ຂປລ
ການປະທະກັນ ຢ່າງເຄັ່ງຕຶງ ທີ່ເກີດຂຶ້ນ ຢູ່ພາກພື້ນ ຕາເວັນອອກກາງ ໃນຊຸມວັນຜ່ານມາ ໄດ້ກໍ່ຜົນກະທົບ ຢ່າງແຮງ ຕໍ່ຕະຫລາດ ພະລັງງານ ແລະ ລະບົບສະໜອງ ທົ່ວໂລກ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ການປະທະກັນ ຢ່າງເຄັ່ງຕຶງ ທີ່ເກີດຂຶ້ນ ຢູ່ພາກພື້ນ ຕາເວັນອອກກາງ ໃນຊຸມວັນຜ່ານມາ ໄດ້ກໍ່ຜົນກະທົບ ຢ່າງແຮງ ຕໍ່ຕະຫລາດ ພະລັງງານ ແລະ ລະບົບສະໜອງ ທົ່ວໂລກ.
ລາຄານ້ຳມັນ ແລະ ອາຍແກັດໃນໂລກ ໄດ້ເພີ່ມຂຶ້ນ ຢ່າງແຮງ ເມື່ອບັ້ນຮົບ ການທະຫານ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ ໄດ້ເລັ່ງໃສ່ ອີຣານ ເຮັດໃຫ້ ການຜະລິດ ກໍຄື ການຂົນສົ່ງ ພະລັງງານ ຈາກ ຕາເວັນອອກກາງ, ພາກພື້ນ ທີ່ ສະໜອງແຫລ່ງນ້ຳມັນ ອາຍແກັສ ສ່ວນໃຫຍ່ ໃຫ້ແກ່ຕະຫລາດ ທົ່ວໂລກ ໄດ້ພົບກັບຄວາມ ຫຍຸ້ງຫລາຍ (ຖືກຂາດວັກ ຂາດຕອນ).
ລາຄານ້ຳມັນ ເຊື້ອໄຟ ຂາຍສົ່ງ ຢູ່ເອີຣົບ ໄດ້ເພີ່ມຂຶ້ນຫລາຍກວ່າ 50% ພຽງແຕ່ ພາຍໃນໜຶ່ງວັນ. ໃນຂະນະນັ້ນ, ລາຄານ້ຳມັນ Brent ເພີ່ມຂຶ້ນກວ່າ 8% ຍ້ອນຄວາມວິ ຕົກກັງວົນ ແຫລ່ງສະໜອງ ຖືກຮັດແຄບເຂົ້າ. ບໍ່ພຽງແຕ່ໄດ້ກໍ່ຜົນກະທົບ ຕໍ່ຕະຫລາດ ພະລັງງານ ເທົ່ານັ້ນ ແຕ່ ຂົງເຂດ ການຂົນສົ່ງ ທາງທະເລ ແລະ ການຄ້າ ສາກົນ ກໍຖືກຜົນກະທົບ ຈາກຄວາມເຄັ່ງຕຶງ ດ້ານພູມີສາດ ການເມືອງ ເຊັ່ນດຽວກັນ.
Hapag-Lloyd - ເປັນບໍລິສັດຂົນສົ່ງ ຕູ້ຄອນເທັນເນີຂະໜາດໃຫຍ່ ຂອງ ເຢຍລະມັນ ໄດ້ອອກແຈ້ງການ ຢຸດຕິຊົ່ວຄາວ ການຈ່ອງຕູ້ ຂົນສົ່ງ ສິນຄ້າ ຈາກ ເອີຣົບ ໄປຍັງ ເຂດ ອ່າວ. ສິ່ງດັ່ງກ່າວ ໄດ້ສົ່ງຜົນກະທົບ ຕໍ່ການຂົນສົ່ງສິນຄ້າ ໄປຍັງ ບັນດາປະເທດ ສະຫະນະຄອນ ເອເມເຣັດ ອາຣັບ, ອີຣັກ, ກູເວດ, ກາຕາ ແລະ ແຂວງທາງທິດຕາເວັນອອກ ຂອງ ອາຣັບບີ ຊາອຸດິດ, ກໍຄື ບັນດາເສັ້ນທາງ ຂົນສົ່ງທີ່ໄປຜ່ານ ທ່າກໍາປັ່ນ Jebel Ali ຢູ່ ດູໄບ ເປັນໜຶ່ງໃນບັນດາສູນ ປ່ຽນຖ່າຍສິນຄ້າ ຂະໜາດໃຫຍ່ທີ່ສຸດ ໃນພາກພື້ນ. /
KPL