ຍີ່ປຸ່ນ-ສ.ອາເມຣິກາ-ສ. ເກົາຫລີ ປຶກສາຫາລືທ່າອ່ຽງຕະຫລາດການເງິນ

19/04/2024 14:27
Email Print 266
ຂປລ ບໍລິສັດ ກະຈາຍສຽງ ຍີ່ປຸ່ນ (NHK)ລາຍງານວ່າ: ທ່ານ ຊຸນອີຈິ ຊູຊຸກ, ລັດຖະມົນຕີ ກະຊວງ ການເງິນ ຍີ່ປຸ່ນ, ທ່ານ ນາງ ເຈເນັດ ແອວ ເຢເລນ, ລັດຖະມົນຕີ ກະຊວງ ການເງິນ ອາເມຣິກາ ແລະ ທ່ານ ໂຊຍຊັງມົກ, ຮອງນາຍົກ ລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງ ຍຸດທະສາດ ແລະ ການເງິນ ສ. ເກົາຫລີ ໄດ້ຈັດການ ເຈລະຈາຂຶ້ນ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ບໍລິສັດ ກະຈາຍສຽງ ຍີ່ປຸ່ນ (NHK)ລາຍງານວ່າ: ທ່ານ ຊຸນອີຈິ ຊູຊຸກ, ລັດຖະມົນຕີ ກະຊວງ ການເງິນ ຍີ່ປຸ່ນ, ທ່ານ ນາງ ເຈເນັດ ແອວ ເຢເລນ, ລັດຖະມົນຕີ ກະຊວງ ການເງິນ ອາເມຣິກາ ແລະ ທ່ານ ໂຊຍຊັງມົກ, ຮອງນາຍົກ ລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງ ຍຸດທະສາດ ແລະ ການເງິນ ສ. ເກົາຫລີ ໄດ້ຈັດການ ເຈລະຈາຂຶ້ນ. ໂດຍ ທັງສາມ ປະເທດ ໄດ້ແລກປ່ຽນ ຄວາມຄິດເຫັນ ດ້ານທ່າອ່ຽງ ຂອງຕະຫລາດ ການເງິນ, ຮັບປະກັນ ຄວາມໝັ້ນຄົງ ດ້ານເສດຖະກິດ ແລະ ບັນຫາອື່ນໆ. ຖະແຫລງ ການຮ່ວມທີ່ເປີດເຜີຍ ພາຍຫລັງ ການເຈລະຈາ ໄດ້ສະແດງ ໃຫ້ເຫັນວ່າ: ສາມປະເທດ ຈະຕິດຕໍ່ພົວພັນ ຢ່າງໃກ້ຊິດ ກ່ຽວກັບ ທ່າອ່ຽງ ຂອງຕະຫລາດ ເງິນຕາ ຕ່າງປະເທດ.ເມື່ອບໍ່ດົນມານີ້, ຄ່າເງິນເຢັນ ຂອງຍີ່ປຸ່ນ ແລະ ຄ່າເງິນວອນ ຂອງ ສ ເກົາຫລີ ໄດ້ສືບຕໍ່ ຕົກຕ່ຳ ລົງເມື່ອທຽບໃສ່ ສະກຸນເງິນໂດລາ. ໃນນັ້ນ, ເງິນເຢນ ຕົກຢູ່ໃນລະດັບຕ່ຳສຸດ ເມື່ອທຽບໃສ່ ເງິນໂດລາ ໃນຮອບ 34 ປີຜ່ານມາ  ແລະ ເງິນວອນ ຕົກຢູ່ໃນລະດັບ ຕ່ຳສຸດ ເມື່ອທຽບໃສ່ ເງິນໂດລາ ສະຫະລັດ ໃນຮອບ 17 ເດືອນຜ່ານມາ. ການຫລຸດລົງ ຂອງຄ່າເງິນ ໄດ້ເຮັດໃຫ້ລາຄາ ວັດຖຸດິບ ເພີ່ມຂຶ້ນ ຢ່າງຫລວງຫລາຍ ແລະ ຄ່າໃຊ້ຈ່າຍ ໃນການດຳເນີນ ທຸລະກິດ ຂອງວິສາຫະກິດ ກໍເພີ່ມຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບ ຢ່າງຫລວງຫລາຍ ໃຫ້ກັບ ການພັດທະນາ ເສດຖະກິດ ແລະ ຍັງສ້າງຄວາມເປັນຫ່ວງ ໃຫ້ແກ່ ທັງສອງປະເທດ ຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top