ຫວຽດນາມ-ຣັດເຊຍ ເພີ່ມທະວີການຮ່ວມມືໃນກວຽກງານກູ້ໄພ-ກູ້ຊີບ

10/03/2026 20:55
ຂປລ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກ່າວເນັ້ນໜັກ ໃນເວລາຕ້ອນຮັບ ທ່ານ Aleksandr Kurenkov, ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສະຫະພັນ ຣັດເຊຍ ຢູ່ສຳນັກງານ ຫ້ອງວ່າການ ລັດຖະບານ (ຮ່າໂນ້ຍ)

 ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກ່າວເນັ້ນໜັກ ໃນເວລາຕ້ອນຮັບ ທ່ານ Aleksandr Kurenkov, ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສະຫະພັນ ຣັດເຊຍ ຢູ່ສຳນັກງານ ຫ້ອງວ່າການ ລັດຖະບານ (ຮ່າໂນ້ຍ) ວ່າ ຫວຽດນາມ ໄດ້ຕີລາຄາສູງ ຕໍ່ເລື່ອງກະຊວງ ສະຖານະການສຸກເສີນ ສະຫະພັນ ຣັດເຊຍ ທີ່ໄດ້ໃຫ້ການ ສະໜັບສະໜູນ ຊ່ວຍເຫລືອ ຫວຽດນາມ ບຳລຸງສ້າງຜູ້ຊ່ຽວຊານ, ຄູອາຈານ ໃຫ້ມີລະດັບ ວິຊາສະເພາະສູງ ຈຳນວນຫລາຍ ໃນຂົງເຂດ ຕ້ານສະກັດກັ້ນ ອັກຄີໄພ, ດັບເພີງ ແລະ ການກູ້ໄພ-ກູ້ຊີບ.

ໃນຕໍ່ໜ້າ, ທ່ານ ຟ້າມມິງຈິງ ສະເໜີໃຫ້ ສອງຝ່າຍ ເພີ່ມທະວີການຮ່ວມມື, ແບ່ງປັນປະສົບການກ່ຽວກັບ ການແຈ້ງເຕືອນ, ການສະກັດກັ້ນ ສະຖານະການສຸກເສີນ, ການກູ້ໄພ{ກູ້ຊີບ; ໂດຍຫວັງວ່າ ຝ່າຍຣັດເຊຍ ຈະຊຸກຍູ້ ການຖ່າຍທອດ ເຕັກໂນໂລຊີ, ການຮ່ວມມື ຜະລິດ ບັນດາ ຍານພາຫະນະ, ອຸປະກອນເຕັກນິກ ຕ່າງໆ; ຈັດຕັ້ງການຝຶກຊ້ອມຮ່ວມກັນ ແລະ ສືບຕໍ່ຊ່ວຍເຫລືອ ຫວຽດນາມ ບຳລຸງສ້າງ, ຝຶກຊ້ອມບຸກຄະລາກອນ ໃນຂົງເຂດນີ້.

          ສ່ວນຝ່າຍ ຣັດເຊຍ, ທ່ານ Aleksandr Kurenkov, ໄດ້ກ່າວວ່າ ການຮ່ວມມື ລະຫວ່າງ ກະຊວງສະຖານະການສຸກເສີນ ແລະ ບັນດາ ອົງການ ປະຕິບັດກົດໝາຍ ສະຫະພັນ ຣັດເຊຍ ກັບ ກະຊວງຕຳຫລວດ ຫວຽດນາມ ສືບຕໍ່ເປັນເສົາຫລັກສຳຄັນ ໃນການພົວພັນ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ລະຫວ່າງ ສະຫະພັນ ຣັດເຊຍ-ຫວຽດນາມ; ພ້ອມດຽວນັ້ນ, ທ່ານ Aleksandr Kurenkov ຍັງໄດ້ ຢືນຢັນວ່າ ຈະຕັ້ງໜ້າຊຸກຍູ້ ການຮ່ວມມື ກັບບັນດາ ອົງການ ຝ່າຍຫວຽດນາມ, ໂດຍສະເພາະ ໃນບັນດາຂົງເຂດຕ່າງໆອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top