ຂປລ
ທ່ານຮອງນາຍົກ ລັດຖະມົນຕີ ຣັດເຊຍ Alexander Novak ໃຫ້ຮູ້ວ່າ: ຣັດເຊຍ ມີຄວາມສາມາດ ປ່ຽນແທນ ຕະຫລາດ ເອີຣົບ ດ້ວຍບັນດາ ຄູ່ຮ່ວມມືທີ່ເປັນມິດອື່ນໆ, ກຽມພ້ອມ ຮັກສາສາຍພົວພັນ ຮ່ວມມື ຍາວນານ ແລະ ມີສະຖຽນລະພາບ ໃນຂົງເຂດ ພະລັງງານ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານຮອງນາຍົກ ລັດຖະມົນຕີ ຣັດເຊຍ Alexander Novak ໃຫ້ຮູ້ວ່າ: ຣັດເຊຍ ມີຄວາມສາມາດ ປ່ຽນແທນ ຕະຫລາດ ເອີຣົບ ດ້ວຍບັນດາ ຄູ່ຮ່ວມມືທີ່ເປັນມິດອື່ນໆ, ກຽມພ້ອມ ຮັກສາສາຍພົວພັນ ຮ່ວມມື ຍາວນານ ແລະ ມີສະຖຽນລະພາບ ໃນຂົງເຂດ ພະລັງງານ.
ທ່ານ Alxander Novak ຄາດວ່າ: ບັນດາ ບໍລິສັດພະລັງງານ ຂອງ ຣັດເຊຍ ຈະເພີ່ມທະວີ ແຫລ່ງສະໜອງໃຫ້ບັນດາ ຕະຫລາດໃໝ່ ແລະ ພວມດຳເນີນ ການເຈະລະຈາ ກັບ ຫລາຍຄູ່ຮ່ວມມື. ຖະແຫລງການ ດັ່ງກ່າວ ໄດ້ຍົກອອກມາໃນສະພາບການ ຣັດເຊຍ ພວມພິຈາລະນາ ດັດປັບຍຸດທະສາດ ສົ່ງອອກພະລັງງານ ພາຍຫລັງ ສະຫະພາບ ເອີຣົບ (EU) ຕົກລົງ ຫລຸດຜ່ອນ ແລະ ດຳເນີນການ ຢຸດຕິ ການນຳເຂົ້າ ອາຍແກັດ ຈາກ ຣັດເຊຍ.
ກ່ອນໜ້ານັ້ນ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ໃຫ້ຮູ້ວ່າ ການຢຸດຕິ ການສະໜອງ ອາຍແກັສ ໃຫ້ແກ່ ເອີຣົບ ໃນໄວໆນີ້ ອາດຈະນຳມາ ເຊິ່ງຜົນປະໂຫຍດ ໃຫ້ແກ່ ຣັດເຊຍ, ເມື່ອສະຫະພາບ ເອີຣົບ ພວມຜັນຂະຫຍາຍບັນດາ ມາດຕະການ ຈຳກັດ ສຳລັບ ເຊື້ອໄຟ ຈາກ ຣັດເຊຍ ເທື່ອລະກ້າວ./
KPL