ຂປລ
ເມື່ອບໍ່ດົນມານີ້, ທ່ີກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ແຊມ ສະລາຍເນີ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.
ຂປລ. ໃນໂອກາດດ່ັງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານ ແຊມ ສະລາຍເນີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ ຄົນໃໝ່, ພ້ອມທັງສະແດງຄວາມເຊ່ືອໝັ້ນວ່າດ້ວຍປະສົບການທາງດ້ານການທູດ, ບົດຮຽນ ແລະ ຄວາມຮູ້ຄວາມສາມາດທີ່ອຸດົມສົມບູນຂອງທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃຫ້ນັບມື້ໄດ້ຮັບການພັດທະນາຍ່ິງໆຂ້ຶນ ເພ່ືອນໍາເອົາຜົນປະໂຫຍດອັນສູງສຸດ ແລະ ຄວາມຜາສຸກມາສູ່ປະຊາຊົນຂອງທັງຂອງສອງຊາດ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ນັບຕັ້ງແຕ່ທີ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ລຸກຊຳບວກ ເປັນໜຶ່ງໃນບັນດາຄູ່ຮ່ວມພັດທະນາທີ່ມີຄວາມຫ້າວຫັນໃນການສະໜັບສະໜູນທີ່ໜັກແໜ້ນຕໍ່ການພັດທະນາເສດຖະກິດ- ສັງຄົມຂອງ ສປປ ລາວ ໂດຍບ່ໍມີເງື່ອນໄຂເປັນຕົ້ນແມ່ນໃນຂົງເຂດສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການບໍລິການ-ໂຮງແຮມ, ວຽກງານຍຸຕິທໍາ, ແຮງງານ ແລະ ສະຫວັດດີການສັງຄົມ, ກະສິກໍາ ແລະ ປ່າໄມ້, ການເງິນ-ທະນາຄານ ແລະ ອື່ນໆ, ພ້ອມທັງໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການຊຸກຍູ້ສົ່ງເສີມການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນຂອງບັນດາການນໍາຂັ້ນສູງໃນລະດັບຕ່າງໆເປັນຕ້ົນແມ່ນຂັ້ນປະມຸກລັດ, ຫົວໜ້າລັດຖະ ບານລວມທັງການພົວພັນຮ່ວມມື ແລະ ສະໜັບສະໜູນເຊ່ິງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ນອກຈາກນ້ັນ, ທັງສອງຝ່າຍຍັງໄດ້ປຶກຫາຫາລືກ່ຽວກັບທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ກໍຄືການກະກຽມໃຫ້ແກ່ການສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີ 2027 ທີ່ຈະມາເຖິງ.
ໃນໂອກາດນ້ີ, ທ່ານຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ທ່ານທູດຊາບກ່ຽວກັບຄວາມພ້ອມໃນການອອກຈາກສະຖານະການເປັນປະເທດດ້ອຍພັດທະນາໃນປີ 2026, ພ້ອມທັງສະເໜີໃຫ້ລຸກຊຳບວກສືບຕ່ໍ ໃຫ້ການຮ່ວມມື ແລະ ສະໜັບສະໜູນໂຄງການຕ່າງໆຂອງ ສປປ ລາວ ພາຍໃຕ້ແຜນງານທ່ີກໍາລັງຈັດຕ້ັງປະຕິບັດຢູ່ ເພ່ືອໃຫ້ສໍາເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້. ນອກຈາກນີ້, ຍັງສະເໜີໃຫ້ລຸກຊໍາບວກພິຈາລະນາຂະຫຍາຍການຮ່ວມມືເພີ່ມເຕີມກັບ ສປປ ລາວ ໂດຍສະເພາະໃນຂົງເຂດການຄ້າ ແລະ ການລົງທຶນ, ພ້ອມທັງຊຸກຍູ້ໃຫ້ບັນດານັກລົງທຶນລຸກຊໍາບວກ ເຂົ້າມາລົງທຶນໃນຂົງເຂດການທ່ອງທ່ຽວ, ໂຮງແຮມ, ອຸດສາຫະກໍາປຸງແຕ່ງ, ຜະລິດຕະພັນກະສິກໍາ ແລະ ຂະແໜງອື່ນໆ ທີ່ທັງສອງຝ່າຍມີທ່າແຮງຮ່ວມກັນ.
ໂອກາດດຽວກັນນີ້, ທ່ານ ແຊມ ສະລາຍເນີ ກໍໄດ້ສະແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມໝາຍໝັ້ນທີ່ຈະປະຕິບັດໜ້າທີ່ການທູດຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ຊຸກຍ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ລຸກຊຳບວກ ໃຫ້ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
KPL