ງຍັງມີຫລາຍໂຄງການ ບໍ່ທັນມອບພັນທະທາງດ້ານການເງິນ ຕາມທີ່ໄດ້ກຳນົດວໄວ້ໃນສັນຍາ. ເວົ້າລວມແລ້ວ ການຈັດຕັ້ງປະຕິບັດວຽກງານ ຂອງບັນດາຂະແໜງການກ່ຽວຂ້ອງ ກ່ຽວກັບວຽກງານ ການລົງທຶນ ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ຍັງບໍ່ທັນເຂັ້ມງວດ, ບໍ່ໄປຕາມລະບຽບການ ແລະ ຂັ້ນຕອນທີ່ກຳນົດໄວ້ ລວມທັງການປະສານງານຍັງບໍ່ທັນຈອດກັນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານການລົງທຶນຂອງແຂວງອຸດົມໄຊ ພົບບັນຫາຄືດັ່ງກ່າວນີ້.

ຂ່າວ: ຄານມະນີ ຮຽນດໍຈັນ
KPL

ຂ່າວອື່ນໆ

ads
ads

Top