ຂປລ
ກູເວດ ປີໂຕຣລ່ຽມ ຄອບຣເຣຊັ່ນ (KPC) ເປັນບໍລິສັດນໍ້າມັນ ແຫ່ງຊາດກູເວດ ໄດ້ປະກາດ ກຽມປັບຫລຸດ ກຳລັງ ການຜະລິດ ແລະ ການກັ່ນ ນໍ້າມັນດີບລົງ ຊົ່ວຄາວ ໃນຖານະມາດຕະການ ເຊີງປ້ອງກັນ ທ່າມກາງ ສະຖານະການ ເຄັ່ງຕຶງ ໃນຕາເວັນອອກກາງ ທີ່້ເພີ່ມທະວີ ຄວາມຮຸນແຮງຂຶ້ນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກູເວດ ປີໂຕຣລ່ຽມ ຄອບຣເຣຊັ່ນ (KPC) ເປັນບໍລິສັດນໍ້າມັນ ແຫ່ງຊາດກູເວດ ໄດ້ປະກາດ ກຽມປັບຫລຸດ ກຳລັງ ການຜະລິດ ແລະ ການກັ່ນ ນໍ້າມັນດີບລົງ ຊົ່ວຄາວ ໃນຖານະມາດຕະການ ເຊີງປ້ອງກັນ ທ່າມກາງ ສະຖານະການ ເຄັ່ງຕຶງ ໃນຕາເວັນອອກກາງ ທີ່້ເພີ່ມທະວີ ຄວາມຮຸນແຮງຂຶ້ນ.
KPC ລະບຸໃນຖະແຫລງການວ່າ ການປັບຫລຸດ ດັ່ງກ່າວ ມີສາເຫດຫລັກ ມາຈາກ ຄວາມເຄັ່ງຕຶງ ທີ່ເພີ່ມທະວີ ຄວາມຮຸນແຮງຂຶ້ນ ໃນພາກພື້ນ, ພ້ອມທັງເນັ້ນໜັກວ່າ: ມາດຕະການນີ້ ເປັນພຽງການປ້ອງກັນ ລ່ວງໜ້າ ຢ່າງເຄັ່ງຄັດ ແລະ ບໍລິສັດນີ້ ກຽມພ້ອມ ຢ່າງຕັ້ງໜ້າ ທີ່ຈະກັບຄືນມາ ເພີ່ມລະດັບ ການຜະລິດ ທັນທີ່ ຖ້າຫາກ ສະຖານະການ ອຳນວຍ ຄວາມສະດວກ. ໃນຂະນະທີ່ ກູເວດ ເປັນຜູ້ຜະລິດ ນໍ້າມັນລາຍໃຫຍ່ ອັນດັບ 5 ຂອງ ກຸ່ມປະເທດ ຜູ້ສົ່ງອອກນໍ້າມັນ (ໂອເປກ) ເມື່ອເດືອນມັງກອນ ຜ່ານມາ ມີປະລິມານ ການຜະລິດ ສະເລ່ຍ ປະມານ 2,6 ລ້ານຖັງຕໍ່ວັນ./
KPL