ຂປລ
ນັບມາຮອດ ທ້າຍເດືອນກັນຍາປີນີ້, ກຳລັງຕິດຕັ້ງໄຟຟ້າ ພະລັງງານລົມ ແລະ ພະລັງງານແສງຕາເວັນຂອງ ສປ ຈີນ ບັນລຸເຖິງ 2.01 ຕື້ກິໂລວັດ, ໃນນັ້ນ, ກໍາລັງຕິດຕັ້ງໄຟຟ້າ ພະລັງງານ ແສງຕາເວັນມີເຖິງ 1,31 ຕື້ກິໂລວັດ, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອົງການພະລັງງານແຫ່ງຊາດຈີນ ປະກາດວ່າ: ນັບມາຮອດ ທ້າຍເດືອນກັນຍາປີນີ້, ກຳລັງຕິດຕັ້ງໄຟຟ້າ ພະລັງງານລົມ ແລະ ພະລັງງານແສງຕາເວັນຂອງ ສປ ຈີນ ບັນລຸເຖິງ 2.01 ຕື້ກິໂລວັດ, ໃນນັ້ນ, ກໍາລັງຕິດຕັ້ງໄຟຟ້າ ພະລັງງານ ແສງຕາເວັນມີເຖິງ 1,31 ຕື້ກິໂລວັດ, ເພີ່ມຂຶ້ນ 16,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຂະນະທີ່ ກຳລັງຕິດຕັ້ງໄຟຟ້າ ພະລັງ ງານລົມມີເຖິງ 700 ລ້ານກິໂລວັດ, ເພີ່ມຂຶ້ນ 20,4%.ເຈົ້າໜ້າທີ່ ຈາກສະຫະພັນ ວິສາຫະກິດໄຟຟ້າຈີນ ໃຫ້ຮູ້ວ່າ: ເລື່ອງນີ້ໝາຍຄວາມວ່າ ຖານະຄວາມເປັນຫລັກຂອງພະລັງງານໃໝ່ ໃນໂຄງ ປະກອບ ກຳລັງຕິດຕັ້ງໄຟຟ້າຂອງ ສປ ຈີນ ໄດ້ຮັບການປັບປຸງຕື່ມອີກ, ພ້ອມດຽວກັນນີ້, ການສ້າງລະບົບໄຟຟ້າຮູບແບບໃໝ່ ທີ່ຖືເອົາພະລັງງານໃໝ່ເປັນຫລັກ ໄດ້ຮັບຄວາມຄືບໜ້າສໍາຄັນ ຕາມໄລຍະ. ໃນອະນາຄົດ, ພະລັງງານໃໝ່ ຈະບັນລຸການຍົກລະດັບ ດ້ານຄຸນນະພາບ ບົນພື້ນຖານ ການຂະຫຍາຍຕົວດ້ານ ປະລິມານ ແລະ ຈະກາຍເປັນສິ່ງທີ່ປອດໄພ ແລະ ໜ້າເຊື່ອຖືແທນ ພະລັງງານ ແບບດັ້ງເດີມ ເທື່ອລະກ້າວ ເພື່ອສະໜອງ ສິ່ງຄໍ້າປະກັນທີ່ໜັກແໜ້ນໃຫ້ແກ່ ການລະບາຍກາກບອນ ເຖິງລະດັບສູງສຸດ ກ່ອນປີ 2030 ແລະ ບັນລຸຄວາມເປັນກາງ ທາງກາກບອນກ່ອນປີ 2060./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL