ລົດໄຟຄວາມໄວສູງ ຈາກາຕາ-ບັນດຸງໄດ້ຂົນສົ່ງຜູ້ໂດຍສານ 2,56 ລ້ານເທື່ອຄົນ

19/04/2024 14:27
Email Print 266
ຂປລ ລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ຢູ່ອິນໂດເນເຊຍ ໄດ້ເປີດການບໍລິການ ມາເປັນເວລາເຄິ່ງປີແລ້ວ ເຫັນວ່າ ປະລິມານ ຂອງຜູ້ໂດຍສານ ມີທ່າອ່ຽງເພີ່ມຂຶ້ນ, ລວມທັງໝົດ ໄດ້ບັນລຸເຖິງ 2,56 ລ້ານເທື່ອຄົນ ແລະ ອັດຕາ ການຈອງ ບ່ອນນັ່ງໃນມື້ດຽວ ສູງສຸດ ແມ່ນມີເຖິງ 99,6%.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ບໍລິສັດ ທາງລົດໄຟ ສາກົນຈີນ ຈຳກັດ ໄດ້ເປີດເຜີຍ ໃຫ້ຮູ້ວ່າ: ວັນທີ 17 ເມສານີ້, ລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ຢູ່ອິນໂດເນເຊຍ ໄດ້ເປີດການບໍລິການ ມາເປັນເວລາເຄິ່ງປີແລ້ວ ເຫັນວ່າ ປະລິມານ ຂອງຜູ້ໂດຍສານ ມີທ່າອ່ຽງເພີ່ມຂຶ້ນ, ລວມທັງໝົດ ໄດ້ບັນລຸເຖິງ 2,56 ລ້ານເທື່ອຄົນ ແລະ ອັດຕາ ການຈອງ ບ່ອນນັ່ງໃນມື້ດຽວ ສູງສຸດ ແມ່ນມີເຖິງ 99,6%. ຂະບວນລົດໄຟ ໂດຍສານ ໄດ້ດຳເນີນ ການແລ່ນລົດ ຢ່າງປອດໄພ ຫລາຍກວ່າ 1,26 ລ້ານກິໂລແມັດ, ການຂົນສົ່ງ ຜູ້ໂດຍສານ, ກໍມີຄວາມປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ.ທາງລົດໄຟນີ້ຢູ່ໃກ້ກັບ ນະຄອນຫລວງ ຈາກາຕາ ແລະ ບັນດຸງ ເມືອງທ່ອງທ່ຽວ ທີ່ມີຊື່ສຽງ ຂອງປະເທດ ອິນໂດເນເຊຍ, ຫລັງຈາກ ທີ່ລົດໄຟ ຄວາມໄວສູງ ຈາກາຕາ-ບັນດຸງ ເປີດການບໍລິການ ດ້ວຍຄວາມໄວສູງສຸດ 350 ກິໂລແມັດຕໍ່ ຊົ່ວໂມງແລ້ວ, ເວລາການເດີນທາງ ລະຫວ່າງ ຈາກາຕາຫາ ບັນດຸງ ໄດ້ຫລຸດຈາກ 3 ຊົ່ວໂມງ ລົງເປັນ 46 ນາທີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top