ງານຕະຫລາດນັດສິນຄ້ານຳເຂົ້າ-ສົ່ງອອກຈີນຄັ້ງທີ 140 ສິ້ນສຸດລົງ ຢ່າງຈົບງາມ

28/10/2026 14:19
ຂປລ ງານ​ຕະຫລາດ​ນັດ ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ ​ຄັ້ງ​ທີ 140 ທາງ​ອໍ​ຟ​ລາຍ​ໄລ​ຍະ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ ຂອງ ສປ ​ຈີນ ໄດ້ສິ້ນ​ສຸດ​ລົງ​ ຢ່າງ​ຈົບ​ງາມ. ນັບ​ມາ​ຮອດ​ເວ​ລາ 17 ໂມງ​ຂອງວັນ​ທີ 27 ຕຸ​ລາ​ນີ້, ​ງານ​ດັ່ງ​ກ່າວ​ສາ​ມາດ​ດຶງ​ດູດ ​ຜູ້​ຈັດ​ຊື້​ຈາກ​ຕ່າງ​ປະ​ເທດ 278.000 ຄົນ​ໃນ 218 ປະ​ເທດ ແລະ ເຂດ​ແຄວ້ນ​​ ເພີ່ມ​ຂຶ້ນ 13.4% ເມື່ອ​ທຽບ​ໃສ່​ຄັ້ງ​ຜ່ານ​ມາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 27 ຕຸ​ລາ​ນີ້, ງານ​ຕະຫລາດ​ນັດ ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ ​ຄັ້ງ​ທີ 140 ທາງ​ອໍ​ຟ​ລາຍ​ໄລ​ຍະ 2 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ ຂອງ ສປ ​ຈີນ ໄດ້ສິ້ນ​ສຸດ​ລົງ​ ຢ່າງ​ຈົບ​ງາມ. ນັບ​ມາ​ຮອດ​ເວ​ລາ 17 ໂມງ​ຂອງວັນ​ທີ 27 ຕຸ​ລາ​ນີ້, ​ງານ​ດັ່ງ​ກ່າວ​ສາ​ມາດ​ດຶງ​ດູດ ​ຜູ້​ຈັດ​ຊື້​ຈາກ​ຕ່າງ​ປະ​ເທດ 278.000 ຄົນ​ໃນ 218 ປະ​ເທດ ແລະ ເຂດ​ແຄວ້ນ​​ ເພີ່ມ​ຂຶ້ນ 13.4% ເມື່ອ​ທຽບ​ໃສ່​ຄັ້ງ​ຜ່ານ​ມາ.ງານ​​ຕະຫລາດ​ນັດ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ​ໄລ​ຍະ 2 ຄັ້ງ​ນີ້​ມີ​ວິ​ສາ​ຫະ​ກິດ 11.000 ກວ່າ​ແຫ່ງ ​ເຂົ້າ​ຮ່ວມ, ໃນ​ນັ້ນ, ວິ​ສາ​ຫະ​ກິດ​ດີ​ເດັ່ນ ​ທີ່​ມີ​ຜະ​ລິດ​ຕະ​ພັນ​ດີ​ເດັ່ນ, ຜະ​ລິດ​ຕະ​ພັນ​ໃໝ່​ເຂົ້າ​ຮ່ວມ ຫລາຍກວ່າ 3.600 ແຫ່ງ, ເພີ່ມ​ຂຶ້ນປະ​ມານ 7,6% ເມື່ອ​ທຽບ​ໃສ່​ຄັ້ງ​ຜ່ານ​ມາ ແລະ ໃນ​ງານ​ຄັ້ງ​ນີ້​ ຍັງ​ໄດ້​ຈັດ​ກິດ​ຈະ​ກຳ​ນຳ​ສະ​ເໜີ ​ຜະ​ລິດ​ຕະ​ພັນ​ໃໝ່ 178 ຄັ້ງ, ຈຳ​ນວນ​ຜະ​ລິດ​ຕະ​ພັນ​ໃໝ່ ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 15% ເມື່ອ​ທຽບ​ໃສ່​ ຄັ້ງ​ຜ່ານ​ມາ. ​ສຳ​ລັບ​ງານ​ຕະຫລາດ​ນັດ ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ​ຈີນ ​ຄັ້ງ​ທີ 140 ທາງ​ອໍຟ​ລາຍ​ໄລ​ຍະ 3 ຈະ​ເນັ້ນ​ໃສ່​ຫົວ​ຂໍ້ “ຊີ​ວິດ​ທີ່​ດີ​ງາມກວ່າ​ເກົ່າ” ແລະ ຈະ​ຈັດ​ຂຶ້ນ​ ລະ​ຫວ່າງວັນ​ທີ 31 ຕຸ​ລາ​ ຫາ​ວັນ​ທີ 4 ພະ​ຈິກ​ໜ້າ​ນີ້​ ເປັນ​ເວ​ລາ 5 ວັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top